ລາວ – ຫວຽດນາມ ຮ່ວມຫາລື ສົ່ງເສີມການຄ້າການລົງທຶນ
By sonsathit rasavong On 19 Aug, 2016 At 08:08 AM | Categorized As ຂ່າວພາຍໃນ | With 0 Comments

 

ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ລາວ ​ແລະ ຫວຽດນາມ​ ພ້ອມ​ດ້ວຍ​ພາກ​ທຸລະ​ກິດ​ຂອງ​ສອງ​ປະ​ເທດ ​ໄດ້​ເປີດ​ກອງ​ປະຊຸມ​ຫາລື​ວຽກ​ງານ​ການ​ຄ້າ​ຮ່ວມ​ກັນ ​ເພື່ອ​ກະ​ຕຸ້ນ​ການ​ຄ້າ​ການ​ລົງທຶນ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ທຸລະ​ກິດ​ສອງຊາດ​ໄດ້​ພົບ​ປະ ກ້າວສູ່​ການ​ເຮັດ​ການ​ຄ້າ​ຮ່ວມ​ກັນ​ໃຫ້​ຫຼາຍ​ຂຶ້ນ.

ກອງ​ປະຊຸມ​ດັ່ງກ່າວ​ຈັດ​ຂຶ້ນ​ໃນ​ທ້າຍ​ອາທິ​ດຜ່ານ​ມາ ທີ່​ສູນ​ການ​ຄ້າ​ລາວ – ​ໄອ​ເຕັກ ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ສຽວສະຫວາດ ສະ​ແຫວ​ງສຶກສາ ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແຫ່ງ ສປປ ລາວ, ທ່ານ ຫງວຽນ ​ເກີ​ມ ຕູ ຮອງ​ລັດຖະມົນຕີ​ກະຊວງ​ການ​ຄ້າ ​ແຫ່ງ ສສ ຫວຽດນາມ.

ທ່ານ ສຽວສະຫວາດ ສະ​ແຫວ​ງສຶກສາ ​ໄດ້​ກ່າວ​ວ່າ: ​ເພື່ອ​ຜັນ​ຂະຫຍາຍ​ການຈັດ​ຕັ້ງ​ປະຕິບັດ​ສັນຍາ​ຮ່ວມ​ມື​ທະວິ​ພາຄີ​ໄລຍະ 2016 -2020 ​ແລະ ຂໍ້​ຕົກລົງ​ວ່າ​ດ້ວຍ​ແຜນການ​ຮ່ວມ​ມື ປະຈຳ​ປີ 2016 ​ແລະ ບົດບັນທຶກ​ກອງ​ປະຊຸມ​ຄັ້ງ​ທີ 23 ຂອງ​ຄະນະ​ກຳມາ​ທິການ​ຮ່ວມ​ມື​ພາ​ຄີ ລະຫວ່າງ ລັດຖະບານ ລາວ – ຫວຽດນາມ  ​ແລະ ​ແຜນ​ວຽກ​ຂອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ສອງ​ຝ່າຍ, ສູ້​ຊົນ​ເພື່ອ​ຍົກ​ມູນ​ຄ່າ​ການ​ຄ້າ ຂາ​ອອກ – ຂາ​ເຂົ້າ ລະ​ຫວ່າງ​ສອງ​ປະ​ເທດ​​ເພີ່ມ​ຂຶ້ນ 20% ຖ້າ​ທຽບ​ໃສ່​ປີ 2015. ດັ່ງ​ນັ້ນ, ສອງ​ຝ່າຍ​ຕ້ອງ​ໄດ້​ສົມທົບ​ກັນ​ກັບ​ຂະ​ແໜງ​ການ ​ເພື່ອ​ລົງ​​ເຜີຍ​ແຜ່​ສັນຍາ​ທີ່​ກ່າວ​ມາ​ຂ້າງ​ເທິງຢ່າງ​ກວ້າງ​ຂວາງ ​ເພື່ອ​ສ້າງ​ຄວາມ​ຮັບ​ຮູ້​ໃຫ້​ຂະ​ແໜງ​ການ​ກ່ຽວຂ້ອງ​ທັງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ໄດ້​ເຂົ້າ​ໃຈ ​ແລະ ນຳ​ໄປ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ປາກົດ​ຜົນ​ເປັນ​ຈິງ ​ແລະ ຈຸດປະສົງ​ຫຼັກ​ຂອງ​ການ​ສ້າງສັນ​ຍາ​ດັ່ງກ່າວ​ແມ່ນ​ເພື່ອ​ເພີ່ມ​ທະວີ ​ແລະ ຍົກ​ສູງ​ມິດຕະພາບ ​ແລະ ກາ​ນຮ່​ວມມື​ຮອບດ້ານ ​ແລະ ສົ່ງ​ເສີມ​ການ​ເຂົ້າ​ເຖິງ​ຕະຫຼາດ​ດ້ານ​ສິນຄ້າ, ດ້ານ​ກາ​ນບໍລິການ ​ແລະ ພັດທະນາ​ການ​ເຊື່ອມ​ຈອດ​ລະຫວ່າງ​ສອງ​ປະ​ເທດ ​ໃຫ້​ມີ​ຄວາມ​ໝັ້ນ​ຄົງ​ຍືນ​ຍົງ ​ແລະ ຍາວນານ.

