ກອງປະຊຸມໃຫຍ່ ຄັ້ງທີ V ຂອງຮາກຖານຊາວໜຸ່ມ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ
By theu vaenvongsod On 14 Aug, 2017 At 11:54 AM | Categorized As ຂ່າວພາຍໃນ | With 0 Comments

   WhatsApp Image 2017-08-11 at 3.31.23 PM

    ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຂອງຮາກ​ຖານ​ຊາວໜຸ່ມພະແນກອຸດສາຫະກໍາ ແລະ ການຄ້າແຂວງ​ ໄດ້​ເປີດ​ຂຶ້ນ​ໃນ​ເວລາ 08:00 ມ, ຂອງ​ວັນ​ທີ 11 ສິງຫາ 2017, ທີ່​ຫ້ອງ​ປະຊຸມໃຫຍ່ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ​ທ່ານ ທອງໄຊ ມັງໜໍ່ເມກ, ​ເລຂາ​ຄະນະພັກຮາກຖານ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ. ນອກນັ້ນ, ກອງ​ປະຊຸມ ຍັງ​​ຖື​ເປັນກຽດຢ່າງ​ສູງ ທີ່​ໄດ້​ຕ້ອນຮັບ​ການ​ເຂົ້າ​ຮ່ວມ​ຂອງ​ ທ່ານ ນ. ອາລີ ບົວຈູມ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ, ຮອງຄະນະ​ບໍລິຫານ​ງານ​ຊາວໜຸ່ມ ແຂວງ​ຄຳ​ມ່ວນ.ສະມາຊິກຊາວໜຸ່ມຂອງຮາກຖານ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ທັງໝົດ 95 ສະຫາຍ, ຍິງ 30 ສະຫາຍ.​

ກອງ​ປະຊຸມ​ໄດ້ດຳ​ເນີນ​​ໂດຍສຸມ​ໃສ່ຄົ້ນຄວ້າ ບັນດາ​ວຽກງານ​ທີ່​ສຳຄັນ ດັ່ງນີ້:

  1. ກອງ​ປະຊຸມ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ການ​ເມືອງ​ໃນ​ການຈັດ​ຕັ້ງ​ປະ​ຕິ​ບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IV ຂອງຮາກ​ຖານຊາວ​ໜຸ່ມ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ແຕ່ປີ 2013-2017 ຜ່ານ​ມາ.
  2. ກອງ​ປະຊຸມ​ໄດ້​ພ້ອມ​ກັນ​ຕີ​ລາຄາ, ປະກອບຄຳ​ຄິດ​ ຄໍຳເຫັນ ຕໍ່​ຜົນງານ​ທີ່​ຍາດ​ມາ​ໄດ້ ​ມີ​ດ້ານ​ດີ ​ແລະ ດ້ານ​ອ່ອນ, ຂໍ້ຄົງຄ້າງ​ໃນ​ໄລຍະ​ຜ່ານ​ມາ​ທີ່​ຈະ​ໄດ້​ພ້ອມ​ກັນ​ປັບປຸງ ​ແລະ ​ແກ້​ໄຂ​ໃນຕໍ່ໜ້າ ​ແລະ ​ໄດ້​ຕົກລົງ​ເຫັນ​ດີ ​ເປັນ​ເອກະ​ພາບ​ກັນ ຮັບຮອງ​ເອົາ​ບົດ​ລາຍ​ງານ​ການ​ເມືອງ​ ແລະ ທິດ​ທາງ​ແຜນການ ໃນຕໍ່ໜ້າ.
  3. ຜູ້​ແທນ​ກອງ​ປະຊຸມ​ຍັງ​ໄດ້​ຮັບ​ຟັງ​ການ​ຜ່ານ​ບົດ​ສຳຫຼວດ ຂອງ​ຄະນະຮາກຖານຊາວໜຸ່ມຄັ້ງ​ທີ IV, ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຜົນ​ງານ​ໃນ​ການ​ຊີ້​ນຳໆພາ​ວຽກງານໃນ​ແຕ່​ລະ​ດ້ານ; ມີດ້ານ​ດີ, ດ້ານອ່ອນ, ຂໍ້ຄົງ​ຄ້າງ​ຂອງ​ຄະນະຮາກຖານຊາວໜຸ່ມຊຸດ​ເກົ່າ ທີ່ຈະ​ຕ້ອງ​ໄດ້​ຖອດ​ຖອນ​ບົດຮຽນ ​ແລະ ປັບປຸງ​ແກ້​ໄຂ​ໃນ​ຄະນະຮາກຖານຊາວໜຸ່ມຊຸດ​ໃໝ່.
  4. ຜູ້​ແທນ​ກອງ​ປະຊຸມ​ໄດ້​ຮັບ​ຟັງ​ມາດຖານ ​ແລະ ​ເງື່ອນ​ໄຂ​ຂອງ​ຜູ້​ສະໝັກຄະນະຮາກຖານຊາວໜຸ່ມ ຊຸດ​ໃໝ່​ເພື່ອ​ມາ​ບໍລິຫານ​ວຽກງານຂອງຮາກ​ຖານຊາວໜຸ່ມ ພະແນກອຸດສາຫະກຳ ແລະການຄ້າແຂວງ ໃນຕໍ່ໜ້າ.
  5. ກອງ​ປະຊຸມ​ໃຫຍ່ໃນ​ຄັ້ງ​ນີ້ ໄດ້​ພ້ອມ​ກັນ​​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ຄະນະຮາກຖານຊາວໜຸ່ມ ຊຸດ​ທີ V, ​ເຊິ່ງມີ​ຜູ້​ອອກ​ສະມັກ​ເລື​ອກຕັ້ງທັງໝົດ 09 ສະຫາຍ, ​ໃນ​ນັ້ນໄດ້​ເລືອກ​ເອົາ 07 ສະຫາຍ

WhatsApp Image 2017-08-11 at 3.31.02 PM

ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລຶກ ​ແມ່ນ​ໄດ້​ເປັນ​ເອກະສັນ​ຢ່າ​ງສົມບູນ​ເລືອກ​ເອົາ​ເລຂາ, ຮອງເລຂາ ​ແລະ ຄະນະກຳມະການຮາກຖານ​ຊາວໜຸ່ມ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຊຸດໃໝ່, ເຊິ່ງປະກອບມີ:

1)     ເລືອກ​ເອົາ​ ສະຫາຍ ເພັດສະໝອນ ສັງສິນໄຊ                ​ເປັນ​ເລຂາຮາກຖານຊາວໜຸ່ມ.

2)    ເລືອກ​ເອົາ ​ສະຫາຍ ສິນບັນດິດ ອຸດທິວົງ ເປັນ​ຮອງເລຂາຮາກຖານຊາວໜຸ່ມ, ທັງເປັນປະທາານກວດກາ.

3)    ເລືອກ​ເອົາ ​ສະຫາຍ ສຸລິເດດ ຄູສະກຸນ                       ເປັນ​ຮອງເລຂາຮາກຖານຊາວໜຸ່ມ.

4)    ເລືອກ​ເອົາ ​ສະຫາຍ ນ. ສີສົມພອນ ຈັນທະວົງ               ເປັນ​ກຳມະການ.

5)    ເລືອກ​ເອົາ​ ສະຫາຍ ພິລາວົງ ອິນທະວົງສາ                   ເປັນ​ກຳມະການ.

6)    ເລືອກ​ເອົາ​ ສະຫາຍ ນ. ເພັດສະໜອນ ຫອມສົມບັດ        ເປັນ​ກຳມະການ.

7)    ເລືອກ​ເອົາ ​ສະຫາຍ ໄຂມາ ແສງສຸລິຍາ                      ເປັນ​ກຳມະການ

WhatsApp Image 2017-08-11 at 3.31.24 PM

ກອງ​ປະຊຸມ​ໃຫຍ່ໃນ​ຄັ້ງ​ນີ້​​ໄດ້​ມອບ​ຄວາມ​ຮັບຜິດຊອບ​ໃຫ້​ຄະນະຮາກຖານຊາວໜຸ່ມ ຊຸດ​ທີ V ​ສືບຕໍ່​ຊີ້​ນຳໆພາການ​ຈັດ​ຕັ້ງ​ປະຕິບັດ​ແຜນການ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ໃນ 05 ປີ ຕໍ່ໜ້າ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ພ້ອມທັງ ​ໄດ້​ຮັບ​ຟັງ​ການ​ໂອ້​ລົມຊີ້​ນຳ​ຂອງ​ ທ່ານ ນ. ອາລີ ບົວຈູມ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ, ຮອງຄະນະ​ບໍລິຫານ​ງານ​ຊາວໜຸ່ມ ແຂວງ​ຄຳ​ມ່ວນ ເຊິ່ງ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ,ຊົມ​ເຊີຍ ຕໍ່ການ​ຊີ້​ນຳໆພາ​ຂອງ​ຄະນະຮາກຖານຊາວໜຸ່ມ ຊຸດ​ເກົ່າ ແລະ ບັນ​ດາ​ສະມາຊິກ​ຊາວໜຸ່ມ​ໃນ​ໄລຍະ​ຜ່ານ​ມາ. ພ້ອມ​ກັນ​ນັ້ນ, ສະຫາຍ ກໍ່ຍັງ​ໄດ້​ສະ​ແດງຄວາມ​ເປັນ​ຫວ່ງ, ​ເປັນ​ໄຍຕໍ່ກັບ​ບັນດາ​ຈຸດ​ອ່ອນ ແລະ ຂໍ້​ຄົງ​ຄ້າງ ​ແລະ ​ຍັງໄດ້​ໃຫ້​ທິດ​ເຍືອງ​ທາງ​ຕໍ່ການຈັດ​ຕັ້ງ​ປະຕິບັດໜ້າທີ່​ວຽກງານ​ ຂອງ​ຄະນະຮາກຖານຊາວໜຸ່ມ ຕະຫຼອດຮອດ​ສະມາຊິກ​ຊາວໜຸ່ມ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໃນ​ຕໍ່ໜ້າ​ໃຫ້​ມີ​ຜົນງານ​ຍິ່ງ​ໃຫຍ່​ຂຶ້ນ​ກວ່າ​ເກົ່າ; ແລະ ​ມີ​ຄວາມໝາຍຄວາມ​ສຳຄັນ​ຢ່າງ​ໃຫຍ່ຫຼວງ. ສະ​ນັ້ນ, ຈຶ່ງ​ຂໍ​ຮຽກຮ້ອງ​ມາຍັງ​ສະມາຊິກ​ຊາວໜຸ່ມທຸກ​ສະຫາຍ ຈົ່ງ​ພ້ອມພາ​ກັນ​ ແລະ ເພີ້ມ​ຄວາມ​ຮັບຜິດຊອບ​ສູງ​ຂຶ້ນ​ກວ່າ​ເກົ່າ,ເປັນ​ຕົ້ນ​ແມ່ນ​ດ້ານ​ການ​ເມືອງ-​ແນວ​ຄິດ, ດ້ານ​ການຈັດ​ຕັ້ງ, ດ້ານວຽກງານ​ວິຊາ​ສະ​ເພາະ ​ແລ​ະ ການເຂົ້າຮ່ວມຂະ​ບວນການຕ່າງໆເພື່ອ​ເປັນ​ເສນາ​ທິການ​ໃຫ້​ແກ່​ຄະນະ​ພັກຂັ້ນ​ເທິງກໍ່ຄື​ຄະນະ​ບໍລິຫານ​ງານ​ຊາວໜຸ່ມ​ແຂວງ​ຄຳມ່ວນຂອງ​ພວກ​ເຮົາ ເພື່ອຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃຫ້ປະສົບຜົນສຳເລັດ ຕາມແຜນການທີ່ໄດ້ວາງໄວ້.

                    ກອງ​ປະຊຸມ​ ​ໄດ້​ສໍາ​ເລັດ​ລົງ ໃນ​ເວລາ 12 : 00 ມ, ຂອງ​ວັນດຽວ.

[ຂ່າວ ​ແລະ ພາບ: ນິພາ​ພອນ]

[ຮຽບຮຽງ​ໂດຍ: ຂະ​ແໜງຂ່າວສານ]