ລາຍງານພິເສດ ວັນທີ 02 ມັງກອນ 2018
ເພື່ອຜັນຂະຫຍາຍວິໄສທັດຮອດປີ 2030 ສ້າງບາດລຽ້ວໃໝ່ໃນການພັດທະນາໃຫ້ກາຍເປັນປະເທດກຳລັງພັດທະນາທີ່ມີລາຍຮັບປານກາງສູງ ຕາມທິດເສດຖະກິດ-ສັງຄົມ, ພູມປັນຍາ, ສີຂຽວ ແລະ ຍືນຍົງ; ຍຸດທະສາດຮອດປີ 2025 ເຊິ່ງເປັນປີທີ 3 ຂອງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປິ ຄັ້ງທີ VIII (2016-2020) ທີ່ໄດ້ເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ຫັນເປົ້າໝາຍ ແລະ ຄາດໝາຍສູ້ຊົນ ເພື່ອສ້າງພື້ນຖານໃຫ້ແກ່ການສ້າງໄປສູ່ການຫລຸດພົ້ນອອກຈາກສະຖານະພາບ ຄວາມດ້ອຍພັດທະນາໃນປີ 2020 ແລະ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າດ້ວຍການຮັບຮອງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດປະຈຳປີ 2018.
ອີງຕາມດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 397/ນຍ ລົງວັນທີ 22 ທັນວາ 2017 ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈຳປີ 2018 ໂດຍສະເພາະຄາດໝາຍສູ້ຊົນ ຕົ້ນຕໍແມ່ນລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນຢ່າງໜ້ອຍ 7% ແລະ ສ້າງລາຄາເພີ່ມຕາມລາຄາໃນປີ ໃຫ້ໄດ້ 149,471 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນໃຫ້ໄດ້ບໍ່ຕໍ່າກວ່າ 2,536 ໂດລາສະຫະລັດ. ໃນນີ້, ໂຄງປະກອບ GDP ຂະແໜງກະສິກຳເພີ່ມຂຶ້ນ 2.8%, ກວມເອົາປະມານ 15.73%; ຂະແໜງອຸດສາຫະກຳເພີ່ມຂຶ້ນ 9.1% ກວມເອົາ 30.79; ຂະແໜງບໍລິການ ເພີ່ມຂຶ້ນ 6.4% ກວມເອົາ 41.83%; ພາສີ-ອາກອນຜະລິດຕະພັນ ແລະ ການນຳເຂົ້າ ເພີ່ມຂຶ້ນ 9.0% ກວມເອົາປະມານ 11.65% ຂອງ GDP .
ການລົງທຶນຂອງລັດລວມທັງໝົດ ໃນການພັດທະນາເສດຖະກິດ-ສັງຄົມ ປີ 2018 ໃຫ້ໄດ້ 42,145ຕື້ກີບ ຫລື ເທົ່າກັບ 5.01 ຕື້ໂດລາ ກວມເອົາ 28.2%ຂອງ GDP ເຊິ່ງປະກອບມີ 4 ແຫລ່ງທຶນຄື: ການລົງທຶນຂອງລັດຈາກງົບປະມານພາຍໃນຈຳນວນ 4,600 ຕື້ກີບ ກວມເອົາ 10.9% ຂອງທຶນລວມທັງໝົດມີ: 1. ບ້ວງລົງທຶນປົກກະຕິທົ່ວໄປ ຈຳນວນ 2,800 ຕື້ກີບ ເຊິ່ງຈັດສັນໃສ່ຊຳລະໜີ້ສິນ ໂຄງການລົງທຶນຂອງລັດ 40%, ໂຄງການສືບຕໍ່ 35%, ໂຄງການສະເໜີໃໝ່ ແລະ ສົມທົບທຶນໂຄງການຊ່ວຍເຫລືອທາງການ ເພື່ອການພັດທະນາ 25%.ໃນນີ້, ຕ້ອງໄດ້ຈັດສັນໃສ່ໂຄງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກບໍ່ຫລຸດ 10% ແລະ 2. ບ້າງທຶນອື່ນໆລວມທັງການຈົດຮັບ-ຈົດຈ່າຍຜ່ານງົບປະມານ ຈຳນວນ1,800 ຕື້ກີບ, ການລົງທຶນຂອງລັດຈາກການຊ່ວຍເຫລືອ ເພື່ອການພັດທະນາ ປະມານ 8,052 ຕື້ກີບ ກວມເອົາ 19.11%, ສົ່ງເສີມການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດໃຫ້ໄດ້ປະມານ 20,730 ຕື້ກີບ ກວມເອົາ 49.18% ແລະ ການລົງທຶນຈາກລະບົບເງິນຕາ ກວມເອົາ 20.80% ຂອງການລົງທຶນທັງໝົດ;
ຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບບໍ່ເກີນ 5%, ຄວບຄຸມປະລິມານເງິນ(M2)ໃຫ້ເພີ່ມຂຶ້ນຢູ່ລະດັບບໍ່ເກີນ 25%, ຮັບປະກັນຄັງສຳຮອງເປັນເງິນຕາຕ່າງປະເທດໃຫ້ກຸ້ມການນຳເຂົ້າ 5 ເດືອນຂຶ້ນໄປ, ລາຍຮັບງົບປະມານໃຫ້ໄດ້ຕໍ່າສຸດ ຈຳນວນ 25,452 ຕື້ກີບ.ໃນນີ້, ລາຍຮັບພາຍໃນຈຳນວນ 22,700 ຕື້ກີບ, ລາຍຮັບຈາກການຊ່ວຍເຫລືອລ້າຈາກຕ່າງປະເທດ ຄາດຄະເນຈະໄດ້ 2,752 ຕື້ກີບ, ລາຍຈ່າຍງົບປະມານລວມບໍ່ເກີນ 32,809 ຕື້ກີບ ແລະ ຂາດດຸນງົບປະມາດລວມບໍ່ໃຫ້ເກີນ 4.92% ຂອງ GDP, ຜະລິດເຂົ້າໃຫ້ໄດ້ 4.2 ລ້ານໂຕນ, ຜະລິດໄຟຟ້າໃຫ້ໄດ້ 31,700 ລ້ານກິໂລວັດ, ການຜະລິດແຮ່ທາດໃຫ້ໄດ້ 11,868 ຕື້ກີບ; ຊຸກຍູ້ ແລະ ສົ່ງເສີມການຄ້າຕ່າງປະເທດໃຫ້ບັນລຸປະມານ 9,993 ລ້ານໂດລາ.ໃນນັ້ນ, ມູນຄ່າການສົ່ງອອກໃຫ້ໄດ້ປະມານ 5,015 ລ້ານໂດລາ ແລະ ມູນຄ່າການນຳເຂົ້າປະມານ 4,978 ລ້ານໂດລາ; ສູ້ຊົນໃຫ້ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳບັນລຸ 9,614 ຕື້ກີບ ແລະ ສູ້ຊົນໃຫ້ມູນຄ່າການຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ບໍລິການ) ໃຫ້ບັນລຸ 57,386 ຕື້ກີບ; ດຶງດູດເອົານັກທ່ອງທ່ຽວເຂົ້າມາປະເທດໃຫ້ໄດ້ 5 ລ້ານເທື່ອຄົນ, ສາມາດນຳເງິນຕາເຂົ້າປະເທດໄດ້ 900 ລ້ານໂດລາ; ອັດຕາເຂົ້າຮຽນໃໝ່ສຸດທິຊັ້ນປະຖົມສຶກສາ ໃຫ້ບັນລຸ 98%, ອັດຕາລອດເຫລືອຮອດ ປ 5 ໃຫ້ໄດ້ 84% ແລະ ສູ້ຊົນລຶບລ້າງຄອບຄົວທຸກຍາກໃຫ້ໄດ້ 4,833 ຄອບຄົວ, ລຶບລ້າງບ້ານທຸກຍາກໃຫ້ໄດ້ 220 ບ້ານ.
ບັນດາວຽກງານຈຸດສຸມເພື່ອບັນລຸຄາດໝາຍພັດທະນາເສດຖະກິດ-ສັງຄົມ ປີ 2018:
- ການເຕີບໂຕເສດຖະກິດ: ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວ ໃນລະດັບບໍ່ຫລຸດ 7% ຕ້ອງຍູ້ແຮງການຜະລິດສິນຄ້າ ແລະ ການບໍລິການ, ສົ່ງເສີມການລົງທຶນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ຍົກສະມັດຖະພາບຂອງງານ ແລະ ການຄຸ້ມຄອງລັດໃຫ້ມີປະສິດທິພາບ.
- ການຄຸ້ມຄອງລະບົບການເງິນ-ງົບປະມານ: ດຳເນີນການປະຕິຮູບວຽກງານ ການເງິນຢ່າງເລິກເຊິ່ງ, ຮອບດ້ານ ໂດຍເລີ່ມຈາກການປະຕິບັດກົນໄກ ເກັບລາຍຮັບໃຫ້ເຂົ້າສູ່ລະບົບທັນສະໄໝ, ໂປ່ງໃສ ແລະ ສາມາດກວດສອບໄດ້; ເສີມສ້າງຖານລາຍຮັບໃຫ້ໝັ້ນຄົງ ກວ້າງຂວາງ ພ້ອມທັງຕິດຕາມ-ກວດກາຢ່າງເປັນປົກກະຕິ, ປັບປຸງກົນໄກການຈັດຕັ້ງປະຕິບັດແຜນລາຍຮັບ-ລາຍຈ່າຍໃຫ້ມີປະສິດທິຜົນ.
- ຄຸ້ມຄອງເງິນຕາໃຫ້ມີສະຖຽນລະພາບ: ປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫລາດທີ່ມີ ການຄຸ້ມຄອງຂອງລັດ ຄຸ້ມຄອງອັດຕາແລກປ່ຽນມີຄວາມສະຫງົບປົກກະຕິ; ຊຸກຍູ້ຕະຫລາດລະຫວ່າງ ທະນາຄານ ແລະ ຕະຫລາດເປີດໃຫ້ເຄືອ່ນໄຫວແຂງແຮງກວ່າເກົ່າ ແນໃສ່ເຮັດໃຫ້ການດັດສົມແຫ່ງສຸດທ້າຍໄດ້ຖືກປະຕິບັດ ຢ່າງແທ້ຈິງ. ສືບຕໍ່ຕິດຕາມການຈັດຕັ້ງປະຕິບັດນະໂຍບາຍດອກເບ້ຍ ຂອງທະນາຄານທຸລະກິດ ຢ່າງໃກ້ຊິດ ແລະ ດັດປັບບາງມາດຕະການໃຫ້ແທດເໝາະກັບສະພາບຕົວຈິງໃນແຕ່ລະໄລຍະ.
- ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ: ແກ້ໄຂຂັ້ນຕອນ ແລະ ຂອດຕ່າງໆທີ່ບໍ່ສະດວກ, ກົດໜ່ວງສ້າງຄວາມຫຍຸ້ງຍາກ ທັງເປັນການເພີ່ມຕົ້ນທຶນໃຫ້ແກ່ການດຳເນີນທຸລະກິດ ດ້ວຍການປະຕິບັດກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ແລະ ດຳລັດ ວ່າດ້ວຍການຄຸ້ມຄອງເຂດເສດຖະກິດພິເສດ ແລະ ແຜນດຳເນີນວຽກງານ ອຳນວຍຄວາມສະດວກທາງດ້ານການຄ້າໃນປີ 2017-2020.
- ຊຸກຍູ້ການຜະລິດ ແລະ ການບໍລິການ: ສົ່ງເສີມການລົງທຶນໃສ່ການຜະລິດ ແລະ ການບໍລິການ ໂດຍສຸມໃສ່ສິນຄ້າກະສິກຳ ແລະ ອຸດສາຫະກຳທີ່ມີທ່າແຮງ, ຍູ້ແຮງເສດຖະກິດຂະໜາດນ້ອຍ -ຂະໜາດກາງ, ພັດທະນາແຫລ່ງທ່ອງທ່ຽວ, ການບໍລິການໆຄ້າ, ການຂົນສົ່ງ ແລະ ອື່ນໆ; ຊຸກຍູ້ສົ່ງເສີມການຮຽນຮູ້ ແລະ ນຳໃຊ້ຄວາມຮູ້ເຕັກນິກ ແລະ ເຕັກໂນໂລຊີທີ່ທັນສະໄໝ; ຍົກລະດັບຄວາມອາດສາມາດ ຂອງທຸລະກິດພາຍໃນໆການຄຸ້ມຄອງ ແລະ ບໍລິຫານທຸລະກິດໃຫ້ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ.
- ການພັດທະນາທາງດ້ານວັດທະນະທຳ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກ: ປັບປຸງ ແລະ ຍົກສູງຄຸນນະພາບການສຶກສາ, ສາທາລະນະສຸກ; ແຮງງານ ແລະ ສະຫວັດດີການສັງຄົມໃຫ້ທົ່ວເຖິງ ໂດຍສະເພາະເຂດຊົນນະບົດຫ່າງໄກສອກຫລີກ; ສຸມທຶນຮອນເຂົ້າໃສ່ການກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນ, ຍົກລະດັບຄຸນນະພາບຄູ ແລະ ຫລັກສູດການຮຽນ-ການສອນ ຂອງສະຖາບັນການສຶກສາ ໂດຍເລີ່ມແຕ່ອະນຸບານຈົນເຖິງມະຫາວິທະຍາໄລໃຫ້ຂຶ້ນສູ່ລະດັບໃໝ່; ແກ້ໄຂບັນດາສິ່ງຫຍໍ້ທໍ້ຕ່າງໆໃຫ້ເປັນຮູບປະທຳ; ພັດທະນາສີມືແຮງງານ, ສ້າງວຽກເຮັດງານທຳ, ແກ້ໄຂບັນຫາການຂາດແຄນແຮງງານ, ປັບປຸງຄຸນນະພາບແຮງງານ, ສືບຕໍ່ປະຕິບັດນະໂຍບາຍສະຫວັດດີການສັງຄົມ ແລະ ວຽກງານເກັບກູ້ລະເບີດບໍ່ທັນແຕກໃຫ້ດີຂຶ້ນ, ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ດີງາມ ແລະ ເປັນເອກະລັກຂອງຊາດ, ພັດທະນາແຫຼ່ງທ່ອງທ່ຽວ ແລະ ຍົກລະດັບການບໍລິການໃຫ້ມີຄຸນນະພາບ ເພື່ອຮອງຮັບປີທ່ອງທ່ຽວລາວ 2018; ຊຸກຍູ້ໃຫ້ບັນດາຂະແໜງການເປັນເຈົ້າການຄົ້ນຄວ້າ, ປະສານສົມທົບ ແລະ ນຳໃຊ້ທ່າແຮງຂອງຂະແໜງການ ແລະ ທ້ອງຖິ່ນ ໂດຍສ້າງເປັນໂຄງການລະອຽດ ເພື່ອບັນຈຸເຂົ້າໃນແຜນຈັດຕັ້ງປະຕິບັດຢູ່ເຂດຊົນນະບົດໃນການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ.
- ຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ(SDGs): ໃຫ້ເປັນຄາດໝາຍ, ເປັນແຜນງານ ແລະ ເປັນໂຄງການລະອຽດຂອງແຕ່ລະຂະແໜງການ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ; ການບໍລິຫານລັດ, ການເຄື່ອນໄຫວຂອງຜູ້ປະກອບການຕ້ອງຫັນເຂົ້າລະບຽບກົດໝາຍ ຢ່າງເຄັ່ງຄັດ, ຕ້ານປະກົດການພະຍາດອາດຍາສິດ, ຕ້ານການສໍ້ລາດບັງຫລວງໃຫ້ເປັນຮູບປະທຳ; ປັບປຸງນິຕິກຳໃຫ້ມີຄວາມຈະແຈ້ງ, ກະທັດຮັດ ແລະ ມີປະສິດທິພາບສູງ ພ້ອມທັງຮັບປະກັນການຈັດຕັ້ງປະຕິບັດໃຫ້ສອດຄ່ອງ ກັບສະພາບປັດຈຸບັນ ເພື່ອໃຫ້ການຄຸ້ມຄອງ ຂອງຂະແໜງການ ແລະ ທ້ອງຖິ່ນມີປະສິດທິຜົນສູງຂຶ້ນ; ສ້າງສະພາບແວດລ້ອມທີ່ດີໃຫ້ແກ່ການພັດທະນາ, ແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ເປັນຕົ້ນແມ່ນສະພາບຄ່ອງ, ອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະ ອື່ນໆ; ຊຸກຍູ້ການຈັດຕັ້ງປະຕິບັດໂຄງການໃຫຍ່ລະດັບຊາດ ທີ່ສະພາແຫ່ງຊາດຮັບຮອງເຂົ້າໃນແຜນແລ້ວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ເພື່ອເປັນກຳລັງແຮງໃນການກະຕຸ້ນເສດຖະກິດໃຫ້ມີການເຕີບໂຕຢ່າງຕໍ່ເນື່ອງ.
[ແຫຼ່ງຂ່າວ: ໜັງສືພິມເສດຖະກິດການຄ້າ ລາຍວັນ]