ທ່ານ​ກ່າວ​ອີກ​ວ່າ: ກອງ​ປະ​ຊຸມ​ພົບ​ປະລະ​ຫວ່າງ​ທຸລະ​ກິດ ລາວ – ຫວຽດນາມ​ໃນ​ຄັ້ງ​ນີ້​ຈະ​ບັນລຸ​ຜົນສຳ​ເລັດ​ອັນ​ຈົບງາມ, ປະກອບສ່ວນ​ເຂົ້າ​ໃນ​ການ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື ດ້ານ​ເສດຖະກິດ – ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ລາວ – ຫວຽດນາມ, ​ເວົ້າ​ສະ​ເພາະ ​ແມ່ນ​ການ​ຄ້າ​ສອງ​ຝ່າຍ ​ແລະ ກາ​ນຄ້າ​ຊາຍ​ແດນ, ​ເພື່ອ​ຕອບ​ສະໜອງ​ຄວາມມຸ່ງ​ມາດ​ປາດ​ຖະໜາ​ຂອງ​ພັກ – ລັດ ກໍ່​ຄື​ປະຊາຊົນ​ລະຫວ່າງ​ສອງ​ຊາດ​ລາວ – ຫວຽດນາມ​ຂອງ​ພວກ​ເຮົາ ​ເພື່ອ​ແນ​ໃສ່​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ຫຼຸດ​ຜ່ອນ​ຄວາມທຸກ​ຈົນ​ຂອງ​ປະຊາຊົນ​ສອງ​ຊາດ​ລາວ – ຫວຽດນາມ​ທີ່​ອາ​ໃສ​ຢູ່​ຕາມ​ຊາຍ​ແດນ ​ແລະ ຫວັງ​ຢ່າງ​ຍິ່ງ​ວ່າ​ນັກທຸລະກິດ​ທັງ​ສອງ​ປະ​ເທດ ລາວ – ຫວຽດນາມ ຈະ​ນຳ​ໃຊ້​ໃນ​ໂອກາດ​ເວທີ​ປຶກສາ​ຫາລື ​ແລະ ​ແລກປ່ຽນ​ຂໍ້​ມູນ – ຂ່າວສານ ​ແລະ ​ເຈລະຈາ ຫາ​ຄູ່​ຄ້າ​ສ້າງ​ຄວາມ​ເຂັ້ມ​ແຂງ​ທາງ​ທຸລະ​ກິດ ​ແລະ ​ເພ​ື່ອພ້ອມ​ກັນ​ພັດທະນາ.

 

[ສູນສະຖິຕິ ແລະ ຂ່າວສານ]

web1