ກາເຟດາວຂະຫຍາຍຕະຫຼາດສູ່ ສສ ຫວຽດນາມ
By Bounam chittanavong On 25 Mar, 2014 At 02:54 PM | Categorized As ຂ່າວສຳຄັນ | With 0 Comments

ກຸ່ມບໍລິສັດ ດາວເຮືອງ ໄດ້ເຊັນສັນຍາຮ່ວມທຸລະກິດກັບບໍລິສັດຮຸ້ນສ່ວນຈໍາໜ່າຍ ບລູສະຕາ (Blue Star) ຂອງ ສສ ຫວຽດນາມ ເພື່ອເປັນການສ້າງເຄື່ອງໝາຍການຄ້າກາເຟດາວໃຫ້ມີຊື່ສຽງກວ່າເກົ່າ ທັງເປັນການຂະຫຍາຍຕະຫຼາດ ຈໍາໜ່າຍກາເຟດາວຢູ່ ສສ ຫວຽດນາມ. ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ມີນາ 2014 ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ ຕາງໜ້າໃຫ້ຝ່າຍກຸ່ມບໍລິສັດດາວເຮືອງແມ່ນ ທ່ານ ນາງ ບຸນເຮືອງ ລິດດັງ ຮອງປະທານກຸ່ມບໍລິສັດດາວເຮືອງ ແລະ ຕາງໜ້າໃຫ້ຝ່າຍບໍລິສັດຮຸ້ນສ່ວນຈໍາໜ່າຍ ບລູສະຕາ (Blue Star) ແມ່ນ ທ່ານ ເຈິ່ນຊວນດີ້ງ ຜູ້ອໍານວຍການໃຫຍ່ ໂດຍມີ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ, ທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງໆ ຈໍາປາສັກ, ທ່ານ ເລ ຮ່ວາງກວັນ ປະທານຄະນະກໍາມະການສະພາປະຊາຊົນນະຄອນໂຮ່ຈິມິນ, ມີປະທ່ານກຸ່ມບໍລິສັດດາວເຮືອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ກ່າວໃນພິທີວ່າ: ການເຊັນສັນຍາໃນຄັ້ງນີ້ເປັນນິມິດໝາຍອັນສໍາຄັນໃນການຂະຫຍາຍເຄືອຂ່າຍທາງດ້ານການຄ້າອອກສູ່ປະເທດເພື່ອນບ້ານກໍ່ຄືສາກົນຂອງຜະລິດຕະພັນທີມີຄຸນນະພາບ ແລະ ມາດຕະຖານຂອງ ສປປ ລາວ ພ້ອມນີ້ຍັງເປັນການເສີ່ມສ້າງການຮ່ວມມືດ້ານທຸລະກິດລະຫວ່າງສອງປະເທດໃຫ້ນັບມື້ນັບຂະຫຍາຍຕົວສູງຂຶ້ນອັນຈະເປັນພື້ນຖານທີດີໃຫ້ແກ່ການກະກຽມຄວາມພ້ອມເຂົ້າສູ່ປະຊາຄົມເສດຖະກິດອາຊຽນໃນປີ 2015 ແລະ ໃນຂະນະດຽວກັນກໍ່ຈະເຮັດໃຫ້ຄາດໝາຍຂອງລັດຖະບານທັງສອງວ່າດ້ວຍການຮ່ວມມືທາງດ້ານການຄ້າສາມາດຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.