ທິດຊີ້ນໍາ ຂອງທ່ານລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ເນື່ອງໃນໂອກາດລົງຢ້ຽມຢາມ ແລະ ເຮັດວຽກຢູ່ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງ
By theu vaenvongsod On 17 Jul, 2017 At 10:04 PM | Categorized As ຂ່າວສຳຄັນ | With 0 Comments

???????????????????????????????

ເວລາ 8:30 ໂມງ ຂອງວັນທີ 17 ກໍລະກົດ 2017 ທີ່ຫ້ອງປະຊຸມຊັ້ນ 01 ຂອງພະແນກອຸດສາຫະກໍາການຄ້າ ນະຄອນຫລວງວຽງຈັນ  ໄດ້ເປີດກອງປະຊຸມເພື່ອຮັບຟັງທິດຊີ້ນໍາຈາກທ່ານລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ເນື່ອງໃນໂອກາດລົງຢ້ຽມຢາມ ແລະ ເຮັດວຽກຢູ່ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ເບີລີນ ເພັດຈັນທະຣາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງ  ມີບັນດາແຂກເຂົ້າຮ່ວມຄື: ທ່ານຫົວຫນ້າຫ້ອງວ່າການນະຄອນຫລວງວຽງຈັນ, ເລຂາໜ່ວຍພັກ 14 ໜ່ວຍ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງ, ທ່ານຫົວໜ້າ ແລະ ຮອງຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ 9 ຕົວເມືອງ ໃນນະຄອນຫລວງວຽງຈັນ, ທ່ານຫົວໜ້າກົມ ຮອງກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ຈາກກະຊວງ ແລະ ກຸ່ມບໍລິສັດຈໍານວນໜຶ່ງ.

???????????????????????????????

ໃນໂອກາດລົງຢ້ຽມຢາມໃນຄັ້ງນີ້ ທ່ານ ນາງເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວເນັ້ນໃຫ້ເຈົ້າໜ້າທີ່ການຄ້ານະຄອນຫລວງ ເອົາໃຈໃສ່ກໍາແໜ້ນບັນດານິຕິກໍາ, ລະບຽບການຕ່າງໆທີ່ຂັ້ນເທິງວາງອອກ, ລວມທັງບັນດາກົດຫມາຍທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດທິຜົນ, ພ້ອມທັງເປັນເຈົ້າການໃນການປະສານງານກັບຂະແໜງການທີ່ກ່ຽວຂ້ອງ ໂດຍເປັນເຈົ້າການນໍາພາຈັດຕັ້ງປະຕິບັດ, ສະເໜີໃຫ້ບັນດາກົມເອົາໃຈໃສ່ໃນການປະຕິບັດວຽກງານຂອງຕົນໃຫ້ມີປະສິດທິພາບ ແລະ ການລົງເຮັດວຽກພົວພັນນໍາພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງ ໃຫ້ຕໍ່ເນື່ອງ ໂດຍເອົາກອງປະຊຸມໃນຄັ້ງນີ້ເປັນບົດຮຽນ ໃນການລິເລີ່ມການປະສານງານກັນໂດຍສະເພາະກົມການຄ້າພາຍໃນ, ກົມຄຸ້ມຄອງທະບຽນ ແລະ ວິສາຫະກິດ, ກົມການນໍາເຂົ້າ ແລະ ສົ່ງອອກ ແລະ ກົມແຜນການ ແລະ ການຮ່ວມມື, ທີ່ສໍາຄັນແມ່ນໃຫ້ສ້າງຕັ້ງຂະແໜງສົ່ງເສີມ SME ຢູ່ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງ.

???????????????????????????????

ນອກນີ້ທ່ານ ເບີລີນ ເພັດຈັນທະຣາດ ໄດ້ສະຫລຸບຫຍໍ້ ການຈັດຕັ້ງປະຕິບັດແຜນພັດທະນາເສດທະກິດ-ສັງຄົມ ຂອງພະແນກອຸດສາຫະກໍາ ແລະ ການຄ້າ 6 ເດືອນຕົ້ນປີ, ທິດທາງແຜນ 6 ເດືອນທ້າຍປີດັ່ງນີ້: ແຜນມອບພັນທະຕາມແຈ້ງການເລກທີ100/ກງ ລົງວັນທີ 24 ກຸມພາ 2017 ຄ່າທໍານຽມຈໍານວນ 2.600 ລ້ານກີບ ປະຕິບັດໄດ້ 223.300 ລ້ານກີບ ໄດ້ນໍາສົ່ງໂຄງການລົງທຶນຂອງລັດປີ 2018 ໃຫ້ພະແນກແຜນການ ແລະ ການລົງທຶນ ນະຄອນຫລວງວຽງຈັນ ຈໍານວນ 13 ໂຄງການ ຄິດເປັນມູນຄ່າ 948.161.000 ກີບ; ແຜນການຜະລິດການຈໍາຫນ່າຍ ແລະ ແຜນຄວາມຕ້ອງການຂອງບັນດາບໍລິສັດໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ (ນັບແຕ່ເດືອນມັງກອນ-ເດືອນເມສາ) ໄດ້ຈໍານວນ 83 ຫົວໜ່ວຍມີຕົວເລກການຜະລິດ 1.084.780.614 ໂດລາສະຫະລັດ, ແຜນການຈໍາໜ່າຍ 1.485.265.483 ໂດລາສະຫະລັດ ແລະ ຄວາມຕ້ອງການ 629.467.374 ໂດລາສະຫະລັດ.

???????????????????????????????

???????????????????????????????

???????????????????????????????

    [ພາບ ແລະ ຂ່າວ: ຂະແໜງຂ່າວສານ]