ກະຊວງ ອຄ ຈັດກອງປະຊຸມລະດົມຄວາມຄິດເຫັນຕໍ່ກົດລະບຽບພັກສະບັບປັບປຸງໃໝ່ ແລະ ທາບທາມບຸກຄະລາກອນຄະນະບໍລິຫານງານສູນກາງພັກສະໄໝທີ X ຮອບທີ I
By sonsathit rasavong On 7 Sep, 2015 At 02:14 PM | Categorized As ຂ່າວພາຍໃນ | With 0 Comments

 

ວັນທີ 1 ກັນຍາ 2015 ທີ່​ຜ່ານ​ມາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມລະດົມຄວາມຄິດເຫັນຕໍ່ກົດລະບຽບພັກສະບັບປັບປຸງໃໝ່ ແລະ ທາບທາມບຸກຄະລາກອນຄະນະບໍລິຫານງານສູນກາງພັກສະໄໝທີ X  ຮອບທີ I ທີ່ ຫ້ອງປະຊຸມໃຫຍ່ຂອງກະຊວງ ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ນາງ ເຂັມມະນີ ພົນເສນາ ເລຂາຄະນະພັກ, ລັດຖະມົນຕີວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສະຫາຍ ວັນໄຊ ພອງສະຫວັນ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ຊຶ່ງເຂົ້າຮ່ວມໂດຍ ບັນດາສະຫາຍຄະນະປະຈໍາພັກ, ລັດຖະມົນຕີຊ່ວຍວ່າການ, ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ, ຄະນະໜ່ວຍພັກ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ພະນັກງານບໍານານ ທັງໝົດປະມານ 150 ສະຫາຍ.

ໃນກອງປະຊຸມ ສະຫາຍຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເຜີຍແຜ່ກ່ຽວກັບເຫດຜົນ-ຄວາມໝາຍຄວາມສໍາຄັນຂອງການປັບປຸງກົດລະບຽບພັກສະໄໝທີ X ແລະ ໃຫ້ການເຈາະຈີ້ມເພື່ອເປັນການປະກອບຄໍາເຫັນ, ຈາກນັ້ນ, ຕາງໜ້າແຕ່ລະໜ່ວຍພັກ ແລະ ສະມາຊິກ ໄດ້ຂຶ້ນປະກອບຄໍາເຫັນໃສ່ຮ່າງດັ່ງກ່າວ.

ກ່ອນໜ້ານີ້, ຄະນະພັກກະຊວງໄດ້ແຈ້ງໃຫ້ບັນດາຄະນະພັກຮາກຖານ, ໜ່ວຍພັກອ້ອມຂ້າງອົງຄະນະພັກກະຊວງຈໍານວນ 23 ໜ່ວຍພັກໃຫ້ຈັດຕັ້ງການຄົ້ນຄວ້າປະກອບຄວາມເຫັນພາຍໃນໜ່ວຍຕາມການແນະນໍາຂອງອານຸກໍາມະການກົດລະບຽບ-ບຸກຄະລາກອນ ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ. ໃນຕອນທ້າຍແມ່ນໄດ້ຈັດຕັ້ງການທາບທາມບຸກຄະລາກອນຄະນະບໍລິຫານງານສູນກາງພັກສະໄໝທີ X  ຮອບທີ I.

 

[ພາບ ​ແລະ ບົດ​ຂ່າວ: ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ]

???????????????????????????????