ຄະນະນຳກະຊວງ ອຄ ຈັດພິທີຖວາຍເພນ ແດ່ພະສົງ 9 ອົງ
ເວລາ 10:00 ຂອງເຊົ້າຂອງມື້ນີ້ ທີ່ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກຳ ແລະ ການຄ້າ ຄະນະນຳກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ພ້ອມດ້ວຍພະນັກງານພາຍໃນກະຊວງ ອຄ ຈັດພິທີຖວາຍເພນ ແດ່ພຣະສົງ 9 ອົງ ແລະ ພິທີບາສີສູ່ຂວັນຂຶ້ນ ເພື່ອເປັນສິຣິມຸງຄຸນໃຫ້ແກ່ຄະນະນຳ ແລະ ພະນັກງານພາຍໃນກະຊວງ ອຄ ທຸກຄົນ, ພາຍຫຼັງເສັດພິທີ ກໍ່ໄດ້ຮ່ວມຮັບປະທານອາຫານທ່ຽງຮ່ວມກັນ.
[ສູນສະຖິຕິ ແລະ ຂ່າວສານ]