ກອງປະຊຸມແລກປ່ຽນຄຳຄິດເຫັນເນື່ອງໃນໂອກາດພາຍຫຼັງການເຂົ້າເປັນສະມາຊິກ ອົງການການຄ້າໂລກ ຂອງ ສປປ ລາວ ຄົບຮອບ 5 ປີໃນວັນທີ 19 ກຸມພາ 2018 ໃນຫົວຂໍ້: “ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ທຸລະກິດລາວ ກ້າວສູ່ທຸລະກິດໂລກ”
By sonsathit rasavong On 20 Feb, 2018 At 08:24 AM | Categorized As ຂ່າວສຳຄັນ | With 0 Comments

    ໃນ​ຕອນ​​ເຊົ້າເວລາ 08:00 ​ໂມງ ຂອງ ວັນ​ທີ 19 ກຸມພາ 2018 ​ໄດ້​ມີ​ການຈັດກອງ​ປະຊຸມ​ແລກປ່ຽນ​ຄຳ​ຄິດ​ເຫັນ​ເນື່ອງ​ໃນ​ໂອກາດ​ພາຍຫຼັງການ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກຂອງ ສປປ ລາວ ຄົບຮອບ 5 ປີ ທີ່​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ພາຍ​ໃຕ້​ການ​ເປັນ​ປະທານ​ກ່າວ​ເປີດ​ພິທີ​ໂດຍ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຊຶ່ງມີ​ຜູ້​ເຂົ້າ​ຮ່ວມ​ຈາກ​ພາກ​ລັດ ແລະ ພາກທຸ​ລະ​ກິດ ​ຈຳນວນຫຼາຍ​ກວ່າ 100 ຄົນ.

1

    ຈຸດປະສົງຂອງ​ກອງ​ປະຊຸມດັ່ງກ່າວ ​ແມ່ນ​ເພື່ອສົນທະນາແລກປ່ຽນຄໍາຄິດເຫັນລະຫວ່າງພາກລັດ ແລະ ທຸລະກິດ ກ່ຽວກັບການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ທຸລະກິດລາວ ສາມາດຂະຫຍາຍຕະຫຼາດສູ່ສາກົນ ຊຶ່ງຈະຕິດພັນກັບພັນທະສັນຍາການຄ້າສາກົນ, ໂດຍສະເພາະ ແມ່ນວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ, ຄວາມຄືບໜ້າຂອງລະບົບການແຈ້ງພາສີປະຕູດຽວແຫ່ງຊາດ, ວຽກງານສຸຂານາໄມພືດ, ວຽກງານມາດຕະຖານ ແລະ ການວັດແທກ.

    ຕະຫຼອດໄລຍະ 5 ປີ ນັບຈາກມື້ເຂົ້າເປັນສະມາຊິກ ອຄລ, ສປປ ລາວ ກໍໄດ້ສຸມໃສ່ການຈັດຕັ້ງປະຕິບັດພັນທະ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍຄວາມສະດວກໃຫ້ແກ່ທຸລະກິດລາວ ເພື່ອໃຫ້ສາມາດຍາດແຍ່ງເອົາຜົນປະໂຫຍດຈາກວຽກງານການເຊື່ອມໂຍງເສດຖະກິດກັບສາກົນ ທີ່ເປັນວຽກບູລິມະສິດໜຶ່ງທີ່ສໍາຄັນທີ່ສຸດຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ.

    ນອກຈາກນີ້, ໃນທີ່ປະຊຸມຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການເຈລະຈາການຄ້າໃນຂອບ ອຄລ ໂດຍສະເພາະ ການເຈລະຈາໃນຮອບພັດທະນາໂດຮາ ແລະ ຜົນຂອງກອງປະຊຸມລະດັບລັດຖະມົນຕີ ອຄລ ຄັ້ງທີ 11 ທີ່ປະເທດອາກຊັງຕິນ ໃນປີ 2017. ພ້ອມດຽວກັນນັ້ນ, ທີ່ປະຊຸມຍັງເປັນການແຈ້ງໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງຮັບຊາບວ່າ ໃນປີ 2019 ສປປ ລາວ ຈະໄດ້ມີການທົບທວນນະໂຍບາຍການຄ້າ (Trade Policy Review) ຊຶ່ງຈະມີການປະເມີນກ່ຽວກັບນະໂຍບາຍ ແລະ ການຈັດຕັ້ງປະຕິບັດພັນທະ ພ້ອມທັງຜົນກະທົບທີ່ມີຕໍ່ລະບົບການຄ້າຫຼາຍຝ່າຍອີກດ້ວຍ.

    ອຄລ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ເວລາ 23 ປີ ນັບ​ແຕ່​ວັນ​ທີ 01 ມັງກອນ 1995 ​ເປັນ​ຕົ້ນ​ມາ ຊຶ່ງ​ປະຈຸ​ບັນ​ມີ​ສະມາຊິກ​ທັງ​ໝົດ 164 ສະ​ມາ​ຊິກ​ ​ແລະ ​ສປປ ລາວ ກໍ​ເປັນ​ປະ​ເທດ​ທີ 158 ໃນວັນທີ 02 ກຸມພາ 2013. ຕະຫຼອດ​ໄລຍະ​ເວລາ 23 ປີ​ ​ແຫ່ງ​ການ​ສ້າງ​ຕັ້ງ​ໄດ້​ມີຜົນສຳ​ເລັດ ​ແລະ ​ກາລະ​ໂອກາດ​ຫຼາຍ​ຢ່າງ​ໃຫ້​ແກ່​ສະມາຊິກ ຊຶ່ງຜົນສໍາເລັດອັນຕົ້ນຕໍແມ່ນ ການ​ສ້າງ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ແລະ ໂປ່ງໃສ.

[ພາບ ​ແລະ ຂ່າວ: ກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ, ກະຊວງ ອຄ]

2

3

4

5