ປະທານສະພາແຫ່ງຊາດເຄື່ອນໄຫວຢ້ຽມຢາມ ພົບປະໂອ້ລົມພະນັກງານການນຳຫຼັກແຫ່ຼງ ແຂວງຄຳມ່ວນ
By theu vaenvongsod On 7 Mar, 2018 At 10:03 AM | Categorized As ຂ່າວພາຍໃນ | With 0 Comments

DSC_4508

     ໃນ​ວັນ​ທີ 6 ມີນາ 2018 ນີ້ ຢູ່ທີ່ຫ້ອງປະຊຸມເຮືອນພັກ 01 ຂອງແຂວງຄໍາມ່ວນ ທ່ານນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດໄດ້ເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມຕໍ່ພະນັກງານການນຳຫລັກແຫລ່ງແຂວງຄຳມ່ວນ. ໃນການພົບປະຄັ້ງນີ້ມີບັນດາທ່ານເລຂາ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ບັນດາຄະນະປະຈຳ, ກຳມະການພັກແຂວງ,​ ຕະຫລອດຮອດພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມຮັບຟັງ.

DSC_4500

     ໃນການພົບປະຄັ້ງນີ້ທ່ານພ້ອມດ້ວຍຄະນະໄດ້ຮັບຟັງການລາຍງານວຽກງານຮອບດ້ານຂອງແຂວງໃນໄລຍະ 1 ປີ ຜ່ານມາຈາກ ທ່ານ ​ໂອ​​ໄດ ສຸດາພອນ ​ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າ​ແຂວງໆ​ຄໍາ​ມ່ວນ, ​ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ​ໃນ​ຫລາຍ​ດ້ານ ​ໂດຍ​ສະ​ເພາະ​ແມ່ນ​ອັດຕາ​ຂະຫຍາຍຕົວ​ທາງ​ດ້ານ​ເສດຖະກິດ​ຂອງ​ແຂວງ, ພ້ອມນັ້ນຍັງໄດ້ຮັບຟັງການ​ລາຍ​ງານແຜນການ​ພັດທະນາເສດຖະກິດ – ສັງຄົມຂອງແຂວງ, ຈາກພະແນກການ ແລະ ການລົງທຶນ, ການສ້າງແຫ່ງລາຍຮັບເຂົ້າງົບປະມານຂອງພະແນກການເງິນ, ການຂະຫຍາຍຕາໜ່າງການສຶກສາ, ອອກສູ່ເຂດຊົນນະບົດ ແລະ ເຂດຫ່າງໄກສອກຫລີກຂອງພະແນກສຶກສາທິການ ແລະ ກິລາ, ການສົ່ງເສີມວຽກງານສາທາລະນະສຸກພາຍໃນແຂວງ​ ໃນ​ໂອກາດ​ດັ່ງກ່າວ​ທ່ານ ນາງ ປານີ ຢາທໍ່ຕູ້ ​ກໍ່​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ຜົນງານ​ທີ່​ແຂວງ​ສາມາດ​ຈັດຕັ້ງປະຕິບັດ​ໄດ້​ ໃນ​ໄລຍະ​ຜ່ານ​ມາ​ພ້ອມ​ທັງ​ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລັດ​ດັ່ງກ່າວ​ ແລະ ​ຖື​ໂອກາດ​ໂອ້​ລົມ​​ໃຫ້​ທິດ​ຊີ້ນຳ​ຕໍ່​ພະນັກງານການ​ນຳ​ຫລັກ​ແຫ​ລ່ງຂອງ​ແຂວງ ​ໂດຍ​ໄດ້ເນັ້້ນໃຫ້​ເພີ້ມທະວີການ​ປັບປຸງ​ບໍລິຫານ​ລັດ​ໃຫ້​ໄປ​ຕາມ​ລະບຽບກົດໝາຍ​ໃຫ້​ດີ​ຂຶ້ນ​, ​ໃຫ້ເຂັ້ມງວດ​ຂຶ້ນກວ່າ​ເກົ່າຖ້າ​ເຮົາ​ເຮັດ​ໂຕນີ້​ໄດ້​ແມ່ນ​ຈະ​ສາມາດ​ຈັດ​ເກັບ​ລາຍ​ຮັບ​ເພີ້ມຂຶ້ນ, ​ເຮັດ​ໃຫ້ການສົ່ງ​ເສີມ​ການ​ລົງທຶນຂອງ​ພາກສ່ວນ​ເສດຖະກິດ​ຕ່າງໆ ສຸມ​ໃສ​ແຂວງ​ພວກ​ເຮົາ​​ຫລາຍ​ຂຶ້ນ, ​ເບິ່ງ​ຄືນ​ນິຕິ​ກຳ​ທີ່ ​ ສູນ​ກາງ, ແຂວງ  ແລະ ພະ​ແນ​ກ ​ວາງ​ອອກ​ຕະຫລອດ​ເຖິງຄາດໝາຍສູ້​ຊົນ​ສາມາດ​ປະຕິບັດ ​ແລະ​ ສອດຄ່ອງ​ແລ້ວ​ຫລື​ບໍ່, ກວດກ​າຄືນ​ນິຕິ​ກຳ​ໃດ​ທີ່​ໄດ້​ວາງ​ອອກ​ມາ​ແລ້ວ​ຍັງບໍ່​ທັນສາມາດ​ຈັດຕັ້ງປະຕິບັດ​ໄດ້, ຖ້າ​ນິຕິ​ກຳ​​ໃດ​ບໍ່​ທັນ​ມີ​ຜ່ານ​ການ​ຄຸ້ມ​ຄອງ​ບໍລິຫານ​ຕົວ​ຈິງ​ບໍ່​ທັນ​ຄົບ​ຊຸດ ບໍ່​ທັນ​ແຈ້ງ​ແມ່ນ​ສະ​ເໜີໃຫ້​ມີການ​ອອກນິຕິ​ກຳ​ເພີ້ມ​ເຕີມ​ອີກ, ສະ​ເໜີ​ໃຫ້​ຂະ​ແໜງການ​ເງິນ​ເບິ່ງ​ຄືນ​ໃນ​ການ​ປະຕິບັດ​ກົດໝາຍ​ໂດຍ​ສະ​ເພາະການ​ຄຸ້ມຄອງ​ດ່ານສາກົນ​ກັບ​ດ່ານ​ທ້ອງ​ຖິ່ນ​ໃນການ​ໂຍະຍານ​ການ​ເກັບ​ລາຍ​ຮັບ, ຂະ​ແໜງກະສິກຳ ​ແລະ ​ປ່າ​ໄມ້, ສາທາລະນະ​ສຸກ​, ສິ່ງ​ແວດ​ລ້ອມພາກສ່ວນ​ກ່ຽວຂ້ອງ​ເອົາ​ໃຈ​ໃສ່​ເບີ່​ງຄືນ​ເຄື່ອງ​ບໍລິ​ໂພ​ກທີ່​ນຳ​ເຂົ້າ​ ແລະ ​ອື່ນໆ.

DSC_4510

     ລະບົບ​ການ​ບໍລິການ​ໂດຍຜ່ານ​ຜະ​ຕູດຽວຈັດຕັ້ງປະຕິບັດ​ແລ້ວ​ບໍ່ຖ້າ​ປະຕິບັດ​ແລ້ວ​ກໍ່​ຈົ່ງ​ສືບ​ຕໍ່​ຈັດຕັ້ງປະຕິບັດ​ໃຫ້​ໄດ້​ດີ ​, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ທຸກ​ພາກສ່ວນ​ຈົ່ງ​ເຊີດ​ຊູ​ຄວາມ​ຮັບຜິດຊອບ​ໃນໜ້າທີ່​ການ​ເມືອງ​ຂອງ​ຕົນ​ຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິດ – ສັງຄົມ​ຂອງ​ແຂວງ​ໃຫ້​ບັນລຸ​ຜົນສຳ​ເລັດ​ຕາມ​ຄາດໝາຍ .

DSC_4485

[ຂ່າວ ​: ມະນີ​ວັນ]

[ຮຽບຮຽງໂດຍ: ນ ຖື]