ພິທີສະເຫຼີມສະຫຼອງ ວັນແມ່ຍິງສາກົນ 8 ມີນາ 2018 ຄົບຮອບ 108 ປີ ຂອງກະຊວງ ອຸດສາຫະກໍາ ແລະ ການຄ້າ
By theu vaenvongsod On 15 Mar, 2018 At 02:44 PM | Categorized As ຂ່າວສຳຄັນ | With 0 Comments

1

     ຕອນ​ເຊົ້າ ວັນ​ທີ 14 ມີນາ 2018, ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ໄດ້​ຈັດ​ພິທີ​ສະ​ເຫຼີມສະຫຼອງວັນ​ແມ່ຍິງ​ສາກົນ 8 ມີນາ ຄົບຮອບ 108 ປີ ​ພາຍ​ໃຕ້​ຄຳ​ຂວັນ: “​ເຖິງ​ເວລາຮ່ວມ​ໃຈ​ປັບປຸງ​ຊີວິດ ການ​ເປັນ​ຢູ່​ຂອງ​ແມ່ຍິງ​ໃນ​ຕົວ​ເມືອງ ​ແລະ ຊົນນະບົດ” ​ແລະ ສຳ​ມະ​ນາ​ຫົວຂໍ້ກ່ຽວ​ກັບ: “ພະ​ຍາດຕິ​ດຕໍ່​ທາງ​ເພດ​ສໍາພັນ(HIV)” ໂດຍ​ການ​ເປັນ​ປະທານ​ຮ່ວມ ທ່ານ ນ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ ກະຊວງ​ອຸດສາ​ຫະກໍາ ​ແລະ ການ​ຄ້າ ​ແລະ ທ່ານ ນ ຈັນ​ສຸກ ​ແສງ​ພະຈັນ ປະທານຄະນະ​ບໍລິຫານ​ງານ ສູນ​ກາງ​ສະຫະພັນ​ແມ່ຍິງ​ ​ກະຊວງ ອຄ, ພ້ອມ​ທັງ ທ່ານ​ຫົວໜ້າ​ຫ້ອງການ, ຮອງ​ຫົວໜ້າ​ກົມ, ຫົວໜ້າ-ຮອງ​ຫົວໜ້າ​ພະ​ແນ​ກ, ​ບັນ​ດາເອື້ອຍ ​ນ້ອງ​ແມ່ຍິງ​ຈາກ​ບັນດາ ກົມ, ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ອຸດສາຫະກໍາ ​ແລະ ການ​ຄ້າ, ບັນດາລັດ​ວິ​ສາ​ຫະກິດ​ທີ່​ຂຶ້ນກະຊວງ, ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ ​ແລະ ບັນດາ​ທ່ານ​ຫົວໜ້າ​-ຮອງຫົວໜ້າ​ກົມ​ທ່ານ​ຊາຍ ​ເຂົ້າຮ່ວມ ຫຼາຍກວ່າ 90 ທ່ານ.

3

     ທ່ານ ນ ຈັນ​ສຸກ ​ແສງ​ພະຈັນ ປະທານຄະນະ​ບໍລິຫານ​ງານ ສູນ​ກາງ​ສະຫະພັນ​ແມ່ຍິງ​ ​ກະຊວງ ອຄ ​ໄດ້​ກ່າວ​ຈຸດປະສົງ ​ ​, ຫວນ​ຄືນປະຫວັດຄວາມ​ເປັນ​ມາ​ ຂອງ​ວັນ​ທີ 8 ມີນາ 1910- 8 ມີນາ 2018 ຄົບ​ຮອບ 108 ປີ ແລະ ລາຍ​ງານ​ສະພາບ​ການຈັດຕັ້ງປະຕິບັດ​ໃນ​ໄລຍະ 1 ປີຜ່ານມາ​ຂອງ​ສະມາຊິກ​ແມ່ຍິງ ອຄ ​ໂດຍ​ໄດ້​ຖື​ສໍາຄັນ​ຕໍ່​ວຽກ​ງານ​ສຶກສາ​ອົບຮົບ​ການ​ເມືອງ-ແນວຄິດ ຊຶ່ງ​ມັນ​ໄດ້​ສະ​ແດງ​ອອກ​ໃນ​ການ​ເອົາ​ໃຈ​ໃສ່​ເຂົ້າຮ່ວມ​ເຊື່ອມ​ຊຶມ​ແນວທາງ​ນະ​ໂຍບາຍ, ມະຕິ​ຄໍາ​ສັ່ງ ​ແລະ ນິຕິ​ກໍາ​ຕ່າງໆ​ຂອງ​ພັກ-ລັດ. ພ້ອມ​ດຽວ​ກັນ​ນີ້, ທ່ານ ນ ​ເຂັມ​ມະນີ ພົນ​ເສນາ ​ໄດ້​ໃຫ້ການ​ໂອ້​ລົມ​ຕໍ່​ເອື້ອຍ​ນ້ອງ​​ແມ່ຍິງ ​ໂດຍ​ເນັ້ນ​ໃສ່ ສະມາ​ຊິກ​ແມ່ຍິງ​ພັດທະນາ​ຕົນ​ເອງ​ຢ່າງຮອບດ້ານ, ການຈັດຕັ້ງປະຕິບັດວຽກ​ງານ​ຂອງ​ແມ່ຍິງ​​ໃນ​ຂະ​ແໜງອຸດສາຫະກໍາ ​ແລະ ການ​ຄ້າ ​ແມ່ນ​ໃຫ້​ສອດຄ່ອງກັບ 8 ​ແຜນ​ງານ 34 ​ໂຄງການ ທີ່​ຖືກ​ຮັບຮອງ​ຢູ່​ກອງ​ປະຊຸມ ສະພາ​ແຫ່ງ​ຊາດ ​ໃນ​ວຽກ​ງານ​ຂອງ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ​ແລະ ຮຽກຮ້ອງ​ໃຫ້​ເອື້ອຍ​ນ້ອງ​ແມ່ຍິງ​ທັງ​ໝົດທົ່ວ​ກະຊວງ ອຄ ຈົ່ງ​ເອົາ​ໃຈ​ໃສ່ ​ແລະ ​ເປັນ​ເຈົ້າການ​ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ ​ໂດຍ​ຕິດ​ພັນ​ກັບ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ​ແລະ ພັດທະນາ;

2

29136031_1365174493589014_141130851525066752_n

   ທ່ານ ດຣ. ຂັນ​ທະນູ​ວຽງ ທີ​ມງານ​ແພດ​ຊ່ຽວຊານ​ຈາກ​ສູນ​ຕ້ານ​ເອສ ​ແລະ ພະຍາດ​ຕິດ​ຕໍ່​ທາງ​ເພດ​ສໍາພັນ ​ໄດ້​ເຜີຍ​ແຜ່: ຄວາມ​ເປັນ​ມາ ​ແລະ ສະພາບ​ລວມ HIV/AIDs, ຢູ່ ສປປ ລາວ ວຽກ​ງານດັ່ງກ່າວ​ແມ່ນ​ນອນ​ໃນ ​ເປົ້າໝາຍ​ສະຫັດ​ສະ​ວັດ SDG 3 ​ຊຶ່ງ​ລັດ​ຖະບານ​ໄດ້​ວາງ​ເປົ້າໝາຍໃນປີ 2030 ຈະ​ສິ້ນສຸດ​ໂລກ​ເອສ, ວັນນະ​ໂລກ, ມາ​ເລ​ເລັຍ, ພະຍາດ​ຕິດ​ຕໍ່​ຕ່າງໆ ອື່ນໆ​ອີກ…ພ້ອມ​ທັງ​ສະ​ເໜີ​ວິທີ​ການ​ປ້ອງ​ກັນການ​ຕິດ​ເຊື້ອ HIV/AIDs ສໍາລັບ​ກຸ່ມ​ສ່ຽງ​ໂດ​ຍສະ​ເພາະ​ພະນັກງານ​ເຄື່ອນ​ທີ່ ​ໂດຍ​ການ​ນໍາ​ໃຊ້​ຖົງຢາງ​ອະນາ​ໄມ​ໃນ​ເວລາ​ມີ​ເພດ​ສໍາພັນ;

Exif_JPEG_420

Exif_JPEG_420

     ນອກຈາກ​ນີ້, ຍັງ​ມີ​ກິດຈະ​ກໍາ​ຂາຍ​​ເຄື່ອງ​, ຂາຍອາຫານ, ​ເຄື່ອງ​ດື່ມ ​ແລະ ​ເຄື່ອງ​ຫັດຖະກຳ​ລາວ ທີ່​ເອື້ອຍ​ນ້ອງ​ແມ່ຍິງ​ກະຊວງ​ໄດ້​ວາງສະ​ແດງ​ຂາຍ​ ຢູ່​ດ້ານໜ້າ​ກະ​ຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ.

29187138_592211184445374_4650994057336586240_n29197099_592211227778703_4517651922844385280_n

[ຂ່າວໂດຍ: ນ ຖື]