ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ສ້າງຂະບວນການແຂ່ງຂັນກິລາມິດຕະພາບໃນໂອກາດວັນສຳຄັນຕ່າງໆ ຂອງແຂວງ
By theu vaenvongsod On 26 Jul, 2017 At 01:46 PM | Categorized As ຂ່າວພາຍໃນ | With 0 Comments

DSC_2586

ເພື່ອ​ເປັນ​ການ​ສ້າງ​ຂະ​ບວນການຂໍ່ານັບຮັບຕ້ອນວັນ​ສຳຄັນ​ຕ່າງໆ ຂອງ​ແຂວງ​ໃຫ້​ມີ​ບັນຍາກາດ​ຟົດຟື້ນ ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ ໄດ້​ຈັດການແຂ່ງຂັນ​ກິລາ​ເປ​ຕັງ​ຂຶ້ນ​ໃນ​ວັນ​ທີ 21 ກໍລະກົດ 2017 ທີ່​​ພະ​ແນ​ກດັ່ງກ່າວ​ເຂົ້າຮ່ວມ​ໃນ​ພິທີ​​ເປີດ​ການ​ແຂ່ງຂັນ​ໂດຍ ທ່ານ ທອງ​ໄຊ ມັງໝໍ່​ເມກ ຫົວໜ້າພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ, ມີ​ບັນດາ​ຂະ​ແໜງການ, ​ວິ​ສາ​ຫະກິດນ້ຳມັນ​ເຊື້ອ​ໄຟ, ບໍລິສັດ​ການ​ຄ້າ ​ແລະ ທ່ອງ​ທ່ຽວ​​ເຂົ້າຮ່ວມ.

DSC_2596

ການ​ແຂ່ງຂັນ​ກິລາ​ເປຕັງຂອງ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ຄັ້ງນີ້ ​ແມ່ນ​ມີ​ທັງໝົດ 12 ທີ​ມ, ​ແບ່ງ​ອອກ​ເປັນສອງ​ສາຍ​​ແຂ່ງຂັນ​ຄື: ທີ​ມຍິງ ​ແລະ ທີມຊາຍ, ​ໃນ​ນັ້ນທີມຊາຍ 8 ທີ​ມ ​ແລະ ທີມຍິງ 4 ທີ​ມ ​ເຊິ່ງພາຍ​ໃນ​ງານ​ແມ່ນ​ມີ​ຄວາມ​ຄຶກຄື້ນ, ມ່ວນ​ຊື່ນ​ຈາກ​ສຽງຜູ້​ຊົມ​ທີ່​ເຂົ້າຮ່ວມ​. ຈຸດປະສົງໃນການແຂ່ງຂັນ ທ່ານ ທອງ​ໄຊ ມັງໝໍ່​ເມກ ໄດ້ໃຫ້ຮູ້ວ່າ :  ການຈັດການແຂ່ງຂັນຄັ້ງນີ້ແມ່ນເພື່ອເປັນການສ້າງຂະບວນການສະ​ເຫລີ​ມສະຫລອງ​ຮັບຕ້ອນ ກອງ​ປະຊຸມສະພາ​ປະຊາຊົນ​ແຂວງ​ສະ​ໄໝສາມັນ​ເທື່ອ​ທີ III, ຜົນສຳ​ເລັດ​ກອງ​ປະຊຸມ​ບັ້ນດຳ​ເນີນ​ຊີວິດ​ການ​ເມືອງ​ປັບປຸງ​ປົວ​ແປງ​ພັກ​ຂອງ​ພະ​ແນ​ກ ໃຫ້ມີບັນຍາກາດຄຶກຄື້ນມ່ວນ​ຊື່ນ ພ້ອມກັບການສ້າງຄວາມສາມັກຄີ ລະຫວ່າງ ອ້າຍ​ນ້ອງ​ພາຍ​ໃນ​ພະ​ແນ​ກ ​ແລະ ບັນດາທຸລະກິດຜູ້ປະກອບການພາຍໃນແຂວງ ໃຫ້ມີຄວາມສະຫນິດສະໜົມລຶ້ງເຄີຍກັນຂຶ້ນໄປເລື້ອຍໆ.

DSC_2587

ຂ່າວ ​​: ມະນີ​ວັນ

[ຮຽບຮຽງໂດຍ: ຂະແໜງຂ່າວສານ]