ພິທີເປີດງານວາງສະແດງຜະລິດຕະພັນລາວ ຄັ້ງທີ 5
By sonsathit rasavong On 15 Mar, 2018 At 11:19 AM | Categorized As ຂ່າວສຳຄັນ | With 0 Comments

               ເວລາ15:00ໂມງ ຂອງວັນທີ 14 ມີນາ 2018 ທີ່ສູນການຄ້າລາວ-ໄອເຕັກ ໄດ້ມີພິທີເປີດງານວາງສະແດງຜະລິດຕະພັນລາວ ຄັ້ງທີ 5 ຢ່າງເປັນທາງການ ໂດຍການເປັນປະທານຮ່ວມຕັດແຖບຜ້າ ໂດຍ: ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ນາງ ເຂັມມະນີ ພົນເສນາ ລັດ  ຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາທ່ານຮອງລັດຖະມົນຕີ, ບັນດາ ທ່ານ ເອກອັກຄະລັດຖະທູດ, ທຸຕານຸທູດ,  ບັນດາທ່ານ ຫົວຫນ້າກົມ, ທ່ານຮອງຫົວຫນ້າກົມ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຜູ້ປະກອບການທາງທຸລະກິດທັງພາຍໃນ ແລະ ຕ່າງປະເທດ ກໍ່ໃຫ້ກຽດເຂົ້າຮ່ວມ.IMG_8270

         ໂດຍການກ່າວເປີດຂອງທ່ານ ນາງ ຈັນທະຈອນ ວົງໄຊ  ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ ແລະ ທ່ານ ໄດ້ກ່າວວ່າ: ຈຸດປະສົງຂອງການເປີດງານໃນຄັ້ງນີ້ແມ່ນເພື່ອຊຸກຍູ້ສົ່ງເສີມສ້າງຄວາມເຂັ້ມແຂງຜູ້ປະກອບການພາຍໃນ, ເຕົ້າໂຮມເອົາຜະລິດຕະພັນທີ່ມີການປະດິດຄິດສ້າງ, ໂດດເດັ່ນ, ເປັນເອກະລັກ, ມີຄຸນນະພາບ ໂດຍຫົວຄິດປະດິດສ້າງຂອງຜູ້ປະກອບການພາຍໃນ ສປປ ລາວ ຫຼື ນັກລົງທຶນຕ່າງປະເທດທີ່ນຳໃຊ້ວັດຖຸດິບພາຍໃນ ຫຼື ນຳເຂົ້າຈາກຕ່າງປະເທດເປັນສິນຄ້າລາວເຂົ້າຮ່ວມວາງສະແດງໃຫ້ສັງຄົມໄດ້ຮັບຊົມ ແລະ ຊື້ໄປຊົມໃຊ້.

          ງານຄັ້ງນີ້ມີຜູ້ປະກອບການເຂົ້າຮ່ວມວາງສະແດງຢ່າງຫລວງຫລາຍ. ພ້ອມນັ້ນ, ຍັງເປັນເວທີໃຫ້ຜູ້ປະກອບການຈັບຄູ່ທຸລະກິດນຳກັນ, ການບໍລິການຄຸນນະພາບມາດຕະຖານ ແລະ ກ້າວເຂົ້າສູ່ອາຊຽນ ແລະ ສາກົນເປັນກາສ້າງຄວາມພາກພູມໃຈຢ່າງຍິ່ງທີ່ໄດ້ເຕົ້າໂຮມເອົາບັນດາຜະລິດຕະພັນ ແລະ ສິນຄ້າທີ່ໄດ້ຜະລິດໃນປະເທດເຮົາມາເຕົ້າໂຮມກັນ ເພືື່ອໂຄສະນາຕໍ່ສາຍຕາຊາວລາວ ແລະ ຕ່າງປະເທດໃຫ້ຮັບຮູ້ເຖິງຄວາມພ້ອມຂອງຜະລິດຕະພັນລາວໃນການເຊື່ອມໂຍງກັບສາກົນ.

IMG_8241

          ທ່ານກ່າວຕື່ມວ່າ: ເນື່ອງຈາກຄວາມພ້ອມຂອງຜູ້ປະກອບການບໍ່ຖ່ວງທັນ ຈຶ່ງເຮັດໃຫ້ຜູ້ປະກອບການນຳສິນຄ້າເຂົ້າຮ່ວມງານບໍ່ຫຼາກຫຼາຍເທົ່າທີ່ຄວນ ເຊິ່ງພາຍໃນງານມີພາກທຸລະກິດເຂົ້າຮ່ວມ 115 ຫົວໜ່ວຍ ລວມມີ 180 ຜະລິດຕະພັນທ້ອງຖິ່ນທັງ 18 ແຂວງ, ສິນຄ້າສ່ວນໃຫຍ່ແມ່ນຜະລິດຕະພັນອາຫານ, ເຄື່ອງດື່ມ, ຜະລິດຕະພັນປອດສານພິດ, ຜະລິດຕະພັນໄມ້ແປຮູບ, ເຟີນີເຈິ, ເຄື່ອງຕົບແຕ່ງຜະລິດຕະພັນໄມ້, ຜະລິດຕະພັນຕະຫຼາດຫຼັກຊັບ, ຜະລິດຕະພັນການທ່ອງທ່ຽວ, ຜະລິດຕະພັນເຄື່ອງໃຊ້ໄຟຟ້າ ແລະ ອື່ນໆ.

ໃນວາລະຂອງງານຍັງຈະມີກອງປະຊຸມສຳມະນາສົ່ງເສີມຄວາມສາມາດ ໃນການສ້າງກຳໄລລະດັບສູງສຳລັບການສົ່ງ ເສີມຜະລິດຕະພັນຊາ, ກອງປະຊຸມສຳມະນາສິ່ງທ້າທາຍ ແລະ ໂອກາດ ເອັສເອັມອີ ຈັດຂຶ້ນໃນວັນທີ 14-15 ມີນາ 2018, ກອງປະຊຸມສໍາມະນາລິເລີ່ມທຸລະກິດ ຈັດຂຶ້ນໃນວັນທີ 16 ມີນາ 2018, ງານແຂ່ງຂັນຊິງລາງວັນສັບປະດາການລິເລີ່ມທຸລະກິດ ກ່ຽວກັບນະວັດຕະກຳຜະລິດຕະພັນລາວ ແລະ ງານແຂ່ງຂັນການສະແດງສິລະປະຟ້ອນຂັ້ນປະ ຖົມ ແລະ ອື່ນໆ.

ງານວາງສະແດງດັ່ງກ່າວຄາດວ່າຈະມີປະຊາຊົນເຂົ້າຮ່ວມ 2 ພັນເທື່ອຄົນ ແລະ ຈະມີເງີນຫມູນວຽນ 1-2 ຕື້ກີບ, ທ່ານນາງ ຈັນທະຈອນ ວົງໄຊ ກ່າວ. ງານວາງສະແດງຜະລິດຕະພັນລາວຈັດຂຶ້ນທີ່ສູນການຄ້າລາວ-ໄອເຕັກ ທີ່ນະຄອນ ຫຼວງວຽງຈັນ ໃນລະຫວ່າງວັນທີ 14-18 ມີນາ 2018  ພ້ອມທັງ, ຊວນເຊີນບັນດາມວນຊົນຊາວນະຄອນຫລວງວຽງຈັນ ທີມີຄວາມສົນໃຈເຂົ້າຮ່ວມງານນີ້ດ້ວຍ.

ຂໍ້ມູນໂດຍ: ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ

ຮຽບຮຽງໂດຍ: ພູຄໍາ ຫລວງສຸພົນ