ແຮງງານ, ແຫຼ່ງທຶນ ແລະ ການຂົນສົ່ງ ສິ່ງທ້າທາຍສຳຄັນຕໍ່ຜູ້ປະກອບການໃນການເຊື່ອມໂຍງ
By sonsathit rasavong On 11 Jun, 2015 At 05:56 PM | Categorized As ຂ່າວພາຍໃນ | With 0 Comments

 

ກອງປະຊຸມໜ່ວນງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 7 ໄດ້ຍົກຫຼາຍບັນຫາທີ່ພາກທຸລະກິດໄດ້ປະເຊີນໜ້າພວມເປັນສິ່ງທ້າທາຍໃນການເຊື່ອມໂຍງ ເປັນຕົ້ນແມ່ນ ບັນຫາການຂາດແຄນແຮງງານ, ບັນຫາການເຂົ້າຫາແຫຼ່ງທຶນຂອງຜູ້ປະກອບການ, ບັນຫາການຂົນສົ່ງ, ການແຂ່ງຂັນການຄ້າ ແລະ ຄວາມຮັບຮູ້ຂອງພາກທຸລະກິດຕໍ່ເອອີຊີ.

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນວັນທີ 9 ມິຖຸນາ ຜ່ານມາ ທີ່ໂຮງແຮມແລນມາກໂດຍເປັນປະທານຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໄມໂຄກຼາວ ເອກອັກຄະລັດຖະທູດເຢຍລະມັນປະຈຳລາວ, ທ່ານ ມິເຊວລ໌ ກ໋ອບຟັງ ອຸປະທູດສະຫະພາບເອີຣົບ ປະຈຳລາວ ມີບັນດາພະນັກງານພາກລັດ, ຕ່າງໜ້າອົງການຈັດຕັ້ງສາກົນ ລວມທັງພາກທຸລະກິດເຂົ້າຮ່ວມ.

ທ່ານ ສົມຈິດ ອິນທະມິດ ກ່າວວ່າ: ທຸລະກິດຂະໜາດນ້ອຍ ແລະ ກາງ (SME) ຍັງສືບຕໍ່ຢ່າງ​ຕັ້ງໜ້າ​ຕໍ່ການເຕີບໃຫ່ຍຂະຫຍາຍຕົວຂອງເສດຖະກິດພາຍໃນ ແລະ ສ້າງວຽກເຮັດງານທຳ, ການຄ້າໃນພາກພື້ນອາຊຽນ ຍັງຄົງແມ່ນບັນດາບໍລິສັດຮ່ວມທຶນນາໆຊາດຂະໜາດໃຫ່ຍທີ່ເປັນຜູ້ຂັບເຄື່ອນເສດຖະກິດຫຼັກໆ ເຊິ່ງ SME ພຽງແຕ່ມີບົດບາດເປັນຜູ້ສະໜອງບາງຊິ້ນສ່ວນຂອງການຜະລິດໃນເຄືອຂ່າຍເທົ່ານັ້ນ. ສະນັ້ນ, ໃນໄລຍະຕໍ່ໄປຂອງຂະບວນການເຊື່ອມໂຍງເສດຖະກິດອາຊຽນຄວນສຸມໃສ່ການປັບປຸງພາລະບົດບາດຂອງ SME ໃນການປະກອບສ່ວນເຂົ້າໃນກິດຈະກຳຂອງການພັດທະນາເສດຖະກິດຂ້າມຊາຍແດນ. ເພື່ອເຮັດໃຫ້ໄດ້ແນວນີ້ຕ້ອງໄດ້ມີການສ້າງນະໂຍບາຍເພື່ອຮັບປະກັນວ່າ SME ໃນພາກພື້ນຂອງເຮົາຈະສາມາດເຊື່ອມໂຍງເຂົ້າກັບຕ່ອງໂສ້ມູນຄ່າໃນພາກພື້ນ ແລະ ສາກົນໄດ້.

ທ່ານກ່າວຕື່ມອີກວ່າ: ຕ້ອງໄດ້ເອົາໃຈໃສ່ໃນການເພີ່ມມູນຄ່າຜະລິດຂອງສິນຄ້າ ແລະ ສັນຍາການຂົນສົ່ງ ໂດຍສະເພາະໃນເງື່ອນໄຂການເຊື່ອມໂຍງເສດຖະກິດທີບໍ່ມີກຳແພງພາສີ ຫຼື ການເຊື່ອມຈອດທາງທະເລ ເຊິ່ງພວກເຮົາຕ້ອງກຳໃຫ້ໄດ້ທ່າແຮງດັ່ງກ່າວ.

ທ່ານ Ashok R.MENON ຫົວໜ້າໂຄງການເຊື່ອມໂຍງການຄ້າກັບສາກົນ ​ແລະ ອາຊຽນຂອງ ສປປ ລາວ ແລະ ສະຫະລັດອາເມຣິກາ ໄດ້ກ່າວວ່າ: ຜົນຂອງການສຳຫຼວດຄວາມຄິດເຫັນຂອງພາກທຸລະກິດຕໍ່ການເຊື່ອມໂຍງດ້ານການຄ້າ ໃຫ້ຮູ້ວ່າ ພາກທຸລະກິດມີອຸປະສັກໃນການຂາດແຄນແຮງງານ, ແຫຼ່ງທຶນ, ອຸປະສັກດ້ານການນຳເຂົ້າສິນຄ້າມາປຸງແຕ່ງ ແລະ ອື່ນໆ. ສ່ວນການແກ້ໄຂທ່ານໃຫ້ຮູ້ຕື່ມວ່າ: ພາກທຸລະກິດເອງກໍ່ຕ້ອງໄດ້ປັບປຸງຂັ້ນຕອນການຜະລິດ, ພາກລັດຕ້ອງມີການປັບປຸງນະໂຍບາຍ ເພື່ອສົ່ງເສີມສິນຄ້າລາວ, ສົ່ງເສີມຄວາມສະເໝີພາບບົດບາດຍິງ – ຊາຍ, ສືບຕໍ່ເອົາໃຈໃສ່ຮັກສາແຮງງານທີ່ມີສີມື ແລະ ຕ້ອງມີການຮ່ວມມືລະຫວ່າງພາກລັດ ແລະ ທຸລະກິດ.

ທ່ານ ສີນຸກ ສີສົມບັດ ປະທານສະມາຄົມຜະລິດກາເຟລາວ ໄດ້ກ່າວວ່າ: ທຸລະກິດຢູ່ບ້ານເຮົາທີ່ປະເຊີນໃນປັດຈຸບັນ ສ່ວນໃຫ່ຍແມ່ນຜູ້ປະກອບການຂະໜາດນ້ອຍຜະລິດ​ຈຳນວນ​ໜ້ອຍ ການ​ແຂ່ງຂັນແມ່ນມີຄວາມທ້າທາຍສູງດ້ານລາຄາ, ອີກປະເດັ່ນແມ່ນການຂົນສົ່ງ ພວກເຮົາຍັງພົບຕົ້ນທຶນສູງຖ້າທຽບໃສ່ປະເທດອ້ອມຂ້າມ.

 

[ບົດ​ຂ່າວ: ໜັງສືພິມ​ເສດຖະກິດ​-ການ​ຄ້າ]