ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອນຮັບການພົບປະ ຂອງຄະນະນັກທຸລະກິດ ເມືອງໄທ້ອ່ານ ແຂວງ ຊ່ານຕົ່ງ ສປ ຈີນ
By theu vaenvongsod On 5 Jul, 2017 At 02:12 PM | Categorized As ຂ່າວສຳຄັນ | With 0 Comments

 IMG_7086

   ຕອນ​ເຊົ້າ ຂອງ​ວັນ​ທີ 04 ກໍລະກົດ 2017, ທ່ານ​ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້ພົບ​ປະ​ກັບ​ຄະນະ​ນັກ​ທຸລະ​ກິດ ​ເມືອງ​ໄທ້​ອ່ານ ​ແຂວງ​ຊ່ານ​ຕົ່ງ ສປ ຈີນ ຊຶ່ງ​ຄະນະ​ດັ່ງກ່າວ​ເປັນ​ຕົວ​ແທນ​ຈາກບໍລິສັດ​ ບໍລິຫານ ​ແລະ ພັດທະນາສວນສາກົນຈີ່ນໄທ້ ຈຳກັດ ມີ​ທຸລະ​ກິດ​ຫລັກ: ​ເຂດ​ການ​ຄ້າ​ເສ​ລີ ​ແລະ ການວາງ​ແຜນ, ການ​ກໍ່​ສ້າງ, ການ​ບໍລິຫານ​ຈັດການ ການ​ດໍາ​ເນີນ​ງານ​ການ​ຜະລິດຂອງ​ບໍລິການ​ໂອນ​ປະກອບ​ການ​ໃນ​ປະ​ເທດ​ເປັນ​ເຂດ​ການ​ຄ້າ​ເສລີ ​ແລະ ບໍລິການ​ເຂດ​ທຸລະກິດການ​ຄ້າ ​ເຂດ​ການ​ຄ້າ​ເສລີ ​ແລະ ການ​ລົງທຶນ, ການຈັດ​ຫາ​ເງິນ​ທຶນ​ຂອງ​ອົງ​ກອນພັດທະນາ​ເຂດ​ບໍລິການ; ມີ​ຈຸດປະສົງ​ມາ​ສໍາ​ຫລວດ​ເຂດ​ເສດຖະກິດພິ​ເສດ, ​ເຂດ​ອຸດສາຫະກຳ ​ຂອງ ສປປ ລາວ ​ເພື່ອ​ຊອກ​ຫາ​ກາລະໂອກາດ ​ແລະ ສຶກສາ​ນະ​ໂຍບາຍ​ ກ່ຽວ​ກັບ​ການ​ລົງທຶນ​ຢູ່ ສປປ ລາວ; ທ່ານ ລັດຖະມົນຕີ ​ໄດ້​ແນະນຳ​ໃຫ້​ຄະນະ​ດັ່ງກ່າວ​ໄປ​ພົບ​ກັບ​ພາກສ່ວນ​ກ່ຽວຂ້ອງ​ເປັນຕົ້ນ ຄະນະ​ຄຸ້ມ​ຄອງ​ເຂດ​ໄຊ​ເສດ​ຖາກ​ວມລວມ, ເຂດອຸດສາຫະກຳ ຫລັກ 21  VITA Park, ຄະນະ​ຄຸ້ມ​ຄອງ​ຕະຫລາດ​ຫລັກ​ຊັບ ​ແລະ ສຶກສາ​ກົດໝາຍ​ຂອງ ສປປ ລາວ ​ໃນຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ເພື່ອ​ເປັນ​ຊ່ອງ​ທາງ​ທີ່​ເໝາະສົມ​ສຳລັບ​ການ​ລົງທຶນ​ຂອງ​ເຂົາ​ເຈົ້າ. ຕອນ​ທ້າຍ, ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ມອບເຄື່ອງທີ່ລະນຶກ ຊຶ່ງເປັນການໂຄສະນາສິນຄ້າຂອງລາວ ໃຫ້ແກ່ຄະນະນັກທຸລະກິດຈີນ ໄດ້ຮັບຮູ້ກ່ຽວກັບສິນຄ້າທ່າແຮງທີ່ສາມາດສົ່ງອອກໄປຕ່າງປະເທດໄດ້ເປັນຕົ້ນ ເຂົ້າສານຫຸ້ມຫໍ່ເປັນຜະລິດຕະພັນ, ກາເຟ ແລະ ຊາສຳເລັດຮູບ.

IMG_7102

 

IMG_7099

                                                                                                                                                                                                                   [ພາບ ແລະ ຂ່າວ: ຂະແໜງຂ່າວສານ]