ທ່ານ ຫົວຫນ້າຄະນະຈັດຕັ້ງສູນກາງພັກໄດ້ເນັ້ນໃຫ້ຄະນະພັກກະຊວງ ອຄ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ
By sonsathit rasavong On 21 May, 2018 At 03:23 PM | Categorized As ຂ່າວສຳຄັນ | With 0 Comments

           ໃນ​ວັນ​ທີ 17 ພຶດສະ​ພາ 2018 ທີ່​ກະຊວງ​ ອຄ, ທ່ານ ຈັນ​ສີ ​ໂພ​ສີຄຳ ​ຫົວໜ້າ​ຄະນະ​ຈັດ​ຕັ້ງສູນ​ກາງ​ພັກ ​ໄດ້​ໂອ້​ລົ​ມຕໍ່ກອງ​ປະ​ຊຸມ​ວຽກງານການຈັດ​ຕັ້ງ, ກໍ່ສ້າງ​ພັກ – ພະນັກງານ​ ແລະ ວຽກງານ​ກວດກາຂອງກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ປະຈໍາປີ 2017 ວ່າ: ​“ໃນ​ໜື່ງປີຜ່ານມາ ຄະນະພັກ, ຄະນະ​ນຳ​ກໍ່ຄື​ຄະນະ​ກວດກາ ​​ແລະ ຄະ​ນະຈັດ​ຕັ້ງ, ກໍ່ສ້າງ​ພັກ-ພະນັກ​ງານ​ບັນດາ​ກະຊວງ, ອົງການ ​ແລະ ທ້ອງ​ຖິ່ນ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງໜ້າ​ຕໍ່ວຽກງານ ​ບັນ​ຈຸ​ຊັບ​ຊ້ອນ, ປັບປຸງກົງຈັກ​ການຈັດ​ຕັ້ງ, ຄຸ້ມ​ຄອງ, ບຳລຸງ, ກໍ່ສ້າງ-ພະນັກງານ​ຢ່າງ​ເປັນ​ລະບົບ​ປົກກະ​ຕິ ​ແລະ ຕໍ່​ເນື່ອງ, ​ເອົາ​ໃຈ​ໃສ່​ຕິດຕາມ, ກວດກາ​ພາຍ​ໃນ​ພັກ, ກວດກາຄຸ້ມ​ຄອງ​ການ​ບໍລິຫານ​ລັດ, ການ​ສະກັດ​ກັ້ນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຄົ້ນ​ຄວ້າ​ແກ້​ໄຂ​ຄຳ​ຮ້ອງ-ຄຳ​ສະ​​ເໜີ​ຂອງ​ສະມາຊິກພັກ – ພະນັກງານ ​ແລະ ພົນລະ​ເມືອງ​ມີ​ອັນ​ພົ້ນ​ເດັ່ນ. ສິ່ງ​ທີ່​ກ່າວ​ມາ​ຂ້າງ​ເທິ​ງນີ້​​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບຜິດຊອບ​​ໃນ​ການ​ຊີ້​ນຳ – ນຳພາ  ​ແລະ ຄວາມ​ເອົາ​ໃຈ​ໃສ່​ຂອງ​ຄະນະ​ພັກ, ຄະນະ​ນຳ​ ກໍ່ຄື​ຄະນະ​ກວດ​ກາ ​ແລະ ຄະນະ​ກະຊວງ ອຄ ຂອງ​ພວກ​ເຮົາ​ ໃນ​ການຈັດ​ຕັ້ງ ປະຕິບັດ​ໜ້າ​ທີ່​ວຽກງານ​ຕາມ​ເຂດ​ຄວາມ​ຮັບຜິ​ດຊອບຂອງ​ຕົນ ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຍ້ອງຍໍ ​ແລະ ຊົມ​ເຊີຍຢ່າງ​ສຸດ​ອົກ​ສຸດ​ໃຈ​ມາ​ໃນ​ໂອກາດ​ນີ້”.

IMG_9912
ເຖິງຢ່າງ​ໃດ​ກໍ່ຕາມ, ຍັງ​ມີ​ດ້ານ​ອ່ອນ ​ແລະ ຂໍ້ຄົງ​ຄ້າງ​ຈຳນວນ​ໜື່ງທີ່​ຈະ​ຕ້ອງ​ໄດ້​ບຸກບືນ​ສູ້​ຊົນ ​ໂດຍສະ​ເພາະຄະນະ​ກວດກາ​ແຕ່ລະ​ຂັ້ນ​ເຖິງ​ແມ່ນ​ວ່າ​ໄດ້​ມີ​ຄວາມ​ພະຍາຍາມ​ໃນ​ການ​ເຄື່ອນ​ໄຫວ ​ແຕ່​ການ​ເຄື່ອນ​ໄຫວ​ຜ່ານມາຍັງລັກສະນະລໍຖ້າແຕ່ຄຳສັ່ງຫຼາຍກວ່າ ບໍ່ທັນເປັນເຈົ້າການເຄື່ອນໄຫວກວດກາເປັນປົກກະຕິຕາມພາລະບົດບາດຂອງຕົນ, ການ​ກວດກາ​ຂອງ​ບັນດາ​ກົມ ​ແລະ ທ້ອງ​ຖີ່ນ​ຕ່າງໆ ບໍ່ທັນ​ດຳ​ເນີນ​ເປັນ​ລະບົບ​ຕໍ່​ເນື່ອງ, ບັນຫາ​ເກີດ​ຂື້ນຢູ່​ບ່ອນ​ໃດ​ຈຶ່ງ​ໄປ​ກວດກາ​ບ່ອນ​ນັ້ນ, ການ​ເກັບ​ກຳສະພາບ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ບຸກຄົນ​ບໍ່ທັນ​ໄດ້​ດີ, ການ​ໂຄສະນາ​ຊວນ​ເຊື່ອ​ໃຫ້​ມະຫາຊົນ​ເຂົ້າ​ຮ່ວມ​ວຽກງານ​ຈັດ​ຕັ້ງ, ກໍ່ສ້າງ​ພັກ – ພະນັກງານ​ວຽກງານ​ກວດກາ​ບໍ່ທັນ​ກວ້າງຂວາງ.

          ການ​ປັບປຸງ​ກົງຈັກ​ການຈັດ​ຕັ້ງ, ພາລະ​ບົດບາດ​ຂອງ​ຄະນະ​ກວດກາ​ແຕ່ລະ​ຂັ້ນ ​ແລະ ຄະນະ​ຈັດຕັ້ງຈຳນວນ​ໜື່ງຊັກຊ້າ, ຈໍານວນ​ພະນັກງານ​ກວດກາ ​ແລະ ຈັດ​ຕັ້ງ​ໂດຍ​ລວມ​ແລ້ວ​ຍັງ​ມີ​ໜອ້ຍ ​ໂດຍ​ສະ​ເພາະ​ຢູ່​ຂະ​ແໜງກວດກາ​ລັດ ​ແລະ ພະນັກ ງານ​ຮັບຜິ​ດຊອບວຽກງານ​ຈັດ​ຕັ້ງ​ຢູ່​ບັນດາ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ, ນະຄອນຫຼວງ ບົດຮຽນ ​ແລະ ປະ​ສົບ​ການ​ໃນ​ການ​ຕິດຕາມ, ກວດກາ, ອົບຮົມ​ບຳລຸງ, ກໍ່ສ້າງ​ພັກ – ພະນັກງານ​ຍັງ​ຈຳກັດ, ຄວາມ​ຮູ້ – ຄວາມ​ສາມາດ​ຍັງ​ບໍ່ທັນ​ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຕ້ອງການ​ຂອງ​ວຽກງານ​ຕົວ​ຈິງ​ ເຊິ່ງທັງ​ໜົດນີ້​ແມ່ນ​ບັນຫາ​ຄົງ​ຄ້າງທີ່​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ແກ້​ໄຂ, ທ່ານ ຈັນ​ສີ ​ໂພ​ສີຄຳ ກ່າວ.

             ດັ່ງ​ນັ້ນ, ​ໃນຕໍ່ໜ້າ​ນີ້​ເພື່ອ​ເປັນ​ການ​ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ບັນຫາ​ປະ​ກົດ​ການ​ຫຍໍ້ທໍ້​ຕ່າງໆ ຢູ່​ພາຍ​ໃນ​ຂອງ​ພວກ​ເຮົາ​ໃຫ້​ໝົດ​ໄປ ພວກ​ເຮົາ​ຕ້ອງ​ໄດ້​ເພີ່ມ​ຄວາມ​ເອົາ​ໃຈ​ໃສ່​ບາງ​ບັນຫາ ດັ່ງ​ນີ້:

-  ຄົ້ນຄວ້າ, ວາງ​ລະບອບ, ລະບຽບ ​ແລະ ກົນ​ໄກ​ກ່ຽວກັບ​ການ​ຕິດຕາມ, ກວດກາ​ລະ​ຫວ່າງ​ການຈັດ​ຕັ້ງ​ດ້ວຍ​ກັນ, ການ​ກວດກາ​ຂອງ​ການຈັດ​ຕັ້ງ​ຕໍ່ບຸກຄົນ ​ແລະ ກວດກາ​ຂ​ອງຂັ້ນ​ເທິງ​ຕໍ່ຂັ້ນ​ລຸ່ມ​ໃຫ້​ດຳ​ເນີນ​ຢ່າງ​ເປັນ​ລະບົບ​ປົກກະຕິ, ປະສານ​ສົມທົບ​ການ​ກວດກາ​ຂອງ​ພັກ​ກັບ​ການ​ກວດກາ​ຂອງ​ລັດ ​ແລະ ການ​ກວດກາ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ໃຫ້​ເໝາະ​ສົມ​ກົມ​ກຽວ, ​ເພີ່ມ​ທະ​ວີລະ​ບອບ​ການ​ກວດກາ​ເພື່ອ​ສະກັດ​ກັ້ນ​ດ້ານ​ຫຍໍ້​ທໍ້​ຕິດ​ພັນ​ກັບ​ການ​ກວດກາ ​ເພື່ອ​ເສີມຂະຫຍາຍ​ດ້ານ​ຕັ້ງໜ້າ ​ແລະ ປັດ​​ໄຈ​ໃໝ່,ສ້າງ​ເງື່ອນ​ໄຂ​ໃຫ້​ມະຫາຊົນ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ຕິດຕາມ​ກວດກາ, ສະກັດ​ກັ້ນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ປັບ​ປຸງ​ກົງ​ຈັກ​ການຈັດ​ຕັ້ງ, ບຳລຸງ​ສ້າງພະນັກງານ​ໄດ້​ຢ່າງ​ເປັນ​