ການເຂົ້າຢ້ຽມຂໍ່ານັບຂອງຜູ້ຕາງໜ້າເອກອັກຄະລັດຖະທູດອອສເຕລຍ
By sonsathit rasavong On 13 Mar, 2018 At 10:40 AM | Categorized As ຂ່າວສຳຄັນ | With 0 Comments

ໃນວັນທີ 02 ມີນາ 2018 ເວລາ 9:40ໂມງ ທີ່ຫ້ອງຮັບແຂກກະຊວງອຸດສາຫະກໍາ ແລະ ການຄ້າ ນໍາໂດຍທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມຄະນະວິຊາການຈໍານວນໜຶ່ງໄດ້ຕ້ອນຮັບ ທ່ານ ກຸນເທີ ຊູເຄີ ຕາງຫນ້າຈາກສະຖານທູູດອອສເຕລຍ ປະຈໍາລາວ.

7eee33f3-cdda-4cd2-b460-2d423067edd2

ການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ທ່ານ ກຸນເທີ ຊູເຄີ ໄດ້ມາຄົນດຽວເພາະຄະນະເພິ່ນແມ່ນໄດ້ແບ່ງກັນໄປກະຊວງອື່ນພ້ອມກັນໃນມື້ນີ້ຈຸດປະສົງການເຂົ້າຢ້ຽມຂໍ່ານັບແມ່ນປຶກສາຫາລືກ່ຽວກັບການລົງທຶນ,ການສ້າງຕັ້ງບໍລິສັດຢູ່ໃນລາວໂດຍ ສະເພາະອຸດສາຫະກໍາເຫລັກເປັນຕົ້ນເຫລັກສໍາລັບການກໍ່ສ້າງຕ່າງໆ, ເຄື່ອງວັດແທກຄວາມດັນຂອງເຂື່ອນໄຟຟ້າ ແລະ ອອສເຕລຍມີຫລາຍບໍລິສັດທີ່ມີປະສົບການ ແລະ ມີຄວາມສົນໃຈຢາກມາລົງທຶນຢູ່ ສປປ ລາວ.

ພ້ອມນີ້ທ່ານຮອງລັດຖະມົນຕີ ໄດ້ກ່າວກ່ຽວກັບ ການເປີດປີທ່ອງທ່ຽວ ຂອງສປປ ລາວ 2018  ແລະ ໄດ້ເຊື້ອເຊີນນັກທ່ອງທ່ຽວ ຂອງອອສເຕລຍ ເຂົ້າມາທ່ຽວ ສປປ ລາວ ທີ່ສໍາຄັນທ່ານ ຮອງ ລມຕ ຍັງກ່າວເຖິງວຽກງານການຄ້າ ທີ່ລາວ-ອອສເຕລຍຮ່ວມມືກັນ ເຊັ່ນ: ອອສເຕລຍມາລົງທຶນຢູ່ລາວມີ 8 ໂຄງການ ທຶນຈົດທະບຽນ 23 ລ້ານໂດລາສະຫະລັດ ຊຶ່ງສ່ວນໃຫຍ່ແມ່ນການຕັດຫຍິບ, ຖັກແສ່ວ, ແຜ່ນແຜ ແລະ ອະສັງຫາລິມມະຊັບ; ໃນນີ້ການສົ່ງອອກຂອງລາວສ່ວນຫລາຍແມ່ນຜະລິດຕະພັນໄມ້ ແລະ ເຄື່ອງຕັດຫຍິບ ສ່ວນສິນຄ້ານໍາເຂົ້າ ຈາກອອສເຕລຍແມ່ນເຄື່ອງຈັກ, ໂລຫະເຫລັກ ; ການຊື້-ຂາຍລະຫວ່າງລາວ-ອອສເຕລຍ ແມ່ນນັບມື້ນັບຂະຫຍາຍຕົວ.

ຕອນທ້າຍ, ທ່ານ ກຸນເທີ ຊູເຄີ ຍັງກ່າວອີກວ່າ: ອອສເຕລຍເປັນປະເທດ ທີ່ມີຄວາມທັນສະໄຫມທາງດ້ານເທັກໂນໂລຊີ ນໍາໃຊ້ເຂົ້າໃນອຸດສາຫະກໍາຕ່າງໆ ແລະ ມີຄວາມສໍາພັນທີ່ດີກັບ ລັດເຊຍ, ຍູໂລບ ແລະ ຕຸລາກີ ພ້ອມນີ້ ຍັງໄດ້ຂະຫຍາຍການພົວພັນມາທາງອາຊີ ຊຶ່ງໃນນີ້ກໍ່ມີປະເທດລາວຮ່ວມຢູ່ນໍາ ແລະ ຫວັງວ່າຈະມີການຮ່ວມມືກັນອີກຕໍ່ໄປໃນອະນາຄົດ.

ຂ່າວໂດຍ: ພູຄໍາ ຫລວງສຸພົນ