ຊາ ແລະ ກາເຟ ຈະເປັນສິນຄ້າສົ່ງອອກຫຼັກຂອງຜົ້ງສາລີ
By sonsathit rasavong On 4 Apr, 2014 At 09:23 AM | Categorized As ຂ່າວພາຍໃນ | With 0 Comments

ກາເຟ ເປັນສິນຄ້າກະສິກຳສົ່ງອອກຫຼາຍທີ່ສຸດໃນແຂວງພາກໃຕ້ຂອງລາວເປັນຕົ້ນແຂວງຈຳປາສັກ ເນື່ອງຈາກມີອຸນຫະພູມເໝາະແກ່ການປູກ. ນອກຈາກນີ້, ຍັງມີແຂວງຜົ້ງສາລີເໜືອສຸດຂອງປະເທດທີ່ມີອຸນຫະພູມ ແລະ ເນື້ອທີ່ໆເໝາະສົມຕໍ່ການປູກກາເຟແລ້ວຍັງເໝາະແກ່ການປູກຊາອີກ. ປັດຈູບັນທົ່ວແຂວງມີເນື່ອທີ່ປູກຊາ 2.046 ເຮັກຕາ ແລະ ກາເຟ 1.259 ເຮັກຕາ ເຊິ່ງເປັນສິນຄ້າທ່າແຮງຂອງຜົ້ງສາລີສຸມໃສ່ຜະລິດເພື່ອເປັນສິນຄ້າສົ່ງອອກ.

ອີງຕາມບົດລາຍງານຂອງພະແນກແຜນການ ແລະ ການລົງທຶນຂອງແຂວງຜົ້ງສາລີໃຫ້ຮູ້ວ່າ: ໃນສົກປີ 2012–2013 ຂະ ແໜງທີ່ເປັນແຮງຍູ້ຕໍ່ການເຕີບໂຕເສດຖະກິດຂອງແຂວງແມ່ນຂະແໜງກະສິກຳ-ປ່າໄມ້ ມີມູນຄ່າ 463,94 ຕື້ກີບ ເພີ່ມຂຶ້ນ 5,72 % ກວມເອົາ 43,42 % ຂອງ ຈີດີພີ. ໃນນັ້ນ, ພືດອຸດສາຫະກຳທີ່ປະຊາຊົນປູກຫຼາຍຂຶ້ນອີກ ແລະ ມີການເກັບກ່ຽວໄລຍະຍາວແມ່ນຊາ ແລະ ກາເຟ ເຊິ່ງທົ່ວແຂວງມີເນື່ອທີ່ປູກຊາ 2.046 ເຮັກຕາ ເຊິ່ງມີເນື່ອທີ່ເກັບກ່ຽວແລ້ວຈຳນວນໜຶ່ງຜົນຜະລິດໄດ້ 2.940 ໂຕນ ເທົ່າກັບ 98% ຂອງແຜນການປີ ແລະ ເນື່ອທີ່ປູກກາເຟ 1.259 ເຮັກຕາ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 1,7 ເທົ່າຕົວ ເຊິ່ງຜົນຜະລິດທັງສອງຊະນິດແມ່ນກວມເອົາເນື້ອທີ່ການປູກຝັງກະສິກຳທັງໝົດປະມານ 5,59% ຂອງຂະແໜງກະສິກຳ ແລະ ມີທ່າອ່ຽງເພີ່ມຂຶ້ນເລື້ອຍໆເນື່ອງຈາກປະຊາຊົນຫັນມາໃຫ້ຄວາມສົນໃຈປູກຫຼາຍຂຶ້ນກວ່າເກົ່າ.

ອີງຕາມການລາຍງານຂອງພະແນກອຸດສະຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ສະພາບການປູກຊາຢູ່ແຂວງຜົ້ງສາລີແມ່ນເລີີ່ມແຕ່ປີ 1999 ເປັນຕົ້ນມາ. ໃນນັ້ນ, ເມືອງຜົ້ງສາລີມີເນື້ອທີ່ປູກຊາທັງໝົດ 1.386 ເຮັກຕາ, ເມືອງບຸນເໜືອ 120 ເຮັກຕາ, ເມືອງຍອດອູ 338 ກວ່າເຮັກຕາ, ເມືອງບຸນໃຕ້ 125,9 ເຮັກຕາ, ເມືອງສຳພັນ 53 ເຮັກຕາ ແລະ ເມືອງຂວາ 22,6 ເຮັກຕາ ແລະ ມີແຜນການຈະຂະຫຍາຍເນື້ອທີ່ປູກຊາຕື່ມຢູ່ເມືອງຜົ້ງສາລີຈາກ 1.386 ເຮັກຕາ ມາເປັນ 1.552 ເຮັກຕາ ຫຼື ເພີ່ມຂຶ້ນ 166,2 ເຮັກຕາ ແລະ ເມືອງຍອດອູຈາກ 338 ມາເປັນ 343,7 ໃນສົກປີ 2014 ນີ້.

ສຳລັບໄລຍະທີ່ຊາລາຄາແພງສຸດແມ່ນສົກປີ 2007-2008 ເຊິ່ງຊາກົກນ້ອຍໃບຊາດິບແມ່ນ 8-10 ພັນກີບຕໍ່ກິໂລ, ຊາກົກໃຫຍ່ໃບຊາດິບ ລາຄາ 40-45 ພັນກີບຕໍ່ກິໂລ ແລະ ໃບຊາແຫ້ງ 70-120 ພັນກີບຕໍ່ກິໂລ. ສ່ວນສົກປີ 2013-2014 ລາຄາໃບຊາດິບກົກນ້ອຍແມ່ນ 5-8 ພັນກີບຕໍ່ກິໂລ, ໃບແຫ້ງ 35-40 ພັນກີບຕໍ່ກິໂລ ແລະ ຊາກົກໃຫຍ່ໃບດິບ 25-35 ພັນກີບຕໍ່ກິໂລ, ໃບຊາແຫ້ງ 100-120 ພັນກີບຕໍ່ກິໂລ.

ສະເພາະການປູກກາເຟທົ່ວແຂວງຜົ້ງສາລີມີເນື້ອທີ່ປູກທັງໝົດ 1.259 ກວ່າເຮັກຕາ. ໃນນັ່ນ, ເມືອງຜົ້ງສາລີ 124,51 ເຮັກຕາ, ເມືອງບຸນເໜືອ 143 ເຮັກຕາ, ເມືອງບຸນໃຕ້ 100,5 ເຮັກຕາ, ເມືອງຍອດອູ 300 ກວ່າເຮັກຕາ, ເມືອງສຳພັນ 216,9 ເຮັກຕາ, ເມືອງຂວາ 246,02 ເຮັກຕາ ແລະ ເມືອງໃໝ່ 127,6 ເຮັກຕາ. ລາຄາຄ້ຳປະກັນແມ່ນ 1.680 ກີບ/ກິໂລດິບ ແລະ ໃນ 1 ເຮັກຕາ ສາມາດເກັບຜົນຜະລິດໄດ້ປະມານ 12 ໂຕນ ຫາ 16 ໂຕນ. ສ່ວນທິດທາງຂະຫຍາຍເນື້ອທີ່ສວນກາເຟແມ່ນຈະໃຫ້ເພີ່ມຂຶ້ນ 1.676,84 ເຮັກຕາ ຈາກ 1.259,16 ເຮັກຕາ ເປັນ 2.936 ເຮັກຕາ.

ສິນຄ້າອຸດສະຫະກຳທັງສອງຊະນິດນີ້ແມ່ນສົ່ງອອກຫຼາຍ ແລະ ອະນາຄົດຈະມີການຂະຫຍາຍເນື້ອທີ່ປູກອອກອີກອັນຈະເຮັດໃຫ້ເປັນສິນຄ້າຫຼັກຂອງແຂວງ, ສຳລັບການສົ່ງຊາອອກໄປ ສປ ຈີນ ແມ່ນປະມານ 70% ແລະ ຈຳໜ່າຍພາຍໃນ ປະມານ 30% ແລະ ກາເຟສົ່ງອອກໄປຍັງ ສປ ຈີນແມ່ນ 90% ແລະ ຈຳໜ່າຍພາຍໃນ 10%.