ພິທີມອບ-ຮັບຕຶກ ກະຊວງອຸດສາຫະກໍາ ແລະ ການຄ້າຫຼັງໃໝ່
By Bounam chittanavong On 5 Jun, 2014 At 04:00 PM | Categorized As ຂ່າວສຳຄັນ | With 0 Comments

ໃນຕອນບາຍຂອງວັນທີ 4 ມີຖຸນາ 2014 ໄດ້ມີພິທີມອບ-ຮັບ ຕຶກກະຊວງອຸດສາຫະກໍາ ແລະ ການຄ້າ ຫຼັງໃໝ່ ລະຫວ່າງຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ (ເຈົ້າຂອງໂຄງການ) ກັບ ບໍລິສັດກໍ່ສ້າງ COECCO ລາວ (ຜູ້ຮັບເໝົາກໍ່ສ້າງ). ຕາງໜ້າໃນການຮັບຄັ້ງນີ້ໂດຍ ທ່ານ ສົມຫັວງ ນິນທະວົງ ຫົວໜ້າຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ, ຊຶ່ງມອບໂດຍ ທ່ານ ເລຮືວຢ໋ວນ ຮອງອໍານວຍການບໍລິສັດກໍ່ສ້າງ COECCO ລາວ ໂດຍການເຂົ້າຮ່ວມ ເປັນສັກຂີພິຍານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ຫງ່ຽນແມັງ ຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ. ຕຶກກະຊວງອຸດສາຫະກໍາ ແລະ ການຄ້າ ຫຼັງໃໝ່ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 22 ທັນວາ 2010 ແລະ ສໍາເລັດ ໃນວັນທີ 24 ພຶດສະພາ 2014 ລວມມູນຄ່າໃນການກໍ່ສ້າງຂອງໂຄງການທັງໝົດ 58,6 ຕື້ກີບ ໂດຍແມ່ນງົບປະມານຂອງລັດຖະບານທັງໝົດ, ເນື້ອທີ ປຸກສ້າງທັງໝົດກ່ວມອົາ 10.722 ຕາແມັດ, ເປັນອາຄານຖາວອນ ສູງທັງໝົດ 4 ຊັ້ນ, ຮູບຊົງຂອງອາຄານເປັນໂຄງສ້າງ ເບຕົງເສີມເຫຼັກ, ໂຄງຫຼັງຄາເຫຼັກ ມຸງດ້ວຍຊີແພັກ, ຝ່າກໍ່ດິນຈີ່ ມີຮູບຊົງທີທັນສະໄໝ ແລະ ການກໍ່ສ້າງ ແມ່ນຖືກຕ້ອງ ຕາມເຕັກນິກ ໃຊ້ວັດສະດຸທີໄດ້ມາດຕະຖານ ທັງໄດ້ຜ່ານການກວດສອບ ແລະ ຫ້ອງທົດລອງປັນຢ່າງດີ.