ກອງປະຊຸມເຜີຍແຜ່ ການເຊື່ອມໂຍງເສດຖະກິດກັບສາກົນ ແລະ ການກະກຽມເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ ຂອງ ສປປ ລາວ
By sonsathit rasavong On 19 Oct, 2015 At 05:42 AM | Categorized As ຂ່າວພາຍໃນ | With 0 Comments

 

ກົມນະໂຍບາຍການຄ້າຕ່າງປະເທດ,​ ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸມເຜີຍແຜ່ຫົວຂໍ້ການເຊື້ອມໂຍງເສດຖະກິດກັບສາກົນ ແລະ ການກະກຽມເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນຂອງ ສປປ ລາວ ທີ່ສະໂມສອນແຂວງບໍ່ແກ້ວ ໃນວັນທີ 15 ຕຸລາ ທີ່ຜ່ານມາ, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ, ລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ແລະ ທ່ານ ດຣ ຄຳພັນ ເຜີຍຍະວົງ ເຈົ້າແຂວງ ແຂວງບໍ່ແກ້ວ, ເຊິ່ງມີຜູ້ເຂົ້າຮ່ວມໂດຍແມ່ນ ຄະນະພັກແຂວງ, ບັນດາເຈົ້າແຂວງ, ຄະນະພະແນກການ, ອົງການຈັດຕັ້ງອ້ອມຂ້າງແຂວງ, ແລະ ນັກທຸລະກິດຜູ້ປະກອບການພາຍໃນແຂວງບໍ່ແກ້ວ ຈຳນວນ 300 ທ່ານ.

ກອງປະຊຸມເຜີຍແຜ່ຄັ້ງນີ້ ໄດ້ຮັບກຽດຈາກ ທ່ານ ດຣ ຄຳພັນ ເຜີຍຍະວົງ, ເຈົ້າແຂວງ ແຂວງບໍ່ແກ້ວ ໃນການເປັນປະທານກ່າວເປີດກອງປະຊຸມ ພ້ອມທັງໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງບໍ່ແກ້ວໃຫ້ທີ່ປະຊຸມຮັບຊາບ.

ໃນກອງປະຊຸມເຜີຍແຜ່ຄັ້ງນີ້ ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ກ່າວປາຖະກະຖາໃນຫົວຂໍ້: ການກະກຽມຄວາມພ້ອມ ເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ ຂອງ ສປປ ລາວ ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຊື່ອມຊຶມຕໍ່ຄວາມໝາຍຄວາມສຳຄັນຂອງວຽກງານການເຊື່ອມໂຍງເສດຖະກິດກັບສາກົນ ຂອງ ສປປ ລາວ ໂດຍສະເພາະແມ່ນການກະກຽມເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ ຂອງ ສປປ ລາວ ໃນທ່າຍປີ 2015, ພ້ອມນີ້ໄດ້ມີການບັນຍາຍຈາກຄະນະວິຊາການຂອງ ກົມນະໂຍບາຍການຄ້າຕ່າງປະເທດ ເປັນຕົ້ນແມ່ນກວມເອົາຫົວຂໍ້ ແລະ ເນື້ອໃນ: 1.) ການເຊື້ອມໂຍງເສດຖະກິດສາກົນ ກັບ ສປປ ລາວ ໃນຂອບຫລາຍຝ່າຍ – ອົງການການຄ້າໂລກ (WTO); 2.) ການພົວພັນການຄ້າສອງຝ່າຍ; 3.) ຄວາມພ້ອມຂອງພາກລັດ – ທຸລະກິດໃນການຈະເຂົ້າເປັນປະຊາຄົມເສດຖະກິດອາຊຽນ (AEC).

ໃນວາລະຕອນທ້າຍຂອງກອງປະຊຸມ ກໍ່ໄດ້ເປີດເວທີໃຫ້ມີການສົນທະນາປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນລະຫວ່າງຜູ້ເຂົ້າຮ່ວມພາຍໃນແຂວງບໍ່ແກ້ວ ແລະ ຄະນະຈັດຕັ້ງກອງປະຊຸມຈາກສູນກາງຢ່າງຟົດຟື້ນ, ຊຶ່ງໄດ້ເຮັດໃຫ້ກອງປະຊຸມຄັ້ງນີ້ມີຄວາມໝາຍ ເນື້ອໃນອັນເລິກເຊິ່ງ ແລະ ປະສົບຜົນສຳເລັດຕາມຄາດໝາຍ.

 

copy01

cop02

cop03

[ພາບ ແລະ ຂ່າວ: ກົມນະໂຍບາຍການຄ້າຕ່າງປະເທດ]

[ກະຊວງອຸດສາຫະກຳ ແລະ ການຄ້າ]