ເອອັກຄະລັດຖະທູດກູບາ ຢ້ຽມຂ່ຳນັບ ລັດຖະມົນຕີກະຊວງ ອຄ
By sonsathit rasavong On 2 Feb, 2017 At 12:41 PM | Categorized As ຂ່າວພາຍໃນ | With 0 Comments

 

ເວລາ 11:00​ໂມງ ຂອງ​ວັນ​ທີ 31 ມັງກອນ 2017 ທີ່​ຫ້ອງ​ຮັບ​ແຂກ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ກະ​ຂວງ​ອຸດສາຫະກໍາ ​ແລະ ການ​ຄ້າ​ໄດ້​ຮັບ​ຕ້ອນ​ການ​ຢຽມຂໍ່ານັບ​ຂອງ​ທ່ານ Pablo Antonio Rodriguez Vidal ​ເອກອັກຄະ​ລັດຖະທູດ ວິສາມັນ​ຜູ້​ມີ​ອໍານາດ​ເຕັມ​ປະ​ເທດ​ກູ​ບາ​ປະ​ຈໍາ ສປປ ລາວ ​ເນື່ອງ​ໃນ​ໂອກາດ​ໄດ້​ດໍາລົງ​ຕໍາ​ແໜ່​ງ​ໄຫ​ມ່.

​​ການ​ເຂົ້າ​ຢ້ຽມ​ໃນ​ຄັ້ງ​ນີ້​ມີ​ການ​ສົນທະນາ​ແລກປ່ຽນ​ຄໍາ​ຄິດ​ຄໍາເຫັນດ້ວຍ​ບັນຍາ​ກາດ​ທີ່​ເປັນ​ກັນ​ເອງ ບົນ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ສາຍ​ພົວ​ພັນ​ມິດຕະພາບ​ທີ່​ມີ​ມາ​ແຕ່​ດົນ​ນານ​ ລະຫວ່າງ​ລາວ-​ກູ​ບາ ​ແລະ ​ໄດ້​ເນັ້ນ​ໃສ່​ການ​ຮ່ວມ​ມື​ ໃນ​ຂົງ​ເຂດ​ເສດຖະ ກິດ, ​ການ​ຄ້າ ​ແລະ ການ​ລົງທຶນ ​ເພື່ອ​ເຮັດ​ໃຫ້ການ​ຮ່ວມ​ມື​ ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ໄດ້​ຮັບ​ການ​ຂະ​ຫຍາ​ຍຕົວ​ ​ໂດຍ​ສະ​ເພາະ​ຢາກ​ໃຫ້​ມີ​ການຈັດ​ເວທີ​ພົບ​ປະ​ທຸລະ​ກິດ​ລາວ-​ກູ​ບາ​ດ້ວຍ​ການ​ເຊື້ອ​ເຊີນ​ນັກ​ລົງທຶນ​ຂອງ​ກູ​ບາ​ທີ່​ກໍາລັງ​ລົງທຶນ​ຢູ່​ໃນ​ຂົງ​ເຂດ​ພາກ​ພື້ນ​ອາຊີ​ເຂົ້າ​ຮ່ວມ ​ແລະ  ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ​ແລະ ການ​ຄ້າ ສະ​ເໜີ​ໃຫ້ມີ​ການຈັດ​ງານ​ວາງສະ​ແດງ​ສິນຄ້າ​ຂອງ​ປະ​ເທດ​ກູ​ບາ​ທີ່​ປະ​ເທດ​ລາວ​ ໂດຍ​ສະ​ເພາະ​ສິນຄ້າ​ທີ່ເປັນ​ທ່າ​ແຮງ​ຂອງ​ປະ​ເທດ​ກູ​ບາ.

ສຸດ​ທ້າຍ ທ່ານ​ເອກ​ອັກຄະ​ລັດຖະທູດ ນ້ອມ​ນໍາ​ເອົາ​ເນື້ອ​ໃນ​ໃຈຄວາມ​ຂອງ​ທ່ານ ລັດຖະມົນຕີ​ໄປສະ​ເໜີ​ຕໍ່​ນັກ​ລົງ​ທຶນຂອງ​ກູ​ບາ ​ແລະ ທ່ານ ລັດຖະມົນຕີ​ກໍ່​ໄດ້​ສະ​​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ​ເອກ​ອັກຄະ​ລັດຖະທູດ​ທີ່​ໃຫ້ຄວາມ​ສໍາຄັນ​ ຕໍ່​ສາຍ​ພົວ​ພັນ​ທີ່​ມີ​ມາ​ແຕ່​ດົນ​ນານ ​ແລະ ​ໃຫ້​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຕໍ່​ຂົງ​ເຂດ​ເສດຖະກິດ ​ແລະ ຫວັງ​ວ່າ​ໃນ​ໄລຍະ​ດໍາລົງ​ຕໍາ​ແໜ່ງຂອງ​ທ່ານ ເອກ​ອັກຄະ​ລັດຖະທູດຈະ​ເຮັດ​ໃຫ້ການ​ຮ່ວມ​ມື​ສາຍ​ພົວ​ພັນຮອບດ້ານລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ຂະ​ຫຍາ​ຍຕົວ.

[ພາບ ​ແລະ ຂ່າວ: ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ]

edit