ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ລົງທ້ອງຖິ່ນເຄື່ອນໄຫວ ວຽກງານ ຢູ່ ແຂວງສະຫວັນນະເຂດ
By theu vaenvongsod On 8 Aug, 2017 At 12:57 PM | Categorized As ຂ່າວສຳຄັນ | With 0 Comments

DSCF3551

ລະຫວ່າງ​ວັນ​ທີ 03-04 ສິງຫາ 2017 ທ່ານ ນ. ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ  ແລະ ການຄ້າ ພ້ອມດ້ວຍຄະນະຜູ້ຕາງໜ້າ​ຈາກ ຫ້ອງການກະຊວງ, ກົມການນຳເຂົ້າ ແລະ ສົ່ງອອກ, ກົມຈັດຕັ້ງ ແລະ ພະນັກງານ, ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມການຄ້າພາຍໃນ, ກົມແຜນການ ແລະ ການຮ່ວມມື, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກົມກວດກາ ແລະ ກົມສົ່ງເສີມການຄ້າ ໄດ້ເຄື່ອນ​ໄຫວ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່​ທີ່​ແຂວງສະຫວັນນະເຂດ.

DSCF3553

ໃນໄລຍະການເຄື່ອນໄຫວດັ່ງກ່າວ,​ ທ່ານ ລັດຖະມົນຕີ ​ກະຊວງ​ອຸດສາຫະກຳ ແລະ ການຄ້າ ໄດ້​ເຂົ້າຮ່ວມເປັນປະທານ ກອງປະຊຸມພົບ​ປະແລກປ່ຽນບົດຮຽນຂົງເຂດອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ໃນຕອນເຊົ້າຂອງວັນທີ 03 ສິງຫາ 2017 ຊຶ່ງຈັດຂຶ້ນໂດຍພະແນກອຸດສາຫະກຳ ແລະ ການຄ້າແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ທ່ອນແກ້ວ ບຸດທະໄກຍະລາດ ຮອງເຈົ້າແຂວງໆສະຫວັນນະເຂດ ແລະ ທ່ານ ສີທົນ ນັນທະລາດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ໂດຍມີຄະນະກົມ, ຄະນະພະແນກຈາກກະຊວງ,​ ພະແນກ ອຄ ແຂວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອລາຍງານສະພາບປັດຈຸບັນ, ຜົນສຳເລັດ, ບັນຫາ ແລະ ສິ່ງທ້າທ້າຍ ແລະ ເປັນການແລກປ່ຽນ​ບົດຮຽນ​ ກ່ຽວ​ກັບວຽກງານຂະແໜງອຸດສາຫະກຳ ແລະ ການຄ້າ ຂອງແຂວງສະຫວັນນະເຂດ.

DSCF3558

DSCF3573

ນອກຈາກການເຄື່ອນໄຫວ​ເຮັດ​ວຽກ ຢູ່ພະແນກ ອຄ ແຂວງ, ທ່ານ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ແລະ ການຄ້າ ຍັງໄດ້​ເຂົ້າຮ່ວມເປັນປະທານ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນນະເຂດ (ສຄອ ສຂ) ຊຶ່ງໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 04 ສິງຫາ 2017 ທີ່ຫໍວັດທະນະທຳ ໄກສອນພົມວິຫານ ໂດຍການເປັນປະທານ ຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫວັນນະເຂດ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງ ຊາດ, ທ່ານ ລັດຕະນະບັນເລີງ ໄກສອນ ຮອງຫົວໜ້າພະແນກພາຍໃນແຂວງ, ແລະ ທ່ານ ພິສິດ ບັນຍາດິດ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ; ແລະ ມີບັນດາທ່ານແຂກຜູ້ທີ່ກ່ຽວຂ້ອງ ບັນດາທ່ານນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງພ້ອມພຽງ ລວມທັງໝົດ 210 ທ່ານ ໃນນັ້ນສະມາຊິກ ສຄອ ສຂ ມີ 128 ທ່ານ.

DSCF3584

DSCF3585

ໃນກອງປະຊຸມຄັ້ງນີ້ ທ່ານ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ແລະ ການຄ້າ ໄດ້ມອບຫຼຽນໄຊແຮງງານຊັ້ນ I ໃຫ້ແກ່ຄະນະບໍລິຫານ ສຄອ ສຂ ຊຸດທີ VI ລວມທັງໝົດ 7 ທ່ານ, ແລະ ສະມາຊິກອີກ 12 ທ່ານ ແມ່ນໄດ້ຮັບໃບຍ້ອງຍໍຂອງກະຊວງ ອຸດສາຫະກຳ ແລະ ການຄ້າ. ກອງປະຊຸມດັ່ງກ່າວ ຍັງໄດ້ມີຄວາມເປັນເອກະພາບກັນປ່ອນບັດຄັດເລືອກເອົາຄະນະບໍລິຫານ ຊຸດທີ VII ເຊິ່ງຜົນການຄັດເລືອກມີຄື: ທ່ານ ເລືອງໄຊ ບຸນໂຊກວັນ ໄດ້ຮັບການເລືອກຕັ້ງເປັນປະທານ ສຄອ ສຂ ຊຸດທີ VII ໂດຍມີ ທ່ານ ອາທິດລາຕີ ສະຫວັນຄຳ, ທ່ານ ນາງ ທູນສະຫວັນ ສີຈັນທອງທິບ, ທ່ານ ຄຳເພົ້າ ພັນທຸລັກ, ແລະ ທ່ານ ຫອມ ສີຫາຈັກ ເປັນຮອງປະທານ ສຄອ ສຂ, ທ່ານ ບຸນສະຫຼອງ ຈັນທະວົງ ເປັນປະທານກວດກາ, ທ່ານ ປອ ສຸກສະຫວັນ ໄຊສົມບັດ ເປັນຮອງປະທານກວດກາ ແລະ ສະມາຊິກຄະນະບໍລິຫານ ສຄອ ສຂ ອີກ 10 ທ່ານ.

DSCF3591

DSCF3597

ຕອນບ່າຍຂອງມື້ດຽວກັນ ທ່ານ ນ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ ກະຊວງ​ອຸດສາຫະກຳ ແລະ ການຄ້າ ໄດ້ລົງຢ້ຽມຢາມ ທ່າຂົນສົ່ງທາງບົກ (ທ່າບົກ – Dry Port) ຂອງແຂວງສະຫວັນນະເຂດ ທີ່ຕັ້ງຢູ່ໃນເຂດເສດຖະກິດພິເສດ ສະຫວັນ-ເຊໂນ.  ພ້ອມ​ທັງ ຢ້ຽມຢາມ ສວນອຸດສາຫະກຳ-ກະສິກຳ ຊີວະນາໆພັນ ຊວນເຢ ພາກໃຕ້ ແລະ ໂຮງສີເຂົ້າ IDP ​ໂດຍ​ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບປັດຈຸບັນ, ຜົນສຳເລັດ, ແຜນພັດທະນາ ແລະ ສິ່ງທ້າທ້າຍ ກ່ຽວກັບວຽກງານ ການຜະລິດ ແລະ ສົ່ງອອກເຂົ້າສານ ຈາກ​ຜູ້ອຳນວຍການທັງ 2 ໂຮງສີເຂົ້າ.

DSCF3685DSCF3702DSCF3716DSCF3732DSCF3757DSCF3792

[ພາບ ແລະ ຂ່າວ: ອາລຸນເດດ]

[ຮຽບຮຽງໂດຍ: ຂະແໜງຂ່າວສານ]