ກອງປະຊຸມພົບປະປຶກສາຫາລືກ່ຽວກັບວຽກງານສົ່ງເສີມຜະລິດຕະພັນ ແລະ ສີມືແຮງງານ
By admin On 20 Jun, 2015 At 03:04 PM | Categorized As ຂ່າວພາຍໃນ | With 0 Comments

 

ໃນຕອນ​ເຊົ້າ​ຂອງ​ວັນ​ທີ 20 ມີ​ຖຸນາ 2015 ຜ່ານ​ມານີ້ ຢູ່​ທີ່​ຫ້ອງ​ປະຊຸມ​ພະ​ແນກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ​ອຸດົມ​ໄຊ ​ໄດ້​ມີ​ກອງ​ປະຊຸມພົບ​ປະ​ປຶກສາ​ຫາ​ລື​ກ່ຽວ​ກັບຜະລິດ​ຕະພັນ ​ແລະ ​ສີມື​ແຮງ​ງານ​ກັບ​ຕ່າງປະ​ເທດ ລະຫວ່າງ​ຄະນະ​ຜູ້​ແທນ​ຈັງຫວັດພະ​ເຍົາ ກັບ​ຄະນະ​ຜູ້​ແທນ​ຂອງ​ແຂວງ​ອຸດົມ​ໄຊ. ຫົວໜ້າ​ຄະນະ​ຜູ້​ແທນ​ຝ່າຍ​ລາວ​ໂດຍ​ແມ່ນ ທ່ານ ບຸນ​ທັນ​ ວັນນະ​ໄຈ​ ກໍາມະ​ການ​ປະຈຳ​ພັກ​ແຂວງ ​ຫົວພະ​ແນ​ກອຸ​ດສາ​ຫະກຳ ​ແລະ ການ​ຄ້າ​ແຂວງ ຝ່າຍ​ໄທນຳ​ໂດຍ ທ່ານ ນ. ພອນ​ພິມົນ ອິນ​ທິຍົດ ຜູ້ອຳນວຍການ​ສູນ​ພັດທະນາຝີມື​ແຮງ​ງານຈັງຫວັດ​ພະ​ເຍົາພ້ອມ​ດ້ວຍ​ຄະນະ ​ແລະ ມີ​ຜູ້ຕາງໜ້າ​ຈາກ​ພາກສ່ວນ​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ ​ເຂົ້າ​ຮ່ວມ​ທັງ​ໝົດຈຳນວນ 23 ທ່ານ, ຍິງ 7 ທ່ານ. ກອງ​ປະຊຸມ​ໄດ້​ທົບ​ທວນຄືນ​ກ່ຽວ​ກັບ​ສະພາບ​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ, ດ້ານ​ການ​ສົ່ງ​ເສີມ​ຜະລິດ​ຕະພັນ ​ແລະ ສີມື​ແຮງ​ງານ. ໂດຍ​ສະ​ເພາະ​ການ​ພັດທະນາ​ສີມື​ແຮງ​ງານ​ຂອງ​ບຸກຄະ​ລະ​ກອນ ​ແລະ ຜູ້​ປະກອບ​ການ​ຂອງ​ສອງ​ແຂວງ​ເພື່ອ​ພັດທະນາ​ບຸກຄະລາ​ກອນ ​ແລະ ຜູ້​ປະກອບ​ການ​ຮ່ວມ​ກັນ​ລາຍ​ລະອຽດ​ແມ່ນ​ຈະ​ໄດ້​​ເຂົ້າ​ພົບ​ປະ​ແລະ ​ເຮັດ​ວຽກ​ກັບ​ສູນ​ພັດທະນາ​ສີມື​ແຮງ​ງານ​ຂອງ​ແຂວງ​ອຸດົມ​ໄຊ ​ເພື່ອ​ດຳ​ເນີນ​ໂຄງການ​ຮ່ວມ​ກັນ​ໃນ​ຂັ້ນ​ຕໍ່​ໄປ.

oudomxay_thai1

ໂດຍ: ຄຳ​ຝັ້ນ ພາ​ວິ​ວົງ​ກອນ

About -