ການຕ້ອນຮັບເອກອັກຄະລັດຖະທູດຄົນໃໝ່ຂອງປະເທດຄານາດາ ປະຈໍາທີ່ບາງກອກ (ປະເທດໄທ)
By sonsathit rasavong On 26 Jan, 2017 At 08:41 AM | Categorized As ຂ່າວພາຍໃນ | With 0 Comments

ໃນວັນ​ທີ 23 ມັງກອນ 2017 ​ເວລາ 4:00​ໂມງ ​ທີ່​ຫ້ອງ​ຮັບ​ແຂກ​ຂອງ​ກະຊວງ​ອຸດສຫະກໍາ ​ແລະ ການ​ຄ້າ​ໄດ້​ຕ້ອນ​ຮັບ​ເອກອັກຄະ​ລັດ​ຖະທູດ​ຄົນ​​​ໃໝ່ຂອງ​ປະ​ເທດ​ຄາ​ນາ​ດາ​ປະ​ຈໍາ​ທີ່​ບາງກອກ(ປະ​ເທດ​ໄທ)​, ກ່າວ​ຕ້ອນ​ຮັບ​ໂດຍ ທ່ານ ສົມຈິດ ອິນ​ທະ​ມິດ ຮອງ​ລັດຖະມົນຕີ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ໃນ​ການ​ເຂົ້າ​ຢ້ຽມ​ຂໍ່າ​ນັບ​ໃນ​ຄັ້ງ​ນີ້ ທັງ​ສອງ​ທ່ານ​ແມ່ນ​ໄດ້​ໂອ້​ລົມ​ແລກປ່ຽນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ, ຊຶ່ງ​ນໍາ​ມາ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ, ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນຂຶ້ນ ​ເພື່ອ​ເປັນ​ການ​ຊຸກຍູ້​ສົ່ງ​ເສີມ​ການ​ພັດທະນາ​ເສດຖະກິດ​ຂອງ​ ສປປ ລາວ ​ແລະ ​ໄດ້​ເວົ້າ​ເຖິງການ​ດຶງ​ດູດ​ນັກ​ລົງທຶນ​ຂອງ​ສອງ​ປະ​ເທດ, ກົດຫມາຍ​ການລົງທຶນ​ສະບັບ​ໃຫມ່, ​ການ​ຂຸດ​ຄົ້ນ​​ແຮ່​ທາດ​ຂອງ​ລາວ ​ແລະ ​ເວົ້າ​ເຖິງການ​ສ້າງ​ຫນ່ວຍ​ງານ​ປະຕູ​ດຽວ ທີ່​ຈະ​ສ້າງ​ເງື່ອນ​ໄຂ​ອໍານວຍ​ຄວາມ​ສະດວກ​​ໃນ​ການ​ສະໜອງ​ຂໍ້​ມູນ​ຂ່າວສານ.

ທ່ານ ສົມ​ຈິດ ອິນ​ທະ​ມິດ  ຮອງລັດຖະມົນຕີ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ​ ໄດ້ສະ​ແດງ​ຄວາມຍິນດີ, ​ດີ​ໃຈ ແລະ ຂອບ​ໃຈ​ຢ່າງ​ສູງ​ນໍາ​ຄະນະ​ທ່ານ ​ເອກອັກຄະ​ລັດ​ຖະທູດຄົນ​​ໃໝ່​ປະ​ຈໍາ​ບາງກອກ(ປະ​ເທດ​ໄທ) ທີ່​ໄດ້​​ເສຍ ສະຫລະ​ເວລາ​ອັນ​ມີ​ຄ່າ​ເຂົ້າ​ພົບ​ປະໃນ​ຄັ້ງ​ນີ້.

[ພາບ ​ແລະ ຂ່າວ: ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ]

???????????????????????????????