ພິທີເຊັນບົດບັນທຶກມອບ-ຮັບ ຕຳແໜ່ງຫົວໜ້າພະແນກ ອຄ ແຂວງອຸດົມໄຊ
By sonsathit rasavong On 17 Mar, 2016 At 02:15 PM | Categorized As ຂ່າວພາຍໃນ | With 0 Comments

 

ໃນຕອນ​ເຊົ້າ​ ຂອງ​ວັນ​ທີ 10 ມີນາ 2016  ທີ່ຜ່ານ, ຢູ່ທີ່​ຫ້ອງ​ປະຊຸມ​ຊັ້ນ 3 ຂອງຫ້ອງວ່າການປົກຄອງ​ແຂວງອຸດົມໄຊ ​ໄດ້​ມີ​ພິທີ​ເຊັນບົດບັນທຶກມອບ-ຮັບ ໜ້າທີ່ຕຳແໜ່ງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ລະຫວ່າງຜູ້ເກົ່າ ແລະ ມອບໃຫ້ຜູ້ໃໝ່ຂື້ນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ເພັດສາຄອນ ຫຼວງອາໄພ​ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ, ​ເຂົ້າຮ່ວມເປັນສັກຂີພິຍານໃນຄັ້ງນີ້ມີແຂກເຊີນຈາກຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ພະນັກງານພາຍໃນພະແນກ ອຄ ພ້ອມດ້ວຍພະນັກງານພາຍໃນຫ້ອງການ ອຄ 7 ເມືອງ ​ເຂົ້າ​ຮ່ວມ​ທັງ​ໝົດ  62  ສະຫາຍ, ຍິງ  9   ສະຫາຍ, ເຊີ່ງຫົວໜ້າພະແນກ ອຄ ຜູ້ເກົ່າແມ່ນ ທ່ານ ບຸນທັນ ວັນນະໃຈ ອາດີດກຳມະການປະຈຳພັກແຂວງ​, ຫົວໜ້າພະແນກ ອຄ ຜູ້ເກົ່າ ແລະ ໄດ້ມອບໜ້າທີ່ຫົວໜ້າພະແນກ ອຄ ໃຫ້ແກ່ ທ່ານ ຄຳເພົ້າ ສີລິສຸກ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການປົກຄອງແຂວງ ມາເປັນຫົວໜ້າພະແນກ ອຄ ຜູ້ໃໝ່.

ພ້ອມກັນນັ້ນ ທ່ານ ນາງ ຄຳ​ມີ ສຸກສະຫວັດ ຄະນະປະຈຳພັກແຂວງ, ປະທານກວດກາພັກ-ລັດແຂວງອຸດົມໄຊ ກໍ່ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ, ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳພັກຜ່ອນຮັບເບ້ຍບຳນານ ແລະ ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງວ່າດ້ວຍການຊັບຊ້ອນພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງໄປຮັບໜ້າທີ່ຕຳແໜ່ງໃໝ່.

ໃນ​ຕອນ​ທ້າຍ ທ່ານ ເພັດສາຄອນ ຫຼວງອາໄພ ເຈົ້າແຂວງໆອຸດົມໄຊ  ແລະ ຫົວໜ້າພະແນກ ອຄ ຜູ້ເກົ່າ – ຜູ້ໃໝ່ກໍ່ໄດ້ມີຄໍາເຫັນກ່າວຄໍາຂອບໃຈ ແລະ ຮັບຄໍາໂອວາດຈາກທ່ານເຈົ້າແຂວງ.

 

 ພາບ ແລະ ຂ່າວໂດຍ:  ຄຳ​ຝັ້ນ ພາ​ວິ​ວົງ​ກອນ

Untitled-1