ສະຫາຍ ບຸນທອງ ຈິດມະນີ ໃຫ້ຄຳໂອວາດ ຕໍ່ກອງປະຊຸມດຳເນີນຊີວິດການເມືອງປັບປຸງ ປົວແປງທົ່ວພັກ ຂອງອົງຄະນະພັກ ກະຊວງອຸດສາຫະກຳ ແລະ ການຄ້າ
By theu vaenvongsod On 23 Jun, 2017 At 03:52 AM | Categorized As ຂ່າວສຳຄັນ | With 0 Comments

  ໃນວັນທີ 9 ມີຖຸນາ ຜ່ານມາ, ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ ສູນກາງພັກ ຮອງນາຍົກລັດຖະມົນຕີ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມດຳເນີນຊີວິດການເມືອງປັບປຸງປົວແປງທົ່ວພັກ ຂອງອົງຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ, ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ເຂັມມະນີ ພົນເສນາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຄະນະບໍລິຫານງານພັກກະຊວງ, ຕະຫຼອດຮອດບັນດາສະມາຊິກພັກ, ຄະນະພັກຮາກຖານ ແລະ ເລຂາໜ່ວຍພັກອ້ອມຂ້າງອົງຄະນະພັກກະຊວງ ເຂົ້າຮ່ວມ. ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ອົງຄະນະພັກກະຊວງ ອຄ ໃນການກະກຽມບັ້ນດຳເນີນຊີວິດການເມືອງ ຕາມຄຳສັ່ງເລກ ທີ 01 ຂອງກົມການເມືອງສູນກາງພັກ ແລະ ຍ້ອງຍໍຜົນງານ ການເຄື່ອນໄຫວຂອງອົງຄະນະພັກກະຊວງໃນໄລຍະຜ່ານມາ. ພ້ອມນັ້ນ ສະຫາຍ ໄດ້ຍົກໃຫ້ເຫັນເຖິງສາເຫດ ແລະ ຄວາມຈຳເປັນໃນການດຳເນີນຊີວິດການເມືອງ ປັບປຸງປົວແປງທົ່ວພັກໃນຄັ້ງນີ້ ແລະ ມີຄຳເຫັນຊີ້ນຳຕໍ່ກອງປະຊຸມ ເພື່ອເປັນທິດໃຫ້ອົງຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ ນຳໄປຈັດຕັ້ງປະຕິບັດບັ້ນດຳເນີນຊີວິດການເມືອງປັບປຸງປົວແປງ ພາຍໃນພັກຂັ້ນຕົນໃຫ້ບັນລຸຜົນສຳເລັດຕາມຈຸດປະສົງ ທີ່ກຳນົດໄວ້.mr Bounthong Chitmany1

  ສະຫາຍ ໄດ້ເນັ້ນໜັກບັນຫາທີ່ຕ້ອງສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດ ພາຍຫຼັງສຳເລັດການດຳເນີນຊີວິດການເມືອງປັບປຸງປົວແປງທົ່ວພັກ, ສະມາຊິກພັກໃນທົ່ວກະຊວງ, ສືບຕໍ່ກວດກາລົງເລິກ ແລະ ປັບປຸງແກ້ໄຂບັນຫາຕ່າງໆ ທັງອັນລວມຂອງຄະນະພັກ, ຄະນະກົມ, ຫ້ອງການ ແລະ ອັນສະເພາະຂອງແຕ່ລະ ສະຫາຍໃນຄະນະພັກ, ພະນັກງານນຳພາຄຸ້ມຄອງຫຼັກແຫຼ່ງ ແລະ ສະມາຊິກພັກ ແຕ່ລະຄົນ ດ້ວຍຄວາມຮັບຜິດຊອບສູງ ແລະ ເດັດຂາດເຂັ້ມງວດຕາມ ກົດລະບຽບຂອງພັກ, ຕາມກົດໝາຍ ແລະ ລະບຽບການ ຕ່າງໆຂອງລັດ.ສືບຕໍ່ຄົ້ນຄວ້າ ເຊື່ອມຊຶມ, ກຳແໜ້ນ ແລະ ສູ້ຊົນຜັນຂະຫຍາຍຈັດຕັ້ງປະຕິບັດບັນດາຄາດໝາຍ ທີ່ກອງ ປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີເທື່ອທີ 8 ຂອງລັດ ແລະ ບັນດາຄາດໝາຍສູ້ຊົນທີ່ ກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ອົງຄະນະພັກກະຊວງວາງອອກ. ສະຫາຍ ບຸນທອງ ຈິດມະ ນີ ຍັງເນັ້ນອີກວ່າ: ກະຊວງອຸດສາຫະກຳ ແລະ ການຄ້າຕ້ອງ ໄດ້ສຸມໃສ່ 3 ແຜນງານຄື: 1 ແຜນງານ ເຊື່ອມໂຍງກັບເສດຖະກິດ ຂອງພາກພື້ນ ແລະ ສາກົນ, 2 ແຜນງານ ສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ພາກທຸລະກິດ, 3 ແຜນງານ ສ້າງຄວາມພ້ອມໃຫ້ແກ່ພາກທຸລະກິດ ເພື່ອຮອງຮັບການແຂ່ງຂັນທີ່ເພີ່ມຂຶ້ນຢ່າງຍືນຍົງ ໂດຍສະເພາະແມ່ນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃຫ້ສາມາດແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ. ເປັນເຈົ້າການສົມທົບກັບພາກສ່ວນກ່ຽວ ຂ້ອງຊຸກຍູ້ການຜະລິດເປັນສິນຄ້າ ໃນຂົງເຂດກະສິກຳ, ຫັດຖະກຳ, ອຸດສາຫະກຳ, ເຮັດໃຫ້ການປູກ, ການລ້ຽງຕິດພັນກັບການປຸງແຕ່ງ, ມີຄຸນນະພາບ ແລະ ຕິດພັນກັບຕະຫຼາດ, ປຸກລະດົມຜູ້ລົງທຶນ ແລະ ການບໍລິການລົງເຖິງຊົນນະບົດເຂດ ຫ່າງໄກສອກຫຼີກ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂ ຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ. ສະເພາະໜ້ານີ້ຕ້ອງສືບຕໍ່ປະຕິບັດຄຳສັ່ງເລກທີ 15/ນຍ (ກ່ຽວກັບ ການແກ້ບັນຫາໄມ້) ໃຫ້ຖືກຕ້ອງເຂັ້ມງວດ, ສຶກສາອົບຮົມ ຜູ້ປະກອບການຫັນເຂົ້າສູ່ການປຸງແຕ່ງໄມ້ສຳເລັດຮູບ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ ຕາມທິດທີ່ລັດຖະບານຊີ້ນຳ. ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ໃຫ້ຢູ່ໃນລະດັບທີ່ເໝາະສົມ, ຈຳກັດການນຳເຂົ້າຜະລິດຕະພັນທີ່ບໍ່ຈຳເປັນ. ສົມທົບກັບ ພາກສ່ວນກ່ຽວຂ້ອງສືບຕໍ່ຄົ້ນຄວ້າປັບປຸງວິສາຫະກິດຂອງລັດ ທີ່ຂຶ້ນກັບຄວາມຮັບຜິດຊອບ ຂອງກະຊວງອຸດສາຫະກຳ ແລະ ການຄ້າໃຫ້ສາມາດ ດຳລົງບົດບາດນຳໜ້າທີ່ດີ; ພ້ອມທັງສືບຕໍ່ ວຽກງານ 3 ສ້າງຂອງຂະແໜງ ອຄ ການສ້າງບ້ານພັດທະນາຕິດພັນກັບການພັດທະນາເມືອງ, ແຂວງ ການແບ່ງສິດ ແບ່ງຄວາມຮັບຜິດຊອບໃນແຕ່ລະຂັ້ນ; ການສ້າງແຜນພະນັກງານ ທີ່ຈະຕ້ອງໄດ້ກຳນົດພະນັກງານຫລັກແຫລ່ງ, ພະນັກງານປ່ຽນແທນ, ພະນັກງານວິຊາການ, ພະນັກງານເຕັກນິກ ໂດຍລະອຽດ; ການບໍາລຸງກໍ່ສ້າງພະນັກງານ ທັງຢູ່ໂຮງຮຽນ, ສະຖາບັນ, ຢູ່ຮາກຖານຕົວຈິງ ເຮັດນຳປະຊາຊົນຮອບດ້ານ; ການຄຸ້ມຄອງປ້ອງກັນພະນັກງານ ໃຫ້ກຳທາງດ້ານແນວຄິດ ແລະ ການກະທຳ; ດຳເນີນການປະເມີນຜົນຂອງປະຕິບັດໜ້າທີ່ຂອງພະນັກງານ ໃນແຕ່ລະໄລຍະ 6 ເດືອນ/ເທື່ອ; ການປະຕິບັດນະໂຍບາຍຕໍ່ພະນັກງານ ບໍ່ໃຫ້ຖືເບົາ (ຜູ້ດີກໍ່ຕ້ອງຍ້ອງ ຜູ້ເຮັດຜິດກໍ່ຕ້ອງຕຳນິລົງໂທດ); ເພີ່ມທະວີ ການກວດກາພັກ, ຄຸ້ມຄອງບໍລິຫານລັດ ຢູ່ໃນກົມກອງ ແລະ ຫົວໜ່ວຍຮາກຖານຕ່າງໆ.

 

                                                                                                                                                                                                               [ພາບ ແລະ ຂ່າວ: ສູນສະຖິຕິ ແລະ ຂໍ້ມູນຂ່າວສານ]