ກົມອຸດສາຫະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງສິ່ງແວດລ້ອມ ແລະ ສິ່ງເສດເຫຼືອຂອງໂຮງງານອຸດສາຫະກຳ ຂຶ້ນໃນວັນທີ 18 ມີນາ 2025, ທີ່ຫ້ອງປະຊຸມໃຫ່ຍ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການເປັນປະທານຂອງ ທ່ານ ສຳລີ ບຸດສະດີ ຫົວໜ້າກົມອຸດ ສາຫະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ ມີບັນດາທ່ານຮອງຫົວໜ້າພະແນກ, ວິຊາການ ຈາກພະແນກອຸດ ສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ, ພະແນກກ່ຽວຂ້ອງ ຂອງກົມອຸດສາຫະກຳ, ຜູ້ອຳນວຍ ການ, ຮອງອຳນວຍການ ແລະ ພະນັກງານ ວິຊາການ ຂອງໂຮງງານອຸດສາຫະກຳປຸງແຕ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຫຼາຍກວ່າ 50 ກວ່າທ່ານ.
ຈຸດປະສົງ: ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ ແລະ ແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ 5 ປີ (2021-2025) ກ່ຽວກັບວຽກງານພັດທະນາອຸດສາ ຫະກຳປຸງແຕ່ງ ໃຫ້ເຕີບໂຕມີຄຸນນະພາບ ຕາມທິດສີຂຽວ ແລະ ຍືນຍົງ. ນອກຈາກນີ້ ຍັງເປັນການປະກອບສ່ວນປະຕິ ບັດແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຫັນອຸດສາຫະກໍາໃຫ້ເປັນທັນສະໄໝ ໂດຍສະເພາະບັນ ດາໂຮງງານອຸດສາຫະກຳປຸງແຕ່ງ ຕ້ອງປະຕິບັດພັນທະໃນການປົກປັກສາຮັກສິ່ງແວດລ້ອມ ເປັນຕົ້ນ: ການຄວບຄຸມມົນລະພິດທາງນໍໍ້າ; ມົນລະພິດທາງອາກາດ, ເຄມີ, ສິ່ງເສດເຫຼືອອຸດສາຫະກໍາ ແລະ ຄວາມປອດໄພຂອງພະນັກ ງານ, ກໍາມະກອນ ໃນຂອບເຂດຂອງໂຮງງານອຸດສາຫະກໍາ.
ໂຄງການສ້າງຄວາມເຂັ້ມແຂງກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ແລະ ສິ່ງເສດເຫຼືອ ຂອງໂຮງງານອຸດສາ ຫະກຳປຸງແຕ່ງ ທີ່ຕິດພັນກັບການກໍ່ສ້າງພື້ນຖານໂຄງລ່າງ ມີໄລຍະການຈັດຕັ້ງປະຕິບັດ 2 ປີ ຊຶ່ງປີນີ້ແມ່ນປີສຸດທ້າຍ, ພາຍຫຼັງກິດຈະກຳດັ່ງກ່າວນີ້ ສຳເລັດລົງກໍ່ຈະໄດ້ດຳເນີນການຊຸກຍູ້ ແລະ ສົ່ງເສີມໂຮງງານອຸດສາຫະກຳປຸງແຕ່ງ ຈຳ ນວນ 2 ແຫ່ງ ເພື່ອໃຫ້ເປັນຕົວແບບດ້ານການຄຸ້ມຄອງສິ່ງແວດລ້ອມທີ່ດີ ແລະ ສ້າງບົດແນະນຳກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອ ຂອງໂຮງງານອຸດສາຫະກຳປຸງແຕ່ງ.
ກອງປະຊຸມມື້ນີ້ ໄດ້ຮັບຟັງ ແລະ ຮຽນຮູ້ກ່ຽວກັບລະບຽບການຄຸ້ມຄອງສິ່ງແວດລ້ອມ ແລະ ສິ່ງເສດເຫຼືອຂອງໂຮງງານອຸດສາຫະກຳປຸງແຕ່ງ ແລະ ລະບົບຖານຂໍ້ມູນການຂົນສົ່ງສິ່ງເສດເຫຼືອ ຫຼື ເອີ້ນວ່າ Waste Manifest System ຊຶ່ງເປັນລະບົບທີ່ໃຊ້ໃນຫຼາຍປະເທດ ເພື່ອການຕິດຕາມ ແລະ ເກັບກຳຂໍ້ມູນສິ່ງເສດເຫຼືອຂອງໂຮງງານອຸດສາຫະກຳປຸງແຕ່ງ ທີ່ກົມອຸດສາຫະກຳ ໄດ້ສົບທົບກັບ ສູນອີແມັກ, ມະຫາວິທະຍາໄລແຫ່ງຊາດ ແລະ ບໍລິສັດສະຫວັນອີເອັມຊີ ພ້ອມກັນສ້າງ ແລະ ພັດທະນາລະບົບດັ່ງກ່າວນີ້ຂຶ້ນມາ ເພື່ອສະໜອງໃຫ້ຜູ້ປະກອບການໄດ້ນຳໃຊ້ ເພື່ອລາຍງານຂໍ້ມູນດ້ານສິ່ງເສດເຫຼືອຂອງໂຮງງານຕົນ ໂດຍຜ່ານທາງອອນລາຍ.
ຂ່າວ: ໄພວັນ
ພາບ: ສູນທອງ