ເອກອັກຄະລັດຖະທູດ ຈີນ ຄົນໃໝ່ ຢ້ຽມຂ່ຳນັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ
By theu vaenvongsod On 15 Aug, 2017 At 01:09 PM | Categorized As ຂ່າວສຳຄັນ | With 0 Comments

WhatsApp Image 2017-08-15 at 11.05.21 AM

ຕອນບ່າຍ ເວລາ 15: 30 ໂມງ ຂອງວັນທີ 14 ສິງຫາ 2017 ທີ່ຫ້ອງຮັບແຂກຊັ້ນ 4 ຂອງກະຊວງອຸດຫະກໍາ ແລະ ການຄ້າ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ ກະ​ຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ໄດ້​ຮັບ​ຕ້ອນ​ການ​ຢ້ຽມຂໍ່ານັບ​ ຂອງ​ທ່ານ Wang Wentian, ​ເອກ​ອັກຄະ​ລັດຖະທູດຜູ້ມີອຳນາດເຕັມ​ ແຫ່ງ ສປ ຈີນ ປະຈໍາສປປ ລາວຄົນໃໝ່ ​ເນື່ອງ​ໃນ​ໂອກາດທີ່​ໄດ້​ດຳລົງ​ຕຳ​ແໜ່​ງ​ໃໝ່.

ການ​ເຂົ້າຢ້ຽມ​ໃນ​ຄັ້ງນີ້ ມີ​ການປຶກສາຫາລືຄວາມເຂົ້າໃຈຮ່ວມກັນຫຼາຍດ້ານ, ດ້ານການຮ່ວມມື, ດ້ານການລົງທຶນຊ່ວຍເຫຼືອລ້າ, ບັນດາໂຄງໃຫຍ່ ເປັນຕົ້ນ ການ​ກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ນອກນັ້ນ ຍັງມີຫຼາຍໂຄງການທີ່ປິ່ນອ້ອມທີ່ເປັນຟື້ນຖານ ໂຄງລ່າງໃຫ້ແກ່ ສປປ ລາວ.

ເຂົ້າຮ່ວມພົບປະຈາກຝ່າຍລາວ ນໍາໂດຍ ທ່ານ ນ. ເຂັມມະນີ ພົນເສນາ ກໍາມະການສູນກາງພັກ ເລຂາພັກກະຊວງ ປະທານຄະນະກຳມາທິການຮ່ວມມືລາວ-ຈີນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຂອງ ສປປ ລາວ ພ້ອມດ້ວຍຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຫົວໜ້າພະແນກ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນ​ໜຶ່ງ, ພ້ອມ​ທັງ​ຄະນະ​ຈາກ​ຝ່າຍ​ຈີນ ປະມານ 10 ກວ່າ​ທ່ານ;

WhatsApp Image 2017-08-15 at 11.05.57 AM

ທ່ານ ລັດຖະມົນຕີ ກ່າວຍິນດີຕ້ອນຮັບ ທ່ານ​ເອກ​ອັກຄະ​ລັດຖະທູດຈີນ ປະຈໍາ ສປປ ລາວ ຄົນໃໝ່ ​ແລ​ະ ຊົມ​ເຊີຍການ​ໃຫ້​ຄວາມຮ່ວມມື ເປັນຢ່າງດີ ຂອງ​ຝ່າຍຈີນ​ ​ແລະ ສຸດ​ທ້າຍ, ທ່ານ​ເອກ​ອັກຄະ​ລັດຖະທູດຈີນ ກໍ່ສະແດງຄວາມຂອບໃຈມາຍັງ ທ່ານລັດຖະມົນຕີກະຊວງ ອຄ ຂອງ​ລາວ ທີ່​ໄດ້​​ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

[ພາບ ​ແລະ ຂ່າວ: ຂະ​ແໜງ​ຂ່າວສານ]