ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ເຊື່ອມຊຶມເອກະສານສຳຄັນ ຂອງຊາດຂອງພັກ
By theu vaenvongsod On 16 Aug, 2017 At 09:19 AM | Categorized As ຂ່າວພາຍໃນ | With 0 Comments

       DSC_2705

        ໃນວັນທີ 15 ສິງຫາ 2017 ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຈັດພິທີປາຖະກະຖາວັນສຳຄັນອັນເປັນມູນເຊຶ້ອປະຫວັດສາດຂອງຊາດຂອງພັກຂຶ້ນຄື : ປະຫວັດກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊຶ້ອອັນສະຫງ່າ ລ່າສີ ຂອງແນວລາວສ້າງຊາດ ( ໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 67 ປີ ), ວັນສ້າງຕັ້ງສະຫະພັນນັກຮົບ ເກົ່າແຫ່ງຊາດຄົບຮອບ 15 ປີ ແລະ ເອກະສານສຳຄັນອື່ນໆ ອີກຈຳນວນໜຶ່ງ. ເປັນກຽດປາຖະກາຖາໃນຄັ້ງນີ້ໂດຍ ທ່ານ ທອງໄຊ ມັງໝໍ່ເມກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າຂະແໜງ, ຕະຫລອດເຖິງພະນັກງານຫລັກແຫລ່ງພາຍໃນແຂວງເຂົ້າຮ່ວມ.

DSC_2708

ຈຸດປະສົງ ເພື່ອແນໃສ່ໂຄສະນາສຶກສາອົບຮົມພະນັກງານ, ສະມາຊິກພັກໃຫ້ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບມູນເຊື້ອຂອງວັນສຳຄັນດັ່ງກ່າວ ທັງເປັນການຫວນຄືນປະຫວັດສາດການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນສະຫງ່າລາສີ ຂອງແນວລາວສ້າງຊາດຕະຫລອດໄລຍະ 67 ປີ ໃນການເຕົ້າໂຮມກ້ອນກຳລັງສຳພັນທະພາບ ລະຫວ່າງ ຊົນຊັ້ນກຳມະກອນ – ຊາວກະສິກອນ ແລະ ບັນດາກໍາລັງການເມືອງຈັດຕັ້ງສັງຄົມຕ່າງໆ,  ໃນການສຶກສາອົບຮົມເຕົ້າໂຮມຄວາມສາມັກຄີທົ່ວປວງຊົນລາວບັນດາເຜົ່າ ນັບທັງຊົນຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດ, ເປັນກຳລັງແຮງເຂົ້າຮ່ວມທຸກຂະບວນການ ຂອງພັກ – ລັດ ໂດຍສະເພາະແມ່ນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ແນວລາວສ້າງຊາດແມ່ນອົງການສຳພັນທາງການເມືອງທົ່ວສັງຄົມ, ເປັນສະຫະພັນສະໝັກໃຈ ທີ່ສ້າງບົນພື້ນຖານຄວາມຕື່ນຕົວຂອງອົງການຈັດຕັ້ງການເມືອງ – ສັງຄົມ ແລະ ບຸກຄົນທີ່ເປັນຕົວແທນໃຫ້ແກ່ຊົນເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດໄວ ລວມທັງຕົວແທນຄົນລາວທີ່ດຳລົງຊີວິດຢູ່ຕ່າງປະເທດ. ໃນໂອກາດດຽວກັນ, ໃນພິທີດັ່ງກ່າວຍັງໄດ້ຈັດພິທີຍ້ອງຍໍມອບຫລຽນກາລະນຶກ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງອົງການກວດກາ ພັກ – ລັດ ຄົບຮອບ 35 ປີ ໃຫ້ແກ່ພະນັກງານກວດກາທີ່ໄດ້ປະກອບສ່ວນ ເຫື່ອແຮງເຂົ້າໃນວຽກງານກວດກາ.

DSC_2720

ຂ່າວ : ມະນີວັນ

[ຮຽບຮຽງໂດຍ: ຂະແໜງຂ່າວສານ]