ຜູ້ບໍລິຫານອົງການ JICA ໂຄງການຮ່ວມມື ຍີ່ປຸ່ນ ຢ້ຽມຢາມພົບປະ ກັບ ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ
By phaikhame evilay On 10 May, 2018 At 08:53 AM | Categorized As ຂ່າວສຳຄັນ | With 0 Comments

 10

      ຕອນເຊົ້າ ເວລາ 9: 30 ໂມງ ຂອງວັນທີ 9 ພຶດສະພາ  2018 ທີ່ຫ້ອງຮັບແຂກຊັ້ນ 4 ຂອງກະຊວງອຸດຫະກໍາ ແລະ ການຄ້າ ທ່ານ ພັນທອງ ພິດທຸມມາ  ຮອງລັດຖະມົນຕີ​ ກະ​ຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ​ ໄດ້​ ຕ້ອນຮັບ​​ການ​ຢ້ຽມພົບປະ​ ​ ອົງການ JICA  ຂອງຍີ່ປຸ່ນ ໃນອົງການພັດທະນາຊັບພະຍາກອນມະນຸດ ດ້ານການພັດທະນາອຸດສາຫະກໍາປຸງແຕ່ງໄມ້ ແລະ  ເຟີນີເຈີ, ພ້ອມດ້ວຍຄະນະ;​ ໂດຍມີຜູ້ຕາງໜ້າ​ຈາທັງສອງຝ່າຍເຂົ້າຮ່ວມ ຈໍານວນ 10 ​ທ່ານ.

    ການ​ເຂົ້າຢ້ຽມ​ພົບປະໃນ​ຄັ້ງນີ້ ອົງການ JICA  ຂອງຍີ່ປຸ່ນ  ໄດ້ຍົກບັນຫາປືກສາຫາລືກ່ຽວກັບຂີດໝາຍອັນສໍາຄັນທັງສອງຝ່າຍໃນການເສີມຂະຫຍາຍສາຍພົວພັນຮ່ວມມືໃນໄລຍະຜ່ານມາພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີຂອງ ສປປ ລາວ ກັບ ອົງການ JICA  ຂອງຍີ່ປຸ່ນ ຊຶ່ງຜ່ານມາໄດ້ສົ່ງເສີມການຮ່ວມມືດ້ານການພັດທະນາອຸດສາຫະກໍາປຸງແຕ່ງໄມ້ ແລະ ເຟີນີເຈີ, ແລະ ຜະລິດຕະພັນໄມ້ສໍາເລັດຮູບເພື່ອສົ່ງອອກ ໂດຍເລີ່ມຕົ້ນແຕ່ ປີ 2014-2017 ແລະ ສືບບຕໍ່ ປີ 2018ນອກຈາກນັ້ນຍັງສົ່ງເສີມການປູກໄມ້ໃຫ້ເປັນປ່າ ຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ. 

9     ຕອນ​ທ້າຍ ທ່ານ ພັນທອງ ພິດທຸມມາ  ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ  ຍັງ​ຂອບ​ໃຈມາ​ຍັງ​​​ ອົງການ JICA  ຂອງຍີ່ປຸ່ນ  ​​ ທີ່ໄດ້ໃຫ້ການປຶກ​ສາຫາລືເປັນຢ່າງດີ.

                                                                                                                    ຂ່າວໂດຍ: ໄພຄໍາອີ ວິໄລຄໍາ