ເຈົ້າໜ້າທີ່ກວດກາການຄ້າ ເມືອງປະທຸມພອນ ແຂວງຈຳປາສັກ ທຳລາຍຢາສູບນຳເຂົ້ານອກລະບົບ
By theu vaenvongsod On 25 Dec, 2017 At 06:54 AM | Categorized As ຂ່າວພາຍໃນ | With 0 Comments

WhatsApp Image 2017-12-25 at 09.58.10 (1)

     ໃນວັນ​ທີ​ 19 ພະຈິກ 2017 ຜ່ານ​ມາ​ນີ້ ໜ່ວຍ​ງານ​ເຈົ້າໜ້າ​ທີ່​ກວດກາ​ການ​ຄ້າ ​ເມືອງປະທຸມ​ພອນ ​ໄດ້​ຕິດຕາມ​-ກວດກາ​ລົດຕູ້ TOYOTA ສີຂາວ ​ໄດ້​ເຄື່ອນ​ຍ້າຍ​ສິນຄ້າ​ນອກ​ລະບົບມາ​ແຕ່​ເວີນ​ຄາມ ​ເມືອງ​ໂຂງ ມາ​ຜ່ານ​ເມືອງ​ປະທຸມ​ພອນ​ໂດຍ​ການ​ກວດກາຕົວ​ຈິງ​ເຫັນ​ວ່າ ມີ​ສິນຄ້າ​ນອກ​ລະບົບ​ທີ່​ ລັກລອບນໍາ​ເຂົ້າຈາກ​ປະ​ເທດ​ກຳປູ​ເຈຍ ​ໂດຍ​ບໍ່​ມີ​ເອກະສານ​ຢັ້ງຢືນການ​ນຳ​ເຂົ້າຂອງ​ສິນຄ້າ​ແຕ່​ຢ່າງ​ໃດ ຊຶ່ງ​ສິນຄ້າ​ທີ່​ກວດ​ພົບ​ເຫັນ​ນັ້ນ​ເປັນ​ປະ​ເພດ ຢາສູບ ຈຳນວນ 44 ​ແກັດ ຍີ່​ຫໍ້ Texas 5 ​ມູນ​ຄ່າ​ທັງ​ໝົດ 60,068,000 ກີບ ເຈົ້າຂອງ​ແມ່ນ​ທ່ານ ກົວະ ອາຍຸ 45 ປີ ສັນຊາດ ກໍາປູ​ເຈຍ, ອາຊີບ​ ຄ້າຂາຍ ບ້ານ​ປະຈຸ​ບັນ ທ່າ​​ໂພ ເມືອງໂຂງ ​​ແຂວງ​ຈຳປາ​ສັກ; ສິນຄ້າ​ດັ່ງກ່າວ ທາງ​ເຈົ້າໜ້າ​ທີ່​ໄດ້​ຍຶດ​ເອົາມາ​ເປັນ​ຂອງ​ລັດ ພ້ອມ​ທັງ​ສ້າງ​ບົດ​ບັນທຶກ​ກ່າວ​ເຕືອນ​ເຈົ້າຂອງ​ສິນຄ້າ ຕາມ​ລະບຽບການ, ສ່ວນ​ລົດຂົນ​ສົ່ງ​ສິນຄ້າ​ດັ່ງກ່າວ ທາງ​ປກສ ​ເມືອງ​ໄດ້​ທຳ​ການ​ປັບ​ໄໝ ຕາມ​ລະບຽບ​ການ​ເປັນ​ຈຳນວນ​ເງິນ​ທັງ​ໝົດ 3,000,000 ກີບ;

     ພ້ອມ​ດຽວ​ກັນ​ນີ້, ທາງ​ຄະນະກໍາມະການ​ກວດກາ​ສິນຄ້າ ກໍ່​ໄດ້​ຈັດ​ພິທີ​ທຳລາຍ​ ຢາສູບ​ນຳ​ເຂົ້າ​ນອກລະບົບ ​ ທີ່​ນຳ​ເຂົ້າມາຈຳໜ່າຍພາຍ​ໃນ​ເມືອ​ງປະທຸມ​ພອນ;

WhatsApp Image 2017-12-25 at 09.58.11

WhatsApp Image 2017-12-25 at 09.58.12

WhatsApp Image 2017-12-25 at 09.58.10

     ໂດຍ​ປະຕິບັດ​ຕາມ​ດຳລັດ ວ່າ​ດ້ວຍ​ການ​ກວດກາ​ການ​ຄ້າ ​​ເລກທີ 508/ລບ, ລົງ​ວັນ​ທີ 04 ທັນວາ 2012 ໜ່ວຍ​ງານ​​ເຈົ້າໜ້າ​ທີ່ກວດກາ​ການ​ຄ້າ ​ເມືອງ​ປະທຸມ​ພອນ ​ແຂວງ​ຈຳປາ​ສັກ ​ໄດ້​ເອົາ​ໃຈ​ໃສ່​ປະຕິບັດ​ສິດ ໜ້າ​ທີ່​ຕາມ​ພາລະ​ບົດບາດ​ຂອງ​ຕົນ​ຢ່າງ​ຕັ້ງໜ້າ ສາມາດ​ສະກັດ​ກັ້ນການລະ​ເມີດ​ກົດໝາຍ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ຄ້າ, ສິນຄ້າ​ນອກ​ລະບົບ ​ໂດຍການ​ສ້າງ​ສະຕິ ​ແລະ ປູກ​ຈິດ​ສຳນຶກ​ ໃນ​ການ​ເຄົາລົບ​ລະບຽບ​ກົດໝາຍ ແນ​ໃສ່ສົ່ງ​ເສີມ​ປົກ​ປ້ອງຫົວໜ່ວຍ​ທຸລະ​ກິດ​ການ​ຄ້າ ທີ່​ເຄື່ອນ​ໄຫວ​ຖືກຕ້ອງ, ສອດຄ່ອງ​ກັບ​ລະບຽບກົດໝາຍ ​ແລະ ​ເປັນ​ໄປ​ຕາມ​ກົນ​ໄກ ເສດຖະກິດ​ຕະຫລາດ ທີ່​ມີການ​ດັດສົມ​ຂອງ​ລັດ ສົ່ງ​ເສີມ​ການ​ຜະລິດ​ສິນຄ້າ ທັງ​ເປັນ​ການ​ປະກອບສ່ວນ​ໃນ​ການ​ຄຸ້ມ​ຄອງ​ສິນຄ້າ, ລາຄາ ​​ເພື່ອ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຜູ້​ຊົມ​ໃຊ້.

[ຂ່າວ​ໂດຍ: ນາງ ​ຖື]