ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມປຶກສາຫາລືຄັ້ງທີ 1 ຂອງຄະນະຮັບຜິດຊອບຄົ້ນຄວ້າສ້າງຮ່າງດຳລັດວ່າດ້ວຍ ນິຍາມວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອສ້າງຄວາມສາມາດໃຫ້ຜູ້ປະກອບການໃນຂະແໜງການຜະລິດສິນຄ້າ, ການຄ້າ – ບໍລິການ ຫັນເປັນອຸດສາຫະກຳທີ່ທັນສະໄໝເທື່ອລະກ້າວ.
ທ່ານ ສຽວສະຫວາດ ສະແຫວງສຶກສາ ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ກ່າວຕໍ່ກອງປະຊຸມເຊິ່ງຈັດຂຶ້ນໃນວັນທີ 23 ເມສາ ຜ່ານມາ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ວ່າ: ການປັບປຸງນິຍາມວ່າດ້ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ກໍ່ເພື່ອກຳນົດແຮງງານສະເລ່ຍປະຈຳປີຄືນໃໝ່ ໂດຍຈັດແບ່ງເປັນແຕ່ລະປະເພດ ຫຼື ຂະແໜງການ ຄື: 1. ການຜະລິດ, ການຄ້າ ແລະ ການບໍລິການ, 2. ການກຳນົດມູນຄ່າຊັບສິນທັງໝົດຄືນໃໝ່ໂດຍຈັດແບ່ງເປັນແຕ່ລະປະເພດ ຫຼື ຂະແໜງການ ຄື: ການຜະລິດ, ການຄ້າ ແລະ ການບໍລິການ, 3. ການກຳນົດຍອດລາຍຮັບທຸລະກິດຕໍ່ປີຄືນໃໝ່ ໂດຍຈັດແບ່ງເປັນແຕ່ລະປະເພດ ຫຼື ຂະແໜງການ ຄື: ການຜະລິດ, ການຄ້າ ແລະ ການບໍລິການ, 4. ການກຳນົດວິສາຫະກິດຕື່ມອີກຂັ້ນໜຶ່ງ ຄື: ຈຸນລະວິສາຫະກິດ (Micro), ລວມເປັນ 3 ຂັ້ນ ຄື: ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME). ເນື່ອງຈາກວ່າຢູ່ຫຼາຍໆປະເທດສະມາຊິກອາຊຽນແມ່ນໄດ້ປັບປຸງຮູບແບບການກຳນົດ MSME ແລ້ວ.
ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ອຄ ກ່າວຕື່ມວ່າ: ການສ້າງນິຕິກຳໃນຄັ້ງນີ້ແມ່ນເພື່ອຜັນຂະຫຍາຍຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ຕໍ່ການພັດທະນາເສດຖະກິດ – ສັງຄົມ ທີ່ນຳໃຊ້ທ່າແຮງຂະແໜງເສດຖະກິດ ກໍ່ຄືບັນດາຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍສະເພາະແມ່ນຂະແໜງການຜະລິດສິນຄ້າ, ການຄ້າ ແລະ ການບໍລິການທີ່ປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທຳ, ສ້າງລາຍຮັບ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ກໍ່ຄືການສ້າງປັດໄຈຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ ເຮັດໃຫ້ເສດຖະກິດຂອງຊາດມີການຂະຫຍາຍຕົວຢ່າງຕໍ່ເນື່ອງລວມໄປເຖິງແຜນການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ.
ເພາະໄລຍະຜ່ານມາ, ບັນດາຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ຍັງປະສົບບັນຫາຫຼາຍດ້ານເປັນຕົ້ນແມ່ນ: 1. ບັນຫາການເຂົ້າຫາແຫຼ່ງທຶນຂອງ SME ຍັງມີຂໍ້ຈຳກັດຍ້ອນການກຳນົດມູນຄ່າຊັບສິນທັງໝົດໃນນິຍາມສະບັບດັ່ງກ່າວແມ່ນໄດ້ກຳນົດໃນມູນຄ່າທີ່ຕຳ່ຫຼາຍ ສົ່ງຜົນໃຫ້ SME ເຂົ້າຫາແຫຼ່ງທຶນບໍ່ໄດ້ຕາມເປົ້າໝາຍທີ່ຕ້ອງການ ເຮັດໃຫ້ການພັດທະນາທຸລະກິດຂອງ SME ຂາດສະພາບຄ່ອງທາງດ້ານການເງິນ, 2. ແຮງງານສະເລ່ຍປະຈຳປີຂອງ SME ຕາມດຳລັດບໍ່ໄດ້ຈັດແບ່ງເປັນແຕ່ລະຂົງເຂດ ຫຼື ຂະແໜງການຕ່າງໆ ອັນສົ່ງຜົນໃຫ້ການສົ່ງເສີມ SME ຂອງພາກສ່ວນກ່ຽວຂ້ອງມີຄວາມຫຍຸ້ງຍາກ ເພາະແຕ່ລະຂະແໜງການແມ່ນນຳໃຊ້ຈຳນວນແຮງງານທີ່ແຕກຕ່າງກັນ ແຕ່ໃນຄວາມເປັນຈິງແລ້ວຄວນຈະຈັດແບ່ງຈຳນວນແຮງງານເປັນແຕ່ລະປະເພດ ຫຼື ຂະແໜງການ ເຊັ່່ນ: ຂະແໜງການຜະລິດເປັນສິນຄ້າ, ການຄ້າ ແລະ ການບໍລິການ ເຊິ່ງມີບາງປະເພດທຸລະກິດທີ່ນຳໃຊ້ຈຳນວນແຮງງານຈຳນວນຫຼວງຫຼາຍ ກໍ່ຄວນກຳນົດແຮງງານເປັນຕົວເລກທີ່ສູງໄວ້. ສ່ວນປະເພດທຸລະກິດການຄ້າຂາຍຍົກ - ຂາຍຍ່ອຍ ແມ່ນຄວນກຳນົດຈຳນວນຕົວເລກຂອງແຮງງານທີ່ເໝາະສົມ ເນື່ອງຈາກວ່າການກຳນົດຕົວເລກແຮງງານທີ່ເໝາະສົມຂອງແຕ່ລະຂົງເຂດ ຫຼື ຂະແໜງການນັ້ນຈະສາມາດສ້າງຂໍ້ສະດວກໃຫ້ແກ່ການວາງນະໂຍບາຍເພື່ອສົ່ງເສີມ ແລະ ພັດທະນາ SME ໃນປັດຈຸບັນ, 3. ປັບປຸງການກຳນົດຍອດລາຍຮັບທຸລະກິດຕໍ່ປີຂອງ SME ເພື່ອໃຫ້ສອດຄ່ອງກັບການສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງໃນປັດຈຸບັນ, 4. ການກຳນົດຈຸນລະວິສາຫະກິດ (Micro Enterprises) ແມ່ນຍັງບໍ່ໄດ້ຈັດແບ່ງຂະໜາດດັ່ງກ່າວສະເພາະເທື່ອ ເຊິ່ງໃນປັດຈຸບັນເຫັນວ່າມີຫຼາຍພໍສົມຄວນ ແຕ່ໃນເງື່ອນໄຂຂອງຈຸນລະວິສາຫະກິດເຫຼົ່ານັ້ນພັດມີຄວາມອາດສາມາດທີ່ແຕກຕ່າງຈາກວິສາຫະກິດຂະໜາດນ້ອຍ ແລະ ກາງ.
[ບົດຂ່າວ: ໜັງສືພິມເສດຖະກິດ-ການຄ້າ]