ພິທີພົບປະ ຜູ້ມີສິດເລືອກຕັ້ງສາມະຊິກສະພາແຫ່ງຊາດຊຸດທີ VIII ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແລະ ຮັບຟັງການເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII
By theu vaenvongsod On 13 Mar, 2018 At 02:01 PM | Categorized As ຂ່າວສຳຄັນ | With 0 Comments

 Exif_JPEG_420

     ໃນຕອນ​ບ່າຍ ຂອງວັນທີ 12 ມີນາ 2018, ທ່ານລັດຖະມົນຕີ, ຮອງ​ລັດຖະມົນຕີ, ບັນດາ​ຫົວໜ້າ​ກົມ-ຮອງ​ກົມ, ຫົວໜ້າ-ຮອງສະ​ຖາບັນຄົ້ນຄວ້າ​ເສດຖະກິດ​ອຸດສາຫະກໍາ ​ແລະ ການ​ຄ້າ ພ້ອມ​ດ້ວຍ​ພະນັກງານ​ຫຼັກ​ແຫຼ່ງຂອງ​ກະຊວງ ​ອຸດສາຫະກໍາ ແລະ ການຄ້າ ໄດ້ພົບ​ປະ ​ແລະ ຮັບ​ຟັງ​ການເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ເຂົ້າ​ຮ່ວມຫລາຍກວ່າ 90 ທ່ານ ຊຶ່ງ​ຄະນະ​ປະທານນຳ​ໂດຍ ທ່ານ ສາຍທອງ​ ​ແກ້ວ​ດວງ​ດີ ຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການກົດໝາຍສະພາແຫ່ງຊາດ, ​​ພ້ອມ​ດ້ວຍ ທ່ານ ນາງ ຄຳຟອງ ພູມວົງໄຊ ຮອງປະທານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 1, ທ່ານ ຄຳເຜີຍ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ​.

FB_IMG_1520927102207

     ທ່ານ ນ ​ເຂັມ​ມະນີ ພົນ​ເສນາ ​ໄດ້​ລາຍ​ງານຫຍໍ້ ກ່ຽວ​ກັບ​ ​ການ​ເຄື່ອນ​ໄຫວວຽກ​ງານ​​ ໃນໄລຍະ 1 ປີຜ່ານ​ມາ ຂອງ ກະຊວງ ອຄ ພ້ອມ​ທັງ​ຫວັງ​ຢ່າງ​ແຮງ​ກ້າ ຜົນ​ສໍາ​ເລັດ​​ວຽກງານຂອງຂະ​ແໜງການ ອຄ ຈະ​ປະກອບສ່ວນ​ໃນ​ການ​ສ້າງສາ ​ແລະ ພັດທະນາປະ​ເທດ​ຊາດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ.

     ພ້ອມ​ດຽວ​ກັນ​ນີ້, ທ່ານ ສາຍທອງ ແກ້ວດວງດີ ກໍໄດ້ກ່າວວ່າ: ການມາພົບປະໃນຄັ້ງນີ້ ຖືວ່າປະຕິບັດຕາມກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະ ສະພາປະຊາຊົນທ້ອງຖິ່ນ, ໂດຍກອງປະຊຸມສະພາແຫ່ງຊາດ ແລະ ສະພາທ້ອງຖິ່ນໄດ້ສຳເລັດລົງ, ສະພາແຫ່ງຊາດກໍໄດ້ນໍາເອົາຈິດໃຈດັ່ງກ່າວລົງລາຍງານຕໍ່ປະຊາຊົນ ແລະ ຜູ້ທີ່ມີສິດເລືອກຕັ້ງໃຫ້ເຂົ້າໃຈ, ນອກຈາກລາຍງານຜົນສຳເລັດແລ້ວ ຈະຕ້ອງໄດ້ນຳເອົາຄຳຄິດຄໍາເຫັນ ແລະ ຄຳສະເໜີ ຫຼື ບັນຫາຕ່າງໆ ກັບໄປຄົ້ນຄວ້າ ​ແລະ ນໍາ​ສະ​ເໜີ​ຕໍ່ກອງປະຊຸມໃນຄັ້ງຕໍ່ໄປ.

Exif_JPEG_420

 

     ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ຜົນສຳເລັດ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ຮັບຟັງຄໍາຄິດເຫັນ, ຄໍາສະເໜີ ຂອງຜູ້ມີສິດເລືອກຕັ້ງຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ຮັບຟັງບັນຫາຫາງສຽງຂອງສັງຄົມ ເພື່ອເປັນຂໍ້ມູນແກ່ສະມາຊິກສະພາແຫ່ງຊາດໄດ້ນຳໄປຄົ້ນຄວ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VIII ຊຶ່ງ​ຈະ​ໄຂ​ຂຶ້ນ​ໃນ​ເດືອນ 5 ນີ້.

[ຂ່າວໂດຍ: ນ ຖື]