ການເຂົ້າພົບປະຂອງກຸ່ມບໍລິສັດຢຸນໜານ ໜົງເຂີນ ຂອງ ສປ ຈີນ
By sonsathit rasavong On 29 Mar, 2018 At 04:12 PM | Categorized As ຂ່າວສຳຄັນ | With 0 Comments

ໃນເວລາ 3:30 ໂມງ ຂອງວັນທີ 28 ມີນາ 2018 ທີ່ຫ້ອງຮັບແຂກ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕ້ອນຮັບ ຄະນະຜູ້ຕາງຫນ້າກຸ່ມບໍລິສັດຢຸນໜານ ໜົງ​ເຂີນ ຂອງ ສປ ຈີນ ໂດຍການເປັນປະທານທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ບັນດາກົມກ່ຽວຂ້ອງທີ່ເຂົ້າຮ່ວມມີ:​  ກົມແຜນການ ແລະ ການຮ່ວມມື, ກົມສົ່ງເສີນການຄ້າ, ຫ້ອງການກະຊວງ ອຄ ແລະ ທ່ານ ໄຊຊະນະ ສິດທິພອນ ຫົວຫນ້າຫ້ອງການຄະນະກໍາມາທິການຮ່ວມມືລາວ-ຈີນ ກໍ່ໃຫ້ກຽດເຂົ້າຮ່ວມ.

IMG_9036

ໂຮງງານປຸງແຕ່ງຢາງພາລາ ທີ່​​ກຸ່ມ​ບໍລິສັດ​ຢຸນໜານ ໜົງ​ເຂີນ ຂອງ ສປ ຈີນ ​ເປັນ​ຜູ້​ລົງທຶນ​ໃນ​​ໂຄງການ​ການ​ປູກ​ພືດ​ທົດ​ແທນ​ການ​ປູກ​ຝິ່ນ ຂອງ​ສອງລັດຖະບານ ລະຫວ່າງ ສປປ ລາວ-ສປ ຈີນ, ໂຮງງານດັ່ງກ່າວ ​ຕັ້ງຢູ່ແຂວງຫລວງນໍ້າທາ ສປປ ລາວ ເປັນບໍລິສັດຍັກໃຫຍ່ທີ່ຮັບຊື້ ຢາງພາລາດິບທົ່ວປະເທດ  ການເຂົ້າພົບປະໃນຄັ້ງນີ້ ແມ່ນເພື່ອລາຍງານສະພາບການຕົວຈິງ, ບັນຫາຕ່າງໆ ກ່ຽວກັບການສົ່ງອອກ ໂດຍສະເພາະການສົ່ງອອກຢາງພາລາ-ເຂົ້າ ສປ ຈີນ ຊຶ່ງທາງເບື້ອງບໍລິສັດ ຢຸນນານ ໜົງ​ເຂີນ ຕ້ອງການໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ຕໍ່ລອງບ ລັດທະບານຈີນ ໃຫ້ຍົກເວັ້ນອັດຕາພາສີ ແລະ ອາກອນ, ນອກນີ້ຕາງຫນ້າກຸ່ມບໍລິສັດ ຢຸນໜານ ໜົງ​ເຂີນ ຂອງ ສປ ຈີນ ຍັງໄດ້ສະເໜີໃຫ້ກະຊວງ ອຄ ຂໍໂຄຕ້າສົ່ງອອກຢາງພາລາໄປຈີນ ນໍາລັດຖະບານ ສປ ຈີນ 50 ພັນໂຕນ ຕໍ່ປີອີກດ້ວຍ.

ພ້ອມດຽວກັນນີ້ທ່ານ ຕາງຫນ້າຈາກບໍລິສັດ ຍັງໄດ້ກ່າວຂອບໃຈ ທີ່ທາງຝ່າຍກະຊວງອຄ ໃຫ້ການຕອນຮັບ ແລະ ຮັບປາກວ່າຈະໃຫ້ຄວາມຊ່ອຍເຫຼືອ ຢ່າງສຸດຄວາມສາມາດ ເພື່ອລົດຕົ້ນທຶນໃນການຜະລິດ ແລະ ເຮັດໃຫ້ສິນຄ້າລາວ ມີຄຸນນະພາບ ແລະ ລາຄາຖືກລົງ.

IMG_9029

ປັດຈຸບັນຢາງພາລາຂອງປີນີ້ຍັງບໍ່ທັນໄດ້ຜະລິດເທື່ອເພາະຊ່ວງນີ້ສະພາບອາກາດບໍ່ເອື້ອອໍານວຍໃຫເແກ່ການກິດຢ່ງສະນັ້ນໂຮງງານປຸງແຕ່ງຢາງພາລາຈິ່ງບໍມີຢາງດິບປ້ອນເຂົ້າໂຮງງານ ແລະ ທ່ານຕາງຫນ້າບໍລິສັດ ຍັງໄດ້ເວົ້າອີກວ່າ ກຸ່ມ​ບໍລິສັດ​ຢຸນໜານ ໜົງ​ເຂີນ ຂອງ ສປ ຈີນ ຍັງໄດ້ໄປສ້າງຕັ້ງສາຂາຢູ່ພາກເໜືອມຽນມ້າ ທີ່ດໍາເນີນກິດຈະການກ່ຽວກັບການປຸງແຕ່ງຢາງພາລາເຊັ່ນກັນກັບຢູ່ ສປປ ລາວ.

ຂ່າວໂດຍ: ພູຄໍາ ຫລວງສຸພົນ