ກອງປະຊຸມເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ສະໄໝ IX ຂອງຄະນະບໍລິຫານງານສູນກາງພັກ,ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າຄັ້ງທີ IV
By admin On 9 Sep, 2015 At 07:36 AM | Categorized As ຂ່າວສຳຄັນ | With 0 Comments

 

ວັນທີ 2 ກັນຍາ 2015ທີ່​ຜ່ານ​ມາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ປະຖະກະຖາຂຶ້ນ ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ເລຂາຄະນະພັກ, ລັດຖະມົນຕີວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າຊຶ່ງເຂົ້າຮ່ວມໂດຍ ບັນດາສະຫາຍຄະນະປະຈໍາພັກ, ລັດຖະມົນຕີຊ່ວຍວ່າການ, ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ, ຄະນະໜ່ວຍພັກ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ພະນັກງານບໍານານ ທັງໝົດຫຼາຍກວ່າ 140 ສະຫາຍ.

ກອງປະຊຸມໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ສະໄໝ IX ຂອງຄະນະບໍລິຫານງານສູນກາງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າຄັ້ງທີ IV, ເນື້ອໃນສູນທອນພົດຂອງ ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີແລະ ການເລົ່າມູນເຊື້ອວັນຢຶດອໍານາດ 23 ສິງຫາ, ຊຶ່ງ ທ່ານ ລັດຖະມົນຕີວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເນັ້ນໃຫ້ສະມາຊິກພັກ-ພະນັກງານໃນທົ່ວຂະແໜງການຕ້ອງໄດ້ກໍາແໜ້ນທາດແທ້ຕົ້ນກໍາເນີດຂອງພັກ ແລະ 5 ຫຼັກການໃນການຊີ້ນໍານໍາພາຂອງພັກ ໂດຍອີງໃສ່ສະພາບການພັດທະນາເສດຖະກິດ-ສັງຄົມຂອງປະເທດໃນປະຈຸບັນ ເພື່ອພ້ອມກັນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງກະຊວງໃຫ້ສໍາເລັດຕາມລະດັບຄາດໝາຍ, ສ້າງຄວາມພ້ອມໃນການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນໃນປີ 2015 ຢ່າງເປັນເຈົ້າການ ແລະ ນໍາພາປະເທດຊາດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2020.

 

[ພາບ ​ແລະ ບົດ​ຂ່າວ: ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ]

web0001

About -