ເປີດງານວາງສະແດງວຽງຈັນ ອີໂຄ້ ມໍໂຕເອັກໂປຣ 2025
By ໄພວັນ On 24 Mar, 2025 At 11:01 AM | Categorized As ຂ່າວສຳຄັນ | With 0 Comments

3

ໃນວັນທີ 21 ມີນາ 2025 ທີ່ສູນການຄ້າລາວໄອເຕັກ ຫຼັງເກົ່າ ໄດ້ມີການຈັດງານ Vientiane Eco Motor EXPO 2025 ຂຶ້ນໂດຍການຈັດຂຶ້ນລະຫວ່າງ ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສະຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດ ອີລີເກັ້ນ ອີເວັ້ນ ຈຳກັດຜູ້ດຽວ ເຂົ້າຮ່ວມຂອງທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ທ່ານ ສຸພາວັນ ຂັນແກ້ວ ຮອງອຳນວຍການ ບໍລິສັດ ອີລີເກັ້ນ ອີເວັ້ນ ຈຳກັດຜູ້ດຽວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ໂຕແທນຄ້າຍລົດເຂົ້າຮ່ວມ.

DSC_1883.jpg3

ທ່ານ  ສຸພາວັນ ຂັນແກ້ວ ກ່າວວ່າ: ງານ Vientiane Eco Motor EXPO 2025 ຈັດຂື້ນເປັນຄັ້ງທຳອິດ ພາຍໃຕ້ແນວຄິດ ການສົ່ງເສີມ ແລະ ໂຄສະນາການນໍາໃຊ້ລົດໄຟຟ້າ ເທັກໂນໂລຊີ ນະວັດຕະກຳລົດ ກ້າວສູ່ອະນາຄົດ ໃນລະຫວ່າງວັນທີ 22 – 30 ມິນາ 2025 ທີ່ ສູນວາງສະແດງສິນຄ້າ ລາວ – ໄອເຕັກ ນະຄອນຫຼວງວຽງຈັນ.

ທ່ານກ່າວວ່າ: ຈຸດປະສົງຂອງການຈັດງານຄັ້ງນີ້:   ເພື່ອເປັນການສົ່ງເສີມການຂາຍ ແລະ ໂຄສະນາການນໍາໃຊ້ລົດທີ່ມີການຜະລິດອອກມາໃໝ່, ມີຄວາມທັນສະໄໝ ທີ່ເປັນລະບົບໄຟຟ້າ ແລະ ລວບລວມເອົາທຸກພາກສ່ວນທີ່ຕິດພັນກັບອຸດສາຫະກໍາ ລົດເຂົ້າມາໂຄສະນາ ຊຶ່ງເນັ້ນໃສ່ປະເພດລົດໄຟຟ້າເປັນຫລັກ ຕາມທີ່ນະໂຍບາຍສົ່ງເສີມ ຂອງລັດຖະ ບານ ໃຫ້ຫັນມານຳໃຊ້ລົດໄຟຟ້າໃຫ້ຫລາຍຂຶ້ນ ພາຍໃນງານໄດ້ມີການວາງສະແດງລົດຍົນ ແລະ  ຈໍາໜ່າຍສິນຄ້າຫຼາກຫຼາຍຄ້າຍລົດຫລາຍກວ່າ 23 ຄ້າຍ ລວມຈຳນວນ 40 ຫ້ອງ. ນອກນັ້ນ ຍັງມີສິນຄ້າໂອດອບ ແລະ ສິນຄ້າທ່າແຮງຂອງລາວ ຈຳນວນ 20 ຫ້ອງ  ນອກນັ້ນມີກິດຈະກຳ  ສຳລັບລູກຄ້າທີ່ຈອງລົດພາຍໃນງານ  10 ຫ້ອງທຳອິດ ຈະມີສິດພິເສດ  ຕິດລາຍສະຕິກເກີ ແລະ ຕົບແຕ່ງລໍ້ແມັກ, ໃນແຕ່ລະມື້ ຈະມີການແຈກລາງວັນ ຫລາຍກວ່າ 6 ຢ່າງ ໃນ 500 ຄັນທຳອິດ ແລະ 30 ຄັນ ທຳອິດເຊັ່ນ: ນໍ້າຫອມລົດ, ນໍ້າຢາລ້າງລົດ, ບັດເຄືອແກ້ວລົດ ແລະ ອື່ນໆຫລາກຫລາຍ, ພາຍໃນງານຍັງມີການລຸ້ນລາງວັນ ລົດຈັກໄຟຟ້າ ຈຳນວນ 10 ຄັນ, ຕູ້ເຢັນ ຈຳນວນ 20 ໜ່ວຍ, ກະເປົາເດີນທາງຈຳນວນ 20 ໜ່ວຍ, ສໍາລັບຜູ້ເຂົ້າຮ່ວມຫລິ້ນກິດຈະກໍາ ພາຍໃນງານ ແລະ ທາງເພຈຈະໄດ້ຮັບ ຕຸກກະຕາ limited edition  ສະເພາະງານ 1.000 ຕົວ, ສາຍຫ້ອຍ limited edition  ສະເພາະງານ 500 ຕົວ ອື່ນໆ ອີກຢ່າງຫຼວງຫຼາຍ.

DSC_1949.jpg3

ທ່ານ ຈັນສະໝອນ ສີສະອາດ ກ່າວວ່າ: ໃນປະຈຸບັນ ອຸດສາຫະກຳລົດຍົນ ໄດ້ມີວິວັດທະນາການ ແລະ ພັດທະນາໃນແຕ່ລະໄລຍະ ຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ສາມາດຮອງຮັບຄວາມຕ້ອງການຂອງຜູ້ຊົມໃຊ້ ກໍຄືຕອບສະໜອງຄວາມຕ້ອງການຂອງຕະຫຼາດ ນັບມື້ຍິ່ງມີຄວາມທັນສະໄໝ ມີຫຼາກຫຼາຍສິ່ງອຳນວຍຄວາມສະດວກ, ມີທັງການປະຫຍັດນໍ້າມັນ, ການນຳໃຊ້ໄຟຟ້າ, ການປະສົມປະສານລະຫວ່າງການນຳໃຊ້ນຳມັນ ແລະ ໄຟຟ້າ, ກ້າວໄປເຖິງ ການນຳໃຊ້ພະລັງງານໄຮໂດຣເຈນ ແລະ ແສງຕາເວັນ ໃນອະນາຄົດ. ຢ່າງໃດກໍຕາມ, ສິນຄ້າ ລົດຍົນ ຖືເປັນສີນຄ້າມີມູນຄ່າສູງ ແລະ ທັງເປັນສິ່ງຈຳເປັນໃນລະບົບເສດຖະກິດ, ກິດຈະວັດປະຈຳວັນ, ການເດີນທາງ, ຜູ້ຊົມໃຊ້ ກ່ອນຈະຕັດສິນໃຈເລືອກ ໃຫ້ມີການສຶກສາຂໍ້ມູນໃຫ້ລະອຽດ ເຊິ່ງພາຍໃນງານຂອງພວກເຮົາ ທາງຄະນະຈັດງານ ກໍສາມາດໃຫ້ຄວາມຊ່ວຍເຫຼືອ ສະໜອງຂໍ້ມູນ ແລະ ໃຫ້ຄຳປຶກສາແນະນຳ.

ຂ່າວ-ພາບ: ໄພວັນ

About -