ທິດຊີ້ນໍາ ຂອງທ່ານລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຕໍ່ກອງປະຊຸມວຽກງານວາງແຜນຍຸດທະສາດພັດທະນາ ຂອງກົມແຜນການ ແລະ ການຮ່ວມມື
By theu vaenvongsod On 3 Aug, 2017 At 04:13 PM | Categorized As ຂ່າວສຳຄັນ | With 0 Comments

ໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2017 ຢູ່ຫ້ອງປະຊຸມໃຫຍ່ຊັ້ນ 1 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ເປັນມື້ສຸດທ້າຍທີ່ກົມແຜນການ ແລະ ການຮ່ວມມື ຈັດກອງປະຊຸມປະຈໍາປີ ໂດຍ ທ່ານລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ການໂອ້ລົມ ຕໍ່ກອງປະຊຸມວຽກງານວາງແຜນຍຸດທະສາດການພັດທະນາ ຂອງກົມແຜນການ ແລະ ການຮ່ວມມື.

ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຍັງໄດ້ເນັ້ນໃຫ້ບັນດາກົມ ໃນເວລາລົງທ້ອງຖິ່ນ (ໃນການລົງ ເກັບກໍາ-ຕິດຕາມຂໍ້ມູນນໍາບັນດາພະແນກອຸດສາຫະກໍາ ແລະ ການຄ້າເແຂວງ ແລະ ນະຄອນຫລວງ) ໃຫ້ຢຶດຖືການປະຢັດເປັນຕົ້ນຕໍ ສະເໜີໃຫ້ ແຕ່ລະໂຄງການທີ່ມີຈຸດປະສົງຄ້າຍກັນຄວນປະສານງານກັນໃຫ້ລ່ອງຊ່ອງແລ້ວຈັດທີມງານລົງທ້ອງຖິ່ນໄປພ້ອມດຽວກັນ ໂດຍສະເພາະກົມສົ່ງເສີມການຄ້າ, ກົມການນໍາເຂົ້າ ແລະ ສົ່ງອອກ, ກົມນະໂຍບາຍການຄ້າຕ່າງປະເທດ, ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ແລະ ກົມແຜນການ ແລະ ການຮ່ວມມື.

IMG_3582.1

ພ້ອມກັນນີ້ ທ່ານຍັງກ່າວອີກວ່າ: ກົມແຜນການ ແລະ ການຮ່ວມມືເປັນໃຈກາງໃນການປະສານງານຄວາມຮ່ວມມືຂອງບັນດາກົມ, ຫ້ອງການກະຊວງ ແລະ ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າໃນການສ້າງແຜນພັດທະນາຂອງຂະແໜງການພວກເຮົາ ໂດຍສະເພາະແມ່ນການສ້າງວິໄສທັດປີ 2030, ແຜນຍຸດທະສາດການພັດທະນາວຽກງານອຸດສາຫະກໍາ ແລະ ການຄ້າ ຮອດປີ 2025 ແຜນພັດທະນາ 5 ປີ ໄລຍະ (2016-20) ຖືເປັນການຜັນຂະຫຍາຍແນວທາງເສດຖະກິດຂອງພັກທີ່ກໍານົດໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IVຂອງອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທັງເປັນການຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VIII ທີ່ໄດ້ຖືກຮັບຮອງຈາກສະພາແຫ່ງຊາດ ແລະ ລັດຖະບານກໍ່ໄດ້ມີດໍາລັດໃນການຈັດຕັ້ງປະຕິບັດແຜນດັ່ງກ່າວ ໂດຍໄດ້ກໍານົດຫນ້າທີ່ວຽກງານສະເພາະ ເພື່ອມອບຫມາຍໃຫ້ຂະແໜງການ ແລະ ທ້ອງຖິ່ນໃນການຈັດຕັ້ງປະຕິບັດແຕ່ລະປີ. ຢູ່ພາຍໃນກະຊວງພວກເຮົາກໍ່ໄດ້ອອກຂໍ້ຕົກລົງວ່າດ້ວຍການມອບໝາຍວຽກ ໃຫ້ກົມກອງ ແລະ ພະແນກອຸດສາຫະກໍາ ແລະ ການຄ້າຢູ່ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດໃນພາກຕົວຈິງ.

IMG_3581

ຄຽງຄູ່ກັບຫຼາຍໆວຽກຍັງໄດ້ມີແຜນພັດທະນາສະເພາະ ເປັນແຕ່ລະວຽກ ເຊັ່ນ: ແຜນພັດທະນາວິສະຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ, ແຜນການສ້າງນິຕິກໍາ ຂອງກະຊວງ, ແຜນການດໍາເນີນງານຂອງ ສປປ ລາວ ໃນວຽກງານປະຊາຄົມເສດຖະກິດອາຊຽນ, ແຜນດໍາເນີນງານ ໃນການປະຕິບັດຕາມຄໍາໝັ້ນໝາຍ ຂອງ ອົງການການຄ້າໂລກ, ແຜນການເຄື່ອນໄຫວວຽກງານກວດກາ ຂອງກະຊວງ, ແຜນກຳນົດພະນັກງານນຳພາ ແລະ ຄຸ້ມຄອງ ຂອງຂະແໜງການຕົນ, ແຜນການພັດທະນາຊັບພະຍາກອນມະນຸດ ຂອງກະຊວງ, ແຜນການ ການສ້າງຄວາມສະດວກແກ່ວຽກງານການຄ້າ, ແຜນການຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ທີ່ເປັນຄູ່ຮ່ວມພັດທະນາ ແລະ ອື່ນໆ ຊຶ່ງພວກເຮົາຕ້ອງໄດ້ສ້າງແຜນໃຫ້ເປັນອັນລະອຽດ. ຂໍຍົກຕົວຢ່າງ ໃນຂອບວຽກຮ່ວມມືກັບຕ່າງປະເທດ ເຊັ່ນ: ກັບ ສສ ຫວຽດນາມສອງລັດຖະບານໄດ້ມີການພົບປະແລກປ່ຽນກັນໃນລະຫຼາຍລະດັບ ແລະ ຫຼາຍດ້ານ. ຫຼາຍວຽກກໍ່ໄດ້ຕົກລົງກັນໃນຂອບ ຂອງຄະນະກຳມາທິການຮ່ວມມື ຂອງສອງລັດຖະບານຄື: ຕ້ອງໄດ້ສ້າງແຜນແມ່ບົດວ່າດ້ວຍການພັດທະນາການຄ້າຊາຍແດນ, ການສ້າງແຜນຍຸດທະສາດພັດທະນາການຄ້າ ສອງຝ່າຍ ເພື່ອຈັດຕັ້ງປະຕິບັດສັນຍາສອງຝ່າຍ ແລະ ສັນຍາການຄ້າຊາຍແດນ ຂອງສອງປະເທດທີ່ ໄດ້ເຊັນກັນແລ້ວ.

ການໃຫ້ຂໍ້ມູນຂ່າວສານກໍ່ເປັນບັນຫາສໍາຄັນຫລາຍ ໃນບັ້ນສະເຫລີມສະຫລອງສອງວັນປະຫວັດສາດ ຂອງສອງປະ ເທດ ພວກເຮົາໄດ້ເປີດໂຕເວັບໄຊສົ່ງເສີມການຄ້າ-ການລົງທຶນ ຂອງສອງປະເທດ. ສະນັ້ນຕ້ອງໄດ້ມີການຈັດຕັ້ງນໍາພາມອບໝາຍແຕ່ງຕັ້ງຜູ້ທີ່ຮັບຜິດຊອບໃນການນໍາເອົາຂໍ້ມູນຂ່າວສານທີ່ຈໍາເປັນຕ່າງໆ ມາເຜີຍແຜ່ໃຫ້ນັກທຸລະກິດຂອງທັງສອງປະເທດໄດ້ຮັບຮູ້ຢ່າງເປັນປົກກະຕິ ແລະ ຕາມຄວາມຕ້ອງການຂໍ້ມູນຂອງພາກທຸລະກິດ. ເພາະປະຈຸບັນນັກທຸລະ ກິດຂອງສອງປະເທດ ຍັງມີອຸປະສັກດ້ານພາສາ ແລະ ດ້ານກໍາແໜ້ນນະໂຍບາຍ ແລະ ລະບອບລະບຽບການໃນຂົງເຂດການຄ້າຕ່າງປະເທດ.

IMG_3626

ນອກຈາກນີ້, ທ່ານລັດຖະມົນຕີ ຍັງໄດ້ຮັບຟັງການໃຫ້ຄຳຄິດຄຳເຫັນ ຂອງຜູ້ຕາງໜ້າ ຈາກບັນດາພະແນກ ອຄ ແຂວງ ແລະ ນະຄອນຫລວງ ແລະ ບັນດາກົມກ່ຽວຂ້ອງ.

ຕອນທ້າຍ, ທ່ານ ຫົວໜ້າກົມ ແຜນການ ແລະ ການຮ່ວມມື ໄດ້ຮັບເອົາຄຳໂອວາດຈາກ ທ່ານ ລັດຖະມົນຕີ ແລະ ຈະນຳໄປຈັດຕັ້ງປະຕິບັດໃຫ້ເກີດໝາກຜົນສຳເລັດໃນຕໍ່ໜ້າ.

IMG_5433

IMG_5436

IMG_5453

IMG_5517

[ພາບ ແລະ ຂ່າວ: ຂະແໜງຂ່າວສານ]