ເອກອັກຄະລັດຖະທູດ ມາເລເຊຍ ຄົນໃໝ່ ຢ້ຽມຂ່ຳນັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ
By theu vaenvongsod On 17 Aug, 2017 At 09:25 AM | Categorized As ຂ່າວສຳຄັນ | With 0 Comments

IMG_8656

ຕອນບ່າຍ ເວລາ 13: 30 ໂມງ ຂອງວັນທີ 16 ສິງຫາ 2017 ທີ່ຫ້ອງຮັບແຂກຊັ້ນ 4 ຂອງກະຊວງອຸດຫະກໍາ ແລະ ການຄ້າ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ ກະ​ຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ​ ໄດ້​ຮັບ​ຕ້ອນ​ການ​ຢ້ຽມຂໍ່ານັບ​ ຂອງ​ທ່ານ Mohd Aini Atan ​ເອກ​ອັກຄະ​ລັດຖະທູດ​ຜູ້​ມີ​ອຳນາດ​ເຕັມ ແຫ່ງ ປະ​ເທດມາ​ເລ​ເຊຍ ປະຈໍາ ສປປ ລາວຄົນໃໝ່ ​ເນື່ອງ​ໃນ​ໂອກາດທີ່​ໄດ້​ດຳລົງ​ຕຳ​ແໜ່​ງ​ໃໝ່.

ການ​ເຂົ້າຢ້ຽມ​ໃນ​ຄັ້ງນີ້ ​ແມ່ນ​​ເພື່ອຕິດຕາມ​ຜົນ​ໃນບັນຫາ ທີ່​ກ່ຽວຂ້ອງ​ກັບ​ຜົນ​ການ​ປະຊຸມ Business Forum ມາ​ເລ​ເຊຍ ​ແລະ ສປປ ລາວ ຊຶ່ງ​​ໄດ້ຈັດ​ຂຶ້ນທີ່ ກົວ​ລາ​ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ ​ໃນ​ວັນ​ທີ 9 ພຶດສະພາ 2017 ຜ່ານ​ມາ, ພ້ອ​ມທັງປຶກສາ​ຫາລື ການຮ່ວມມືຂອງປະຊາຊົນສອງປະເທດ, ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ການ​ຄ້າ , ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ ແລະ ກົນ​​ໄກ​ການ​ປະສານ​ງານ​ ລະຫວ່າງ​ສອງ​ຝ່າຍ​ໃຫ້​ມີ​ການຈັດຕັ້ງປະຕິບັດ​ໃຫ້​ເກີດ​ຜົນ​ເປັນ​ຈິງ; ​

ເຂົ້າຮ່ວມພົບປະຈາກຝ່າຍລາວ ນໍາໂດຍ ທ່ານ ນ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຂອງ ສປປ ລາວ ພ້ອມດ້ວຍ ຮອງຫົວໜ້າຫ້ອງການ, ຫົວໜ້າພະແນກ ແລະ ວິຊາການທີ່ກ່ຽວຂ້ອງ, ພ້ອມ​ທັງ​ຄະນະ​ຈາກ​ຝ່າຍ​ມາ​ເລ​ເຊຍ ຈຳນວນ 7 ​ທ່ານ;

IMG_8658

ທ່ານ ລັດຖະມົນຕີ ກ່າວຍິນດີຕ້ອນຮັບ ທ່ານ​ເອກ​ອັກຄະ​ລັດຖະທູດ​ມາ​ເລ​ເຊຍ ປະຈໍາ ສປປ ລາວ ຄົນໃໝ່, ​ ຊົມ​ເຊີຍການ​ໃຫ້​ຄວາມຮ່ວມມື ເປັນຢ່າງດີ ຂອງ​ຝ່າຍມາ​ເລ​ເຊຍ

ແລ​ະ ​ອວຍພອນ​ໄຊ​ໃຫ້​ມີສຸຂະພາບແຂງແຮງ ແລະ ປະສົບ​ຜົນສຳ​ເລັດ​ໃນໜ້າທີ່ ການ​ງານ​ທີ່​ທ່ານ​ດຳ​ລົງ​ຕຳ​ແໜ່​ງຢູ່ ສປປ ລາວ ​ ​ແລະ ສຸດ​ທ້າຍ, ທ່ານ​ ເອກ​ອັກຄະ​ລັດຖະທູດມາ​ເລ​​ເຊຍ ກໍ່ສະແດງຄວາມຂອບໃຈມາຍັງ ທ່ານລັດຖະມົນຕີ ກະຊວງ ອຄ ຂອງ​ລາວ ທີ່​ໄດ້​​ໃຫ້ການຕ້ອນຮັບຢ່າງອົບ​ອຸ່ນ.

IMG_8659

[ພາບ ​ແລະ ຂ່າວ: ຂະ​ແໜງ​ຂ່າວສານ]