ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ບໍລິສັດ ທິລລິກິ ແອນ ກິບບິນສ໌ລາວ ຈຳກັດ, ຈັດກອງປະຊຸມສໍາມະນາ ກ່ຽວກັບການບັງຄັບໃຊ້ສິດຊັບສິນທາງປັນຍາ ແລະ ການຈໍາແນກສິນຄ້າຂອງແທ້-ຂອງປອມ ໃນລະຫວ່າງວັນທີ 25-26 ມີນາ 2025. ທີ່ຫ້ອງປະຊຸມຊັ້ນ 05, ສໍານັກງານ SMEs ກະຊວງ ອຄ, ໂດຍການເປັນປະທານຂອງ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ນາງ ປິດສະໜາ ສັງວັນນະ ຜູ້ອໍານວຍ ບໍລິສັດ ທິລລິກິ ແອນ ກິບບິນສ໌ລາວ ຈຳກັດ.
ໃນກອງປະຊຸມຄັ້ງນີ້ ມີທ່ານ ໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວໜ້າກົມຊັບສິນທາງປັນຍາຜູ້ຊີ້ນໍາວສຽກງາແກ້ໄຂຂໍ້ຂັດແຍ່ງທາງດ້ານຊັບສິນທາງປັນຍາ, ມີຕົວແທນຈາກບັນດາອົງການຕ່າງໆເຂົ້າຮ່ວມ ເຊັ່ນ: ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ກົມກວດກາ, ກົມພາສີ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ສູນແກ່ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ທະນາຍຄວາມຈາກປະເທດໄທ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ, ພະນັກງານກົມຊັບສິນທາງປັນຍາ ແລະ ບັນດາບໍລິສັດຕົວແທນເຂົ້າຮ່ວມ.
ທ່ານ ໄຊສົມເພັດ ນໍລະສິງ ກ່າວວ່າ: ການສຳມະນາໃນຄັ້ງນີ້ ໄດ້ຈັດຂື້ນເປັນຄັ້ງທີ 2 ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ໃນການຈໍາແນກສິນຄ້າຂອງແທ້ ຂອງປອມຈາກເຈົ້າຂອງສິດຊັບສິນທາງປັນຍາ ລວມທັງຮັບຟັງຂັ້ນຕອນການຈັດຕັ້ງປະຕິບັດການແກ້ໄຂຂໍ້ຂັດແຍ່ງທາງດ້ານຊັບສິນທາງປັນຍາ ຈາກບັນດາເຈົ້າໜ້າທີ່ທີ່ໄດ້ຈັດຕັ້ງປະຕິບັດວຽກງານຕົວຈິງເຊັ່ນ: ໄອຍະການ, ສານ, ຕໍາຫຼວດເສດຖະກິດ, ພາສີ, ເຈົ້າໜ້າທີກວດກາການຄ້າ ແລະ ເຈົ້າໜ້າທີ່ແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ. ນອກຈາກນີ້, ຍັງມີການແລກປ່ຽນບົດຮຽນ ແລະ ປະສົບການການຈັດຕັ້ງປະຕິບັດໂຕຈິງຈາກເຈົ້າໜ້າທີ່ ໄອຍະການ, ທະນາຍຄວາມ, ເຈົ້າຂອງສິດຊັບສິນທາງປັນຍາ ຈາກປະເທດໄທ ໃນຂັ້ນຕອນການຈັດຕັ້ງປະຕິບັດການດໍາເນີນການການການຕ້ານ ແລະ ສະກັດກັ້ນການລະເມີດສິດຊັບສິນທາງປັນຍາ.
ການສຳມະນາຄັ້ງນີ້ ຈະດຳເນີນເປັນເວລາ 2 ວັນ ຊຶ່ງໃນມື້ທໍາອິດບັນດາທ່ານ ຈະໄດ້ຮັບຟັງ ຂັ້ນຕອນການດໍາເນີນການຈັດຕັ້ງປະຕິບັດຕົວຈິງຈາກກົມຊັບສີນທາງປັນຍາ, ຂັ້ນຕອນການກວດກາ ແລະ ແກ້ໄຂການແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ຈາກເຈົ້າໜ້າທີ່ແຂ່ງຂັນທາງທຸລະກິດ, ການສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ ຈາກເຈົ້າໜ້າທີ່ພາສີ, ຂັ້ນຕອນການດໍາເນີນຄະດີອາຍາຂອງເຈົ້້າໜ້າທີ່ຕຳຫຼວດ ກ່ຽວກັບການລະເມີດສິດຊັບສິນທາງປັນຍາ, ຂັ້ນຕອນການດໍາເນີນການຂອງອົງການໄອຍະການປະຊາຊົນສູງສຸດ ໃນການແກ້ໄຂວຽກງານຊັບສິນທາງປັນຍາ, ຂັ້ນຕອນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ດ້ວຍຮູບການໄກ່ເກ່ຍ ແລະ ຕັດສິນ ຈາກສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ໃນມື້ທີ 2 ຈະໄດ້ຮັບຟັງການແລກປ່ຽນບົດຮຽນການຈັດຕັ້ງປະຕິບັດໂຕຈິງຈາກທະນາຍຄວາມອາວຸໂສແຫ່ງປະເທດໄທ ແລະ ຫຸ້ນສ່ວນ ທິລລິກິ ແອນ ກິບບິນສ໌, ຮັບຟັງການປົກປ້ອງສິດຂອງນັກພັນພືດໃໝ່ ແລະ ການປົກປ້ອງແບນໃນ ສປປ ລາວ ແລະ ການຈໍາແນກສິນຄ້າຂອງແທ້ຂອງປອມຈາກຕົວແທນເຈົ້າຂອງເຄື່ອງໝາຍການຄ້າ “JTEKT” “Kubota”, “Canon”, “ PMI”, “Bath and Body work”.
ທ່ານ ຫົວໜ້າກົມ ໄດ້ກ່າວຕື່ມອີກວ່າ: ການສໍາມະນາໃນຄັ້ງນີ້ ເປັນບາດກ້າວໜຶ່ງທີ່ສໍາຄັນໃນການ ກະຕຸກຊຸກຍູ້ສົ່ງເສີມ ຕາມວິໄສທັດຂອງກົມຊັບສິນທາງປັນຍາ ໃນການສ້າງຄວາມເຂັ້ມແຂງໃຫ້ກັບເຈົ້າໜ້າທີ່, ການສ້າງຄວາມຮັບຮູ້ວຽກງານຊັບສີນທາງປັນຍາ ໃຫ້ສັງຄົມຮັບຊາບ, ໃນການສົ່ງເສີມຫົວຄິດປະດິດສ້າງ ແລະ ການປົກປ້ອງການປະດິດຄິດສ້າງທາງດ້ານຊັບສີນທາງປັນຍາ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍທີ່ວາງໄວ້ ແລະ ຍັງເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ ສາກົນ ແລະ ເຈົ້າຂອງສິດຊັບສິນທາງປັນຍາ ໃນການຈົດທະບຽນປົກປ້ອງສິດຊັບສິນທາງປັນຍາ ຢູ່ໃນ ສປປ ລາວ ເພີ່ມຂື້ນ ພ້ອມທັງເປັນການສ້າງມູນຄ່າເພີ່ມໃຫ້ແກ່ ສິນຄ້າ, ຜະລິດຕະພັນ, ທຸລະກິດພາຍໃນປະເທດໃຫ້ນັບມື້ນັບມີຄວາມເຂັ້ມແຂງຂື້ນເທື່ອລະກ້າວ ແລະ ຫັນມາຊົມໃຊ້ສິນຄ້າພາຍໃນປະເທດ ທີ່ໄດ້ຮັບມາດຕະຖານທຽບເທົ່າສາກົນ. ຊຶ່ງໃນບັນດາປະເທດທີ່ພັດທະນາແລ້ວ ຍັງນໍາໃຊ້ຊັບສິນທາງປັນຍາ ເປັນຫຼັກຊັບໃນການຄໍ້າປະກັນທະນາ ຄານ ໃນການປ່ອຍສິນເຊື່ອ ແລະ ເປັນເຄື່ອງມືສ້າງມູນຄ່າເພື່ມໃຫ້ກັບທຸລະກິດ ອີກດ້ວຍ.
ທ່ານ ນາງ ປິດສະໜາ ສັງວັນນະ ໄດ້ມີຄໍາເຫັນໃນກອງປະຊຸມ ທ່ານກ່າວວ່າ: ປັດຈຸບັນ ບັນຫາເລື່ອງການລະເມີດຊັບສິນທາງປັນຍາ ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ເປັນບັນຫາສໍາຄັນ ລະຫວ່າງປະເທດ ໄລຍະທີ່ຜ່ານມາພາກລັດ ໄດ້ ກໍານົດນະໂຍບາຍແກ້ໄຂບັນຫາ ດັ່ງກ່າວ ຢ່າງຕໍ່ເນື່ອງ ແລະ ໃຫ້ຄວາມສໍາຄັນໃນການພັດທະນາລະບົບຊັບສິນທາງປັນຍາມາໂດຍຕະຫຼອດ ສໍາລັບບັນຫາການລະເມີດຊັບສິນທາງປັນຍາ ມີຄວາມຈໍາເປັນຕ້ອງມີການປະສານຄວາມຮ່ວມມືລະຫວ່າງ ພາກລັດ ແລະ ພາກເອກະຊົນ ໃນການປາບປາມສິນຄ້າລະເມີດຊັບສິນທາງປັນຍາ, ດັ່ງນັ້ນ ການຝືກອົບຮົມວັນນີ້ ຖືເປັນໜຶ່ງຄວາມຮ່ວມມືລະຫວ່າງລັດ ແລະ ເອກະຊົນ ເພື່ອຊ່ວຍກັນປ້ອງກັນ ແລະ ສະກັດກັ້ນສິນຄ້າລະເມີດຊັບສິນທາງປັນຍາ.
ຂ່າວ-ພາບ: ໄພວັນ