ລາວ-ອາເມລິກາ ລົງນາມດ້ານການຄ້າສະບັບໃໝ່
By sonsathit rasavong On 29 Feb, 2016 At 11:29 AM | Categorized As ຂ່າວສຳຄັນ | With 0 Comments

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າກະຊວງອຸດສະຫະກຳ ແລະ ການຄ້າ ຂອງ ສປປ ລາວ ແລະ ຜູ້ແທນການຄ້າ ສະຫະລັດອາເມລິກາ ທ່ານ ໄມໂຄ ໂຟຼແມນ ໄດ້ເຊັນສັນຍາການຄ້າ ແລະ ການລົງທຶນສອງຝ່າຍ ເຊິ່ງທັງສອງທ່ານໄດ້ເປັນປະທານຮ່ວມປະຊຸມລັດຖະມົນຕີເສດຖະກິດ ອາຊຽນ – ອາເມລິກາ ຢູ່ຊານຟຣານຊິດໂກ ລັດແຄຣິຟໍເນຍ ສະຫະລັດອາເມລິກາ ໃນອາທິດທີ່ຜ່ານມາ.

ສັນຍາການຄ້າ ແລະ ການລົງທຶນ ເປັນເວທີ​ໃຫ້ສະຫະລັດອາເມລິກາ ແລະ ສປປ ລາວ ສາມາດປຶກສາຫາລືກ່ຽວກັບບັນຫາການຄ້າ ແລະ ການລົງທຶນ ເພື່ອເສີມຂະຫຍາຍສາຍສຳພັນເສດຖະກິດສອງຝ່າຍ ໂດຍຜ່ານການອຳນວຍຄວາມສະດວກທາງດ້ານການຄ້າ, ສິ່ງກີດຂວາງທີ່ບໍ່ແມ່ນພາສີ, ຊັບສິນທາງປັນຍາ, ການປົກປ້ອງສິ່ງແວດລ້ອມ ແລະ ການສ້າງຄວາມສາມາດ. ສັນຍາສະບັບນີ້ຍັງເປັນເວທີເພື່ອປະສານງານກ່ຽວກັບບັນຫາຫຼາຍຝ່າຍ ແລະ ພາກພື້ນ​ເຊັ່ນ: ການເຊື່ອມໂຍງ AEC.

ທ່ານ ໂຟຼແມນ ກ່າວວ່າ: ການເຊັນສັນຍາຄັ້ງນີ້ ເພື່ອເສີມຂະຫຍາຍສາຍພົວພັນການຄ້າ ແລະ ການລົງທຶນ ສະຫະລັດອາເມລິກາ – ສປປ ລາວ, ສັນຍາສະບັບນີ້ສະທ້ອນເຖິງຄວາມຕັ້ັ້ງໃຈຂອງ ປະທານນາທິບໍດີ ໂອບາມາ ທີ່ມີຕໍ່ອາຊຽນ ແລະ ການເພີ່ມໂອກາດທາງດ້ານເສດຖະກິດລະຫວ່າງພວກເຮົາ.

ພິທີເຊັນສັນຍາຄັ້ງນີ້, ສະແດງ​ໃຫ້ເຫັນການເພີ່ມທະວີການຮ່ວມມືລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ແລະ ຈັດຂຶ້ນພາຍຫຼັງກອງປະຊຸມສຸດຍອດອາຊຽນ – ອາເມລິກາ ສະໄໝພິເສດທີ່ ຊັນນີແລນ ລັດແຄຣິຟໍເນຍ ເຊິ່ງເປັນປະທານຮ່ວມ ຂອງ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ສປປ ລາວ ກັບ ທ່ານ ບາຣັກ ໂອບາມາ ປະທານນາທິບໍດີສະຫະລັດອາເມລິກາ.

[ບົດ​ຂ່າວ: ສູນ​ສະຖິຕິ ​ແລະ ຂ່າວສານ]

12743833_10154039936074916_3597880394005586844_n