ເຜີຍແຜ່ກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນບາງມາດຕາຂອງດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ
By sonsathit rasavong On 11 May, 2018 At 03:16 PM | Categorized As ຂ່າວສຳຄັນ | With 0 Comments

ຕອນເຊົ້າເວລາ8:30ໂມງ ຂອງວັນທີ 10 ພຶດສະພາ 2018 ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງອຸດສາຫະກໍາ ແລະ ການຄ້າໄດ້ເປີດກອງປະຊຸມເຜີຍແຜ່ດໍາລັດເລກທີ 331/ນຍ ແລະ ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນບາງມາດຕາ ຂອງ ດຳລັດວ່າດ້ວຍທຸລະກິດນ້ຳມັນເຊື່ອໄຟໂດຍການເປັນປະທານກ່າວເປີດໂດຍ ທ່ານ ສົມຈິດ ອິນທະມິດຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ

Attachments_201457 IMG_9713

ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ເພື່ອໃຫ້ຮູ້ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາ ການດຳເນີນທຸລະກິດນ້ຳມັນເຊື້ອໄຟຢູ່ ສປປ ລາວ ໃຫ້ຖືກຕ້ອງ ແລະ ສອດຄອງກັບກົດໝາຍ ແນ່ໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ ຜູ້ດຳເນີນທຸລະກິດ ແລະ ຜູ້ຊົມໃຊ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງຊາດ, ນ້ຳມັນເຊື້ອໄຟປະກອບມີ: ນ້ຳມັນແອັດຊັງ, ນ້ຳມັນກາຊວນ, ນ້ຳມັນກາດເຮືອບິນ, ນ້ຳກາດໄຕ້, ນ້ຳມັນເຕົາ, ນ້ຳມັນເຊື້ອໄຟຊິວະພາບ ແລະ ນ້ຳມັນເຊື້ອໄຟອື່ນໆ.

ດັ່ງທີ່ທຸກຄົນໄດ້ຮັບຮູ້ແລ້ວວ່າ: ນໍ້າມັນເຊື້ອໄຟແມ່ນສິນຄ້າຍຸດທະສາດທີ່ລັດຄຸ້ມຄອງ  ທັງແມ່ນສິນຄ້າຄວບຄຸມຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ຕາມດໍາລັດ 474/ນຍ, ລົງວັນທີ 18 ພະຈິກ 2010 ເຊຶ່ງຄຸ້ມຄອງນັບແຕ່ຂອດ ນໍາເຂົ້າ-ສົ່ງອອກ-ຈໍາໜ່າຍ, ຄຸ້ມຄອງດ້ານລາຄາ ແລະ ການໃຫ້ບໍລິການ ກ່ຽວກັບນໍ້າມັນເຊື້ອໄຟ ພ້ອມທັງມີການດັດສົມປະລິມານການຊົມໃຊ້ ໃນແຕ່ລະປີ ຕາມການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ນອກນີ້ກອງປະຊຸມດັ່ງກ່າວຍັງໄດ້ເວົ້າເຖິງຂັ້ນຕອນການສ້າງຕັ້ງ ແລະ ການເຄື່ອນໄຫວທຸລະກິດນ້ຳມັນເຊື່້ອໄຟຕ້ອງໄດ້ປະຕິບັດຕາມຂັ້ນຕອນຢ່າງເຂັ້ມງວດເພື່ອບໍ່ໃຫ້ມີບັນຫາຕາມມາພາຍຫຼັງ.

ບັນດາແຂກແຕ່ລະທ່ານທີ່ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວມີຄວາມສົນໃຈ ແລະ ເອົາໃຈໃສ່ຮັບຟັງ, ພ້ອມທັງໄດ້ປືກສາຫາລື ແລະ ແລກປ່ຽນຄວາມຄິດເຫັນເຊິງກັນ ແລະ ກັນຈາກຫຼາຍບໍລິສັັດ ແລະ ຫຼາຍພາກສ່ວນ ເພື່ອທີ່ຈະນໍາໄປຈັດຕັ້ງປະຕິບັດໃຫ້ທັນເວລາ  ແລະ ມີຄຸນນະພາບ, ເຮັດໃຫ້ກອງປະຊຸມດຳເນີນໄປຢ່າງມີຜົນປະໂຫຍດອັນສູງສຸດໃຫ້ແກ່ນັກທຸລະກິດ ໂດຍສະເພາະບັນຫາທີ່ນັກທຸລະກິດຍັງບໍ່ທັນຮູ້ກໍ່ໄດ້ຮັບຄວາມກະຈ່າງແຈ້ງທົ່ວເຖີງກັນ.

ຂ່າວໂດຍ: ພູຄໍາ ຫລວງສຸພົນ