ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຈັດງານສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ປະຈໍາປີ 2025 ໃນວັນທີ 26 ເມສາ 2025 ທີ່ ສູນການຄ້າພາກຊັນ, ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຜູ້ຊີ້ນຳກົມຊັບສິນທາງປັນຍາ, ມີ ທ່ານ Dong Ho Kim, ຮອງປະທານອົງການຮ່ວມມືສາກົນຂອງ ສ. ເກົາຫຼີ (KOICA).
ໃນງານຄັ້ງນີ້ ມີທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ, ບັນດາທ່ານ ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາລາວ, ມີບັນດາທ່ານ ຫົວໜ້າ, ຮອງຫົວໜ້າ, ຫ້ອງການ, ກົມ, ສະຖາບັນ, ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ, ຕາງໜ້າຈາກກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແລະ ບັນດາທ່ານແຂກຜູ້ທີ່ຖືກເຊີນ, ຜູ້ປະດິດສ້າງ, ປະດິດຄິດແຕ່ງ, ຜູ້ປະກອບການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຄ ໄດ້ກ່າວເປີດງານສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ 26 ເມສາ ປະຈໍາປີ 2025, ພາຍໃຕ້ຄໍາຂວັນທີ່ວ່າ ” ຊັບສິນທາງປັນຍາ ແລະ ດົນຕີ: ເພີດເພີນໄປກັບຈັງຫວະຂອງ ຊັບສີນທາງປັນຍາ” (IP and music: Feel the beat of IP)”. ຢ່າງເປັນທາງການ ທ່ານ ກ່າວວ່າ: ນັບແຕ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກອົງການຊັບສິນທາງປັນຍາໂລກ ເລີ້ມແຕ່ປີ 1995 ເປັນຕົ້ນມາ. ໃນທຸກໆປີ ພວກເຮົາກໍ່ໄດ້ມີການຈັດງານສະເຫຼີມສະຫຼອງວັນດັ່ງກ່າວ, ເຊິ່ງໃນປີນີ້ ກໍ່ໄດ້ຈັດຂື້ນເປັນເວລາ 01 ວັນ ຄືໃນວັນທີ 26 ເມສາ 2025 ພໍດີແມ່ນວັນຊັບສິນທາງປັນຍາໂລກ ຊຶ່ງໄດ້ໝູນວຽນບັນຈົບຄົບຮອບ 25 ປີ, ໃນປີ 2025 ນີ້ ສປປ ລາວ ໄດ້ພ້ອມກັບບັນດາປະເທດສະມາຊິກ ອົງການຊັບສິນທາງປັນຍາໂລກ ພ້ອມກັນຈັດການສະເຫຼີມສະ ຫຼອງວັນດັ່ງກ່າວຂື້ນ.
ໃນງານສະເຫລີມສະຫຼອງຄັ້ງນີ້ ຄະນະຈັດຕັ້ງພິທີ ໄດ້ຈັດກິດຈະກຳເວທີສົນທະນາ ຫົວຂໍ້: ສິດຂອງສິລະປິນ ຕໍ່ຜົນງານເພງ; ການນຳສະເໜີ ກ່ຽວກັບການສ້າງຕັ້ງອົງການລິຂະສິດລວມໝູ່ ແລະ ການຊົມການສະແດງສິນລະປະ, ທີ່ຕິດພັນກັບຫົວຂໍ້ຂອງງານນີ້ ຊຶ່ງບັນດາກິດຈະກຳຕ່າງໆ ແມ່ນເພື່ອເຜີຍແຜ່ວຽກງານຊັບສິນທາງປັນຍາ ໃຫ້ແກ່ສາທາລະນະຊົນ ໂດຍສະເພາະ ບັນດານັກປະພັນ, ນັກສິນລະປິນຂອງລາວ ເພື່ອໃຫ້ເຫັນເຖິງຄວາມສໍາຄັນຂອງການນໍາໃຊ້ຊັບສິນທາງປັນຍາ ໃນການປົກປ້ອງຜົນງານລິຂະສິດ ແລະ ການສ້າງມູນຄ່າທາງເສດຖະກິດໃຫ້ແກ່ຜົນງານຜູ້ປະດິດຄິດແຕ່ງ. ສະນັ້ນ, ຜູ້ເຂົ້າຮ່ວມພາຍໃນງານ ຈະໄດ້ຄວາມຮູ້ ຄວາມເຂົ້າໃຈ ໃນເວທີສົນທະນາ ກ່ຽວກັບຊັບສິນທາງປັນຍາ ດ້ານວຽກງານລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຕໍ່ຜົນງານທາງດ້ານດົນຕີ ເພື່ອກ້າວໄປເຖີງ ການກະກຽມສ້າງຕັ້ງອົງການລິຂະສິດແບບລວມໝູ່ ຂອງປະເທດເຮົາ.
ທ່ານ ຮອງລັດຖະມົນຕີ ໄດ້ກ່າວຕື່ມອີກວ່າ: ງານສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກນີ້ ແມ່ນເພື່ອສ້າງຈິດສໍານຶກ ໃຫ້ແກ່ສັງຄົມ ເຂົ້າໃຈ ພາລະບົດບາດ ແລະ ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ, ຕໍ່ການພັດທະນາເສດຖະກິດ-ສັງຄົມ, ພ້ອມກັນນັ້ນ ກໍຍັງເປັນການສະແດງຄວາມເຄົາລົບ ແລະ ຄວາມຍ້ອງຍໍສັນລະເສີນຕໍ່ຜົນງານ ແລະ ພູມປັນຍາຂອງບັນດານັກຄົ້ນຄວ້າ, ນັກປະດິດສ້າງ ແລະ ນັກປະດິດຄິດແຕ່ງ ເພື່ອຊຸກຍູ້ສົ່ງເສີມ ການພັດທະນາຂອງມວນມະນຸດ, ການຄົ້ນຄວ້າ-ພັດທະນາ ແລະ ການຖ່າຍທອດເຕັກໂນໂລຊີ ຈາກປະເທດທີ່ພັດທະນາແລ້ວ ໄປສູ່ບັນດາປະເທດທີ່ກຳລັງພັດທະນາ ອີກດ້ວຍ
ຂ່າວ-ພາບ: ໄພວັນ