ກອງປະຊຸມພົບປະ ແລະ ເຈລະຈາ ຈັບຄູ່ຮ່ວມທຸລະກິດໃນກຸ່ມໄລແມັກ (LIMEC) ລະຫວ່າງ ແຂວງໄຊຍະບູລີ-ຫຼວງພະບາງ ແລະ ກຸ່ມແຂວງພາກເໜືອຕອນລ່າງ1 ຂອງລາຊະອານາຈັກໄທ,ໃນລະຫວ່າງ ວັນທີ 14-16 ມີນາ(03) 2018, ທີ່ ແຂວງຫຼວງພະບາງ
By sonsathit rasavong On 29 Mar, 2018 At 04:41 PM | Categorized As ຂ່າວພາຍໃນ | With 0 Comments

ໃນວັນທີ 15 ມີນາ(03) 2018 ທີ່ຜ່ານ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງໄດ້ຈັດກອງປະຊຸມພົບປະທຸລະກິດລະຫວ່າງ ນັກທຸລະກິດ ແຂວງຫຼວງພະບາງ ແລະ ບັນດານັກທຸລະກິດຈາກແຂວງຕອນລ່າງ1 ຂອງປະເທດໄທຂຶ້ນຢູ່ທີ່ ຫ້ອງປະຊຸມ ພະແນກ ກະສິກໍາ ແລະ ປ່າໄມ້ແຂວງ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນທ່ຽງ ສຸລິວັນ ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ ແລະ ທ່ານ ສິງ ພົງ​ສຸດ ປະ​ທານ​ສະພາ​ອຸດສາຫະກໍາ​ກຸ່ມ​ແຂວງ​ຕອນ​ລ່າງ1, ຝ່າຍ​ລາວມີ​ຜູ້ຕາງໜ້າ​ຈາກ​ ພະ​ແນ​ກ ການ​ເສດຖະກິດ ​ແລະ ນັກທຸລະ​ກິດ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ, ສ່ວນ​ຝ່າຍ​ໄທ ​ແມ່ນ​ປະກອບ​ມີ​ບັນດາ​ນັກທຸລະກິດ​, ຜູ້​ປະກອບ​ການ​ຫຼາກ​ຫຼາຍ​ສາຂາ​ອາຊີບຈາກ 5 ​ແຂວງ​ພາກ​ເໜືອ​ຕອນ​ລ່າງ1 ຂອງ​ໄທ​ເຂົ້າ​ຮ່ວມ​ຄື: ​ແຂວງ ອຸ​ຕະລະ​ດິດ, ສຸ​ໂຂ​ໄທ, ​ພິດ​ສະນຸ​ໂລກ, ​ເພັດ​ສະບູ​ນ ​ແລະ ​ແຂວງ ຕາກ, ເຊິ່ງນີ້ເປັນກິດຈະກໍາໃນສ່ວນໜຶ່ງຂອງການກະກຽມກອງປະຊຸມ ແລວເສດຖະກິດ ຫຼວງພະບາງ-ອິນໂດຈີນ ເງາະລໍາໄຍ ຄັ້ງທີ IV ເຊິ່ງຈະໄດ້ຈັດຂຶ້ນທີ່ ແຂວງ ພິດສະນຸໂລກປະເທດໄທ ​ໃນ​ເດືອນ ມິ​ຖຸນາ(06) 2018 ນີ້.

1

ກອງປະຊຸມໃນຄັ້ງນີ້ ໄດ້ເປີດໂອກາດໃຫ້ກັບບັນດານັກທຸລະກິດ, ຜູ້​ປະກອບ​ການໄດ້ມີການມາພົບປະເຈລະຈາ-ຕໍ່ລອງທຸລະກິດ ແລະ ສ້າງຄູ່ຮ່ວມທຸລະກິດຮ່ວມກັນໃນອະນາຄົດ ​ໂດຍ​ມີ​ການ​ນໍາ​ສະ​ເໜີ​-​ແລກປ່ຽນ​ຊື້​ຂາຍຜະລິດ​ຕະພັນ​ທີ່​ຕົນ​ເອງ​ມີ ​ແລະ ສິ່ງ​ທີ່​ຕ້ອງການ​ຊື້​ຮ່ວມ​ກັນ, ພ້ອມ​ດຽວ​ກັນ​ນີ້​ກໍ່​ຍັງ​ໄດ້​ມີ​ການ​ປຶ​ກສາ​ຫາລືກະກຽມ​ຜູ້​ປະກອບ​ການ​ທາງ​ດ້ານ ການ​ຄ້າ-ການ​ລົງທຶນ, ການ​ສຶກສາ, ການທ່ອງທ່ຽວ, ສຸຂະ ພາບ ​ແລະ ​ໂລ​ຈິດ​ສ໌ຕິກ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ LIMEC IV ທີ່​ຈະ​ຈັດ​ຂື້ນ​ຢູ່​ແຂວງ ພິດ​ສະນຸ​ໂລກ ປະ​ເທດ​ໄທ ​ໃນ​ເດືອນ ພຶດສະພາ(05) ​ແລະ ມິ​ຖຸນາ(06) ​ທີ່​ຈະ​ມາ​ເຖິງ​ນີ້ ​ໂດຍ​ຈະ​ມີ​ນັກທຸລະກິດ​ຈາກ 3 ປະ​ເທດ​ຄື: ລາວ, ​ໄທ ​ແລະ ມຽນມ້າ​ເຂົ້າ​ຮ່ວມ ພ້ອມ​ດຽວ​ກັນ​ນັ້ນ​ກໍ່​ຈະ​ມີ​ການ​ຈັດ​ງານ​ວາງສະ​ແດງ​ສິນຄ້າ​ນາໆ​ຊາດ​ໃນ​ຊ່ວງ​ການ​ປະ​ຊຸມ​ດັ່ງກ່າວອີກ​ດ້ວຍ.

        ໝາຍ​ເຫດ: ສໍາລັບ​ຜູ້​ທີ່​ສົນ​ໃຈ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພົບ​ປະ, ຈັບ​ຄູ່​ທຸລະ​ກິດ ​ແລະ ງານ​ວາງສະ​ແດງ​ສິນຄ້າ​ ​ LIMEC Expo ທີ່ ​ແຂວງ​ພິສະນຸ​ໂລກ​ ປະ​ເທດ​ໄທ ສາມາດ​ຕິດ​ຕໍ່​ສອບ​ຖາມ​ຂໍ້​ມູນ​ມາ​ໄດ້​ທີ່: ສະພາ​ການ​ຄ້າ ​ແລະ ອຸດສາຫະກໍາ ​ແຂວງ​ຫຼວງ​ພະ​ບາງ, ​ໂທ 071 252 383/ 020 2213 2686, 020 23506610

ແຫຼ່ງຂ່າວໂດຍ: ສະພາການຄ້າ ແຂວງຫລວງພະບາງ

ຮຽບຮຽງໂດຍ: ພູຄໍາ ຫລວງສຸພົນ