ພະນັກງານ-ລັດຖະກອນ ກະຊວງອຸດສາຫະກໍາ ແລະ ການຄ້າ ຮັບຟັງການເຜີຍແຜ່ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ
By theu vaenvongsod On 11 Aug, 2017 At 02:38 PM | Categorized As ຂ່າວສຳຄັນ | With 0 Comments

       WhatsApp Image 2017-08-11 at 2.08.50 PM

      ຕອນເຊົ້າ ເວລາ 9:00 ໂມງ ຂອງວັນທີ 9 ສິງຫາ 2017  ທີ່ຫ້ອງປະຊຸມໃຫ່ຍຊັ້ນ 1 ກະຊວງອຸດຫະກໍາ ແລະ ການຄ້າ ໄດ້ມີກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບເລກທີ 74/ສພຊ, ລົງວັນທີ 18 ທັນວາ  2015 ໃຫ້ພະນັກງານ-ລັດຖະກອນ ກະຊວງອຸດສາຫະກໍາ ແລະ ການຄ້າ ຈຳນວນ 50 ກວ່າທ່ານ.

​     ເປັນປະທານ ​ໂດຍທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີ ກະຊວງ ອຄ ທ່ານໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອເຜີຍແຜ່ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ໃຫ້ພະນັກງານ-ລັດຖະກອນທຸກຄົນ ເຊື່ອມຊຶມເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ຕາມລະບຽບກົດໝາຍ ແລະ ລະບຽບການຄຸ້ມຄອງພະນັກງານ.

ພ້ອມກັນນີ້,  ທ່ານ ທາ ວົງແພງຄໍາ  ຮອງຫົວໜ້າກົມກວດກາ ກະຊວງ ອຄ ໄດ້ຂຶ້ນຜ່ານດໍາລັດ ວ່າດ້ວຍການແຈ້ງຊັບສິນ (ສະບັບປັບປຸງໃໝ່)  ເພື່ອຜັນຂະຫຍາຍດໍາລັດຂອງລັດຖະບານ ວ່າດ້ວຍການແຈ້ງຊັບສິນໃຫ້ຖືກຕ້ອງ, ເປັນເອກະພາບ, ມີປະສິດທິຜົນ ເພື່ອເປັນບ່ອນອີງໃຫ້ແກ່ພັກ-ລັດ.

latthakone

ນອກນີ້, ກອງປະຊຸມຍັງໄດ້ຮັບຟັງ ທ່ານ ສຸວັນນີ ລັດຕະນະວົງ ຫົວໜ້າກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນ ໄດ້ຂຶ້ນບັນຍາຍ​ເນື້ອ​ໃນ ກ່ຽວກັບກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ໂດຍແນໃສ່ໃຫ້ພະນັກງານ-ລັດຖະກອນພາຍໃນກະຊວງອຸດສາຫະກໍາ ແລະ ການຄ້າ ປະຕິບັດຕາມລະບຽບກົດໝາຍຂອງລັດຖະກອນລາວ, ທັງ​ເປັນ​ເຄື່ອງມື​ໃນ​ການຄຸ້ມຄອງລັດຖະກອນ ​ແລະ ກົດໝາຍສະບັບນີ້ ໄດ້ຜ່ານສະພາແຫ່ງຊາດຮັບຮອງຢ່າງສົມບູນ.

[ພາບ ແລະ ຂ່າວ: ຂະແໜງຂ່າວສານ]