ກະຊວງ ອຄ ປະກາດການແຕ່ງຕັ້ງໃໝ່
By sonsathit rasavong On 13 Oct, 2015 At 07:03 AM | Categorized As ຂ່າວພາຍໃນ | With 0 Comments

 

ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໄດ້​ເປີດ​ກອງ​ປະຊຸມ​ປະກາດ​ການ​ແຕ່ງ​ຕັ້ງ ຂອງ​ຄະນະ​ກົມ​ຈຳນວນ​ໜຶ່ງ ​ແລະ ຫົວໜ້າ​ຫ້ອງການ ​ໂດຍ​ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ວຽກ​ງານ ກະຊວງ ອຄ ​ໃນ​ໄລຍະ​ໃໝ່.

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ໃນ​ ວັນ​ທີ 09 ຕຸລາ ຜ່ານ​ມາ ທີ່​ກະຊວງ ອຄ ​ໂດຍ​ການ​ເປັນ​ປະທານຂອງ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ ອຄ ມີ​ບັນດາ​ຄະນະ​ນຳ​ກະຊວງ ອຄ, ລັດ​ວິສາຫະ​ກິດ​ທີ່​ຂຶ້ນ​ກັບ ​ແລະ ພະນັກງານ​ຊອງ​ກະຊວງ​ເຂົ້າ​ຮ່ວມ.

​ເນື້ອ​ໃນ​ການ​ປະກາດການຈັດ​ຕັ້ງ​ໃນ​ນີ້, ນາຍົກລັດຖະມົນຕີ ອອກດຳລັດເລກທີ 293/ນຍ ລົງ​ວັນ​ທີ 02 ຕຸ​ລາ 2015 ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ຫົວໜ້າ​ກົມ​ກວດກາ ​ໄດ້​ແຕ່ງ​ຕັ້ງ ທ່ານ ພັນ ວິ​ໄລ​ສົມ ​ເປັນ​ຫົວໜ້າ​ກົມ​ກວດກາ ກະຊວງ ອຄ, ດຳລັດ​ເລກທີ 291/ນຍ ລົງ​ວັນ​ທີ 02 ຕຸລາ 2015 ​ແຕ່ງ​ຕັ້ງ ທ່ານ ດຣ. ລາວ​ຮົວ ​ເຈີ​ຈິງ ​ເປັນ​ຫົວໜ້າ​ກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ, ດຳລັດ​ເລກທີ 290/ນຍ, ລົງ​ວັນ​ທີ 02 ຕຸລາ 2015 ​ແຕ່ງ​ຕັ້ງ ທ່ານ ບຸນ​ທຽນ ​ແກ້ວ​ສີພາ ​ເປັນ​ຫົວໜ້າ​ກົມ​ການ​ຄ້າ​ພາຍ​ໃນ, ດຳລັດ​ເລກທີ 294/ນຍ ລົງ​ວັນ​ທີ 02 ຕຸລາ 2015 ​ແຕ່ງ​ຕັ້ງ ທ່ານ ສົມ​ຫວັງ ນິນ​ທະ​ວົງ ​ເປັນ​ຫົວໜ້າ​ກົມ​ສົ່ງ​ເສີມ ​ແລະ ພັດທະນາ​ສິນຄ້າ, ດຳລັດ​ເລກທີ 292/ນຍ ລົງ​ວັນ​ທີ 02 ຕຸ​ລາ 2015 ​ແຕ່ງ​ຕັ້ງ ທ່ານ ນາງ ຈັນ​ສຸກ ​ແສງ​ພະຈັນ ​ເປັນ​ຫົວໜ້າ​ກົມ​ຈັດ​ຕັ້ງ ​ແລະ ພະນັກງານ.

ພ້ອມ​ດຽວ​ກັນ​ນັ້ນ​ຂໍ້​ຕົກລົງ​ຂອງ​ລັດຖະມົນຕີ​ວ່າການ​ກະຊວງ ອຄ ​ເລກທີ 2067/ອຄ.ຈພງ ລົງ​ວັນ​ທີ 09 ຕຸລາ 2015 ​ແຕ່ງ​ຕັ້ງ ທ່ານ ພຸດ​ທະ​ວັນ ນັນທະ​ວົງ ຮອງ​ຫົວໜ້າ​ຫ້ອງການ​ກະຊວງ ອຄ ຂຶ້ນ​ເປັນ​ຜູ້​ຮັກສາ​ການ​ຫົວໜ້າ​ຫ້ອງການ​ກະຊວງ ອຄ.

ສ່ວນ ທ່ານ ປະ​ເສ​ີດ ​ໃຈ​ຫວັງ​ໝັ້ນ ອະດີດ​ຫົວໜ້າ​ກົມ​ຈັດ​ຕັ້ງ ​ແລະ ພະນັກງານ​ ກະຊວງ ອຄ ​ແມ່ນ​ໄດ້​ພັກ​ຜ່ອນ – ບຳນານ ອີງ​ຕາມ​ກົດໝາຍ​ວ່າ​ດ້ວຍ​ລັດຖະບານ ​ແຫ່ງ ສປປ ລາວ.

 

???????????????????????????????

[ບົດຂ່າວ: ໜັງສືພິມເສດຖະກິດ-ການຄ້າ]

[ພາບ: ສູນສະຖິຕິ ແລະ ຂ່າວສານ]