ກອງປະຊຸມໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ກະຊວງອຸດສາຫະກໍາ ແລະ ການຄ້າ
By theu vaenvongsod On 11 Aug, 2017 At 02:11 PM | Categorized As ຂ່າວສຳຄັນ | With 0 Comments

minister at meeting

ຕອນເຊົ້າ ເວລາ 9:00 ໂມງ ຂອງວັນທີ 8 ສິງຫາ 2017  ທີ່ຫ້ອງປະຊຸມຊັ້ນ 3 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານຂຶ້ນ.

ກອງປະຊຸມພາຍໃຕ້ການເປັນປະທານ ຂອງທ່ານນາງ ເຂັມມະນີ ພົນເສນາ  ກໍາມະການສູນກາງພັກ ເລຂາພັກກະຊວງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ; ທ່ານ ນາງ ຈັນສຸກ ແສງພະຈັນ ຄະນະພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຂື້ນລາຍງານບົດສະຫຼູບການເຄື່ອນໄຫວຂອງໜ່ວຍພັກໃນໄລຍະ 4 ປີຜ່ານມາ ແລະ ວາງທິດທາງຄາດໝາຍສູ້ຊົນໃນຕໍ່ໜ້າ, ກອງປະຊຸມຍັງມີບັນດາສະມາຊິກພັກສົມບູນ ແລະ ສໍາຮອງຂອງກົມຈັດຕັ້ງ ແລະ ພະນັກງານ ມີບັນດາສະຫາຍຕາງໜ້າໜ່ວຍພັກສະຖາບັນຄົ້ນຄ້ວາເສດຖະກິດອຸດສາຫະກໍາ ແລະ ການຄ້າ, ຫ້ອງການກະຊວງ ແລະ ບັນດາກົມອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

Naoi PakWhatsApp Image 2017-08-11 at 2.08.54 PM

[ພາບ ແລະ ຂ່າວ: ຂະແໜງຂ່າວສານ]