ໃນວັນທີ 27 ມີນາ 2025, ທີ່ ໂຮງແຮມດັບເບິນທີ ບາຍຮິວຕັນ, ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຈັດງານສຳມະນາ “ການສົ່ງເສີມລະບົບຈົດທະບຽນ ຊັບສິນທາງປັນຍາອາຊຽນ” ASEAN Intellectual Property Register, ໂດຍການສະໜັບສະໜູນຂອງ ອົງການຊັບສິນທາງປັນຍາໂລກ WIPO, ໂດຍການເປັນປະທານຂອງ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ນ. ທິຕາພາ ວັດທະນະພຸດທິໄພສານ, ຫົວໜ້າສຳນັກງານ ອົງການຊັບສິນທາງປັນຍາໂລກ ປະຈໍາສິງກະໂປ, ເຂົ້າຮ່ວມເປັນປະທານ ຜ່ານກອງປະຊຸມທາງໄກ ອອນລາຍ.
ໃນງານສໍາມະນາຄັ້ງນີ້ມີທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ, ມີນັກວິທະຍາ ກອນຈາກ WIPO ເຂົ້າຮ່ວມອອນລາຍ, ມີຜູ້ຕາງໜ້າຈາກ ກົມສົ່ງເສີມການຄ້າ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ, ຜູ້ປະກອບການ ໂອດ໋ອບ, ບໍລິສັດ ຕົວແທນ, ບໍລິສັດ ອອກແບບ ແລະ ນັກສຶກສາ ເຂົ້າຮ່ວມ.
ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ໄດ້ກ່າວເປີດງານສຳມະນາໃນຄັ້ງນີ້ ທ່ານກ່າວວ່າ: ໃນສະພາບແວດລ້ອມດ້ານທຸລະກິດ ທີ່ມີການພັດທະນາຢ່າງວ່ອງໄວໃນປະຈຸບັນ, ຊັບສິນທາງປັນຍາ ບໍ່ພຽງແຕ່ເປັນຊັບສິນທີ່ໄດ້ຮັບການປົກປ້ອງ ທາງດ້ານກົດໝາຍເທົ່ານັ້ນ, ແຕ່ມັນໄດ້ກາຍມາເປັນພື້ນຖານຂອງຍຸດທະສາດດ້ານທຸລະກິດ ໂດຍສະເພາະ ໃນພາກພື້ນອາຊຽນ ຂອງພວກເຮົາ. ໃນຂະນະທີ່ທຸລະກິດ ມີການສ້າງສັນສິ່ງໃໝ່ໆ, ຄວາມຕ້ອງການດ້ານລະບົບຊັບສິນທາງປັນຍາ ທີ່ເຂັ້ມແຂງ ແລະ ມີປະສິດທິພາບ ກໍຍິ່ງມີຄວາມຈໍາເປັນ ແລະ ເປັນສິ່ງທີ່ຮີບດ່ວນທີ່ສຸດ. ອາຊຽນ, ໃນຖານະທີ່ເປັນປະຊາຄົມເສດຖະກິດ, ມີຈຸດພິເສດທີ່ຈະໄດ້ຮັບຜົນປະໂຫດຈາກຍຸດທະສາດດ້ານຊັບສິນທາງປັນຍາ ທີ່ຂັບເຄື່ອນດ້ວຍຖານຂໍ້ມູນ ແລະ ລະບົບຈົດທະບຽນຊັບສິນທາງປັນຍາອາຊຽນ ແມ່ນໃຈກາງສຳຄັນສຳລັບວິໄສທັດນີ້.
ລະບົບຈົດທະບຽນຊັບສິນທາງປັນຍາອາຊຽນ ສະແດງໃຫ້ເຫັນເຖິງບາດກ້າວອັນສຳຄັນ ເພື່ອກ້າວໄປສູ່ການເຊື່ອມໂຍງພາກພື້ນ ແລະ ລະບົບຊັບສິນທາງປັນຍາ ທີ່ເປັນອັນໜຶ່ງດຽວກັນ ລະຫວ່າງ ບັນດາປະເທດສະມາຊິກ. ໂດຍການສ້າງການຈົດທະບຽນຊັບສິນທາງປັນຍາ ທີ່ເປັນສູນກາງ ແລະ ເປັນລະບົບ, ຈະເຮັດໃຫ້ລະບົບການຈົດທະບຽນຊັບສິນທາງປັນຍາ ມີຄວາມໂປ່ງໃສ, ມີປະສິດພາບ ແລະ ສາມາດເຂົ້າເຖິງໄດ້ ສຳລັບທຸກຂະໜາດວິສາຫະກິດ. ລະບົບດັ່ງກ່າວນີ້ ບໍ່ພຽງແຕ່ສະໜອງກົນໄກ ໃນການປົກປ້ອງນະວັດຕະກໍາ ແຕ່ຍັງຈະເປັນແນວທາງໃຫ້ບັນດາຫົວໜ່ວຍທຸລະກິດ ກໍານົດຍຸດທະສາດໃນການຄຸ້ມຄອງຊັບສິນທາງປັນຍາ ດ້ວຍການນໍາໃຊ້ລະບົບຂໍ້ມູນ.
ທ່ານ ກ່າວຕື່ມອີກ ວ່າ: ຂໍ້ມູນ ແລະ ເຕັກໂນໂລຊີ ສາມາດສ້າງຍຸດທະສາດດ້ານຊັບສິນທາງປັນຍາຢູ່ອາຊຽນ ໄດ້ແນວໃດ. ໃນຍຸກດິຈິຕ໋ອນ ໄດ້ນໍໍາເອົາຂໍ້ມູນອັນຫຼວງຫຼາຍມາໃຫ້ພວກເຮົາ ແລະ ຖ້ານໍາໃຊ້ຂໍ້ມູນເຫຼົ່ານັ້ນໃຫ້ຖືກວິທີ ກໍຈະເປັນປະໂຫຍດຢ່າງຍິ່ງສຳລັບບັນດາຫົວໜ່ວຍທຸລະກິດ ເພື່ອຊອກຄົ້ນ ການປົກປ້ອງ, ການນໍາໃຊ້ ແລະ ຕໍ່ຍອດຊັບສິນທາງປັນຍາ. ໂດຍການນໍາໃຊ້ຖານຂໍ້ມູນດັ່ງກ່າວ, ບັນດາບໍລິສັດ ສາມາດໄດ້ຮັບຄວາມຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບ ຄ່ານິຍົມຂອງຕະຫຼາດ, ຕິດຕາມຄ່ານິຍົມດ້ານຊັບສິນທາງປັນຍາ ແລະ ຊ່ວຍການຕັດສິນໃຈ ທີ່ຈະເຮັດໃຫ້ທຸລະກິດປະສົບຜົນສຳເລັດ.
ນີ້ບໍ່ພຽງແຕ່ເປັນປະໂຫຍດ ສຳລັບບໍລິສັດໃດໜຶ່ງເທົ່ານັ້ນ, ແຕ່ຍັງເປັນການສ້າງລະບົບຊັບສິນທາງປັນຍາ ໃຫ້ເຂັ້ມແຂງ, ເຕີບໃຫຍ່ ແລະ ມີນະວັດຕະກໍາ ສຳລັບພາກພື້ນອາຊຽນ. ໂດຍຊຸກຍູ້ການຮ່ວມມື ແລະ ແລກປ່ຽນຄວາມຮູ້ໃຫ້ຫຼາຍຂຶ້ນ, ພວກເຮົາສາມາດເລັ່ງສ້າງນະວັດຕະກໍາ, ປົກປ້ອງຄວາມຄິດສ້າງສັນ ແລະ ສ້າງຈຸດຍືນຂອງອາຊຽນ ໃນຖານະຜູ້ນໍາດ້ານຊັບສິນທາງປັນຍາລະດັບໂລກ.
ໃນງານສໍາມະນາມື້ນີ້ ນັກສໍາມະນາກອນຈະໄດ້ຮຽນຮູ້ ກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ການແນະນໍາ ລະບົບການສົ່ງເສີມແຫຼ່ງຂໍ້ມູນຈົດທະບຽນ ຊັບສິນທາງປັນຍາອາຊຽນ ASEAN IP Register, ການບໍລິການຂໍ້ມູນຂອງ ລະບົບຈົດທະບຽນຊັບສິນທາງປັນຍາອາຊຽນ (ASEAN IP Register), ຍຸດທະສາດຊັບສິນທາງປັນຍາ ທີ່ຂັບເຄື່ອນດ້ວຍຂໍ້ມູນ: ການນໍາໃຊ້ຂໍ້ມູນຊັບສິນທາງປັນຍາ ເພື່ອສ້າງຍຸດທະສາດດ້ານຊັບສິນທາງປັນຍາສຳລັບອຸດສາຫະກຳອາຫານ ແລະ ເຄື່ອງດື່ມ, ພ້ອມນັ້ນ ຍັງມີກິດຈະກຳ ແລະ ສົນທະນາແລກປ່ຽນ ອີກດ້ວຍ.
ຂ່າວ-ພາບ: ສູນທອງ