ຄະນະກາໍມະການບໍລິຫານ ອົງການຜະລິດຕະພາບແຫ່ງອາຊີ ຢ້ຽມຢາມພົບປະ ກັບ ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ
By phaikhame evilay On 11 May, 2018 At 02:02 PM | Categorized As ຂ່າວສຳຄັນ | With 0 Comments

WhatsApp Image 2018-05-10 at 11.35.39.1

      ຕອນເຊົ້າ ເວລາ 10: 30 ໂມງ ຂອງວັນທີ 10 ພຶດສະພາ  2018 ທີ່ຫ້ອງຮັບແຂກຊັ້ນ 4 ຂອງກະຊວງອຸດຫະກໍາ ແລະ ການຄ້າ ທ່ານ ສົມຈິດ ອິນທະມິດ  ຮອງລັດຖະມົນຕີ​ ກະ​ຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ​ ໄດ້​ ຕ້ອນຮັບ​​ການ​ຢ້ຽມພົບປະ​ ​  ອົງການຜະລິດຕະພາບແຫ່ງອາຊີ The 60th Session of the Asian Productivity Organization ຫຼື (APO)   ເພື່ອຄົ້ນພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາທີ່ສໍາຄັນເປັນຕົ້ນແມ່ນ ເລືອກຕັ້ງເອົາປະທ່ານ ແລະ ຮອງປະທານ ຄະນະບໍລິຫານຊຸດໃໝ່ ສໍາລັບ ປີ2018-2019; ການທົນທວນແຜນດໍາເນີນງານ(APO Radmap)  ເພື່ອບັນລຸວິໄສທັດ ປີ 2020  ຂອງອົງການຜະລິດຕະພາບແຫ່ງອາຊີ ແລະ ອື່ນໆ. ພ້ອມດ້ວຍຄະນະ;​ ໂດຍມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມ ຈໍານວນ 8 ​ທ່ານ.

WhatsApp Image 2018-05-10 at 11.38.42.2

       ການ​ເຂົ້າຢ້ຽມ​ພົບປະໃນ​ຄັ້ງນີ້ ອົງການຜະລິດຕະພາບແຫ່ງອາຊີ ໄດ້ຍົກບັນຫາປືກສາຫາລືກ່ຽວກັບຂີດໝາຍອັນສໍາຄັນທັງສອງຝ່າຍໃນການເສີມຂະຫຍາຍສາຍພົວພັນຮ່ວມມືໃນໄລຍະຜ່ານມາພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີຂອງ ສປປ ລາວ ກັບ ອົງການຜະລິດຕະພາບແຫ່ງອາຊີ (Asian Productivity Organization ຫຼື APO)  ແມ່ນອົງການ ຈັດຕັ້ງລະຫ່ວາງລັດຖະບານ ໃນພາກພື້ນອາຊີ ແລະ ປາຊີຟິກ ຊຶ່ງຜ່ານມາໄດ້ສົ່ງເສີມການຮ່ວມມືດ້ານການພັດທະນາອາຊີ; ໂດຍສະເພາະແມ່ນ Asian ສົ່ງເສີມການເພີ່ມຜະລິດຕະພາບ ໃນຂົງເຂດພາກລັດ ແລະ ພາກທຸລະກິດ; ລວມທັງ ວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ (SME)  ດ້ວຍການສົ່ງເສີມການນໍາໃຊ້ວິທະຍາ ແລະ ເຄື່ອງມືເພີ່ມຜະລິດຕະພາບ ປັບປຸງລະບົບ ບໍລິຫານ ແລະ ຂະຂວນການຜະລິດໃຫ້ມີຄວາມຄ່ອງຕົວ ເພີ່ມຄວາມສາມາດໃນການແຂ່ງຂັນ ຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ.

      ຕອນ​ທ້າຍ ທ່ານ ສົມຈິດ ອິນທະມິດ  ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ  ຍັງ​ຂອບ​​ໃຈມາ​ຍັງ​​​ ອົງການຜະລິດຕະພາບແຫ່ງອາຊີ ທີ່ໄດ້ໃຫ້ການປຶກ​ສາຫາລືເປັນຢ່າງດີ.

                                                                                                                      ຂ່າວໂດຍ: ໄພຄໍາອີ ວິໄລຄໍາ