ໜ່ວຍພັກກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ເປີດກອງປະຊຸມຄັ້ງປະຖົມມະເລີກ
By Bounam chittanavong On 11 Jun, 2014 At 10:55 AM | Categorized As ອື່ນໆ | With 0 Comments

ກົມ​ທະບຽນ ​ແລະ ຄຸ້ມ​ຄອງ​ວິ​ສາ​ຫະກິດ ກະຊວງ​ ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໄດ້​ຈັດ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ I ຂຶ້ນ ​ເພື່ຶອດຳ​ເນີນ​ຊີ​ວິດ​ການ​ເມືອງປັບປຸງ​ການຈັດ​ຕັ້ງ​ພາຍ​ໃນ​ຫນ່ວຍ​ພັກ ​ໃຫ້​ມີ​ຄວາມ​ຮັບຜິ​ດຊອບ​ຫນ້າ​ທີ່​ການ​ເມືອງ​ຂອງ​ຕົນ. ພ້ອມດຽວກັນ​ນັ້ນ, ກໍ່​ຍັງ​ມີ​ພິທີ​ມອບ-ຮັບໃບ​ຢັ້ງຢືນ​ຫນ່ວຍ​ພັກ​ເຂັ້ມ​​ແຂງ ຮູ້​ນຳພາ​ຮອບດ້ານ​ໃຫ້​ກົມ​ດັ່ງກ່າວ. ພິທີດັ່ງກ່າວ​ເລີ່ມ​ຂຶ້ນ​ໃນ​ຕອນ​ບ່າຍ​ຂອງວັນທີ 6 ມີຖຸນາ 2014 ທີ່​ສະ​ຖາ​ບັນຄົ້ນຄວ້າ​ເສດຖະກິດ​ການ​ຄ້າ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ພາຍ​​ໃຕ້​ການ​ເປັນ​ປະທານຂອງ​ ທ່ານ ສຽວສະຫວາດ ສະ​ແຫວ​ງສຶກສາ ຮອງ​ເລຂາ​ຫນ່ວຍ​ພັກກະຊວງ ລັດຖະມົນຕີຊ່ວຍວ່າການກະຊວງ ອຄ, ທ່ານ ດຣ. ສົມພວງ ພຽນພິນິດ ເລຂາໜ່ວຍພັກ ຫົວໜ້າກົມ​ທະບຽນ ​ແລະ ຄຸ້ມ​ຄອງ​ວິ​ສາ​ຫະກິດ, ທ່ານ ຫຸມແພງ ຄໍາພາສິດ ຮອງເລຂາໜ່ວຍພັກ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ແລະ ມີ​ບັນດາ​ເລຂາ​ຫນ່ວຍ​ພັກຂອງ​ກົມ​ອ້ອມ​ຂ້າງ ​ແລະ ພະນັກງານສະມາຊິ​ກພັກສົມບູນ​ຂອງ​ກົມ​ທະບຽນ ​ແລະ ຄຸ້ມ​ຄອງ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ.

ໃນກອງ​ປະຊຸມ​ໄດ້​ມີ​ການ​ລາຍ​ງານ​ສະພາບ​ການ​ເຄື່ອນ​ໄຫວ ​ແລະ ສິ່ງ​ທີ່​ພົ້ນ​ເດັ່ນຂອງ​ກົມ​ທະບຽນ ​ແລະ ຄຸ້ມ​ຄອງ​ວິ​ສາ​ຫະກິດ, ຫລັງ​ຈາກ​ນັ້ນ​ກໍ່​ມີ​ການ​ມອບ​ໃບ​ຢັ້ງຢືນ ຫນ່ວຍ​ພັກ​ເຂັ້ມ​ແ​ຂງ ຮູ້​ນຳພາ​ຮອບ​ດ້ານ ຂອງ​ກະຊວງອຸດສາ ຫະກຳ ​ແລະ ການ​ຄ້າ.

ທ່ານ ດຣ ສົມ​ພວງ ພຽນພິນິດ ​ເລຂາ​ຫນ່ວຍ​ພັກ, ຫົວ​ຫນ້າ​ກົມ​ທະບຽນ ​ແລະ ຄຸ້ມ​ຄອງ​ວິ​ສາ​ຫະກິດ ​ໄດ້​ກ່າວ​ບາງ​ຕອນ​ວ່າ:   ກອງ​ປະຊຸ​ມຄັ້ງ​ນີ້​ມີ​ຄວາມ​ສຳຄັນ​ເປັນ​ຢ່າງ​ຍິ່ງ ​ເພາະ​ມັນ​ເປັນ​ການ​ດຳ​ເນີນ​ຊີວິ​​ດການເມືອງ​ຄັ້ງ​ທຳ​ອິດ,​ ຄັ້ງ​ປະຫວັດ​ສາດ ​ແລະ ຄັ້ງ​ໃຫຍ່ທີ່ສຸດຂອງໜ່ວຍພັກ ພາຍຫຼັງໄດ້ສ້າງຕັ້ງໜ່ວຍພັກກົມທະບຽນ ແລະ ຄຸ້ມຄອງ ວິສາຫະກິດຂຶ້ນມາ ແນໃສ່ຊອກໃຫ້ເຫັນບັນດາຜົນງານທີຍາດມາໄດ້ເພື່ອເສີ່ມຂະຫບາຍ ແລະ ຊອກຫາ ບັນດາ ຂໍ້ຄົງ ຄ້າງເພື່ອປັບປຸງແກ້ໄຂໃນຕໍ່ໜ້າ. ນອອກນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ສະມາຊິດພັກ ໄດ້ເຊີດຊູຄວາມຮັບຜິດຊອບ ຂອງຕົນເອງ ເຂົ້າໃນການປະກອບຄໍາຄິດຄໍາເຫັນໃນກອງປະຊຸມ ເປັນຕົ້ນແມ່ນບົດລາຍງານການເມືອງຂອງໜ່ວຍພັກ, ມະຕິກອງປະຊຸມໃຫຍ່ ເພື່ອປັບປຸງໃຫ້ເລິກເຊິງ ແລະ ໜັກແໜ້ນກວ່າເກົ່າ, ໃຊ້ສິດປະຊາທິປະໄຕຢ່າງເຕັມສ່ວນຂອງ ຕົນໃນວຽກງານຕ່າງໆ ເພື່ອໃຫ້ການເຮັດວຽກໄດ້ບັນລຸຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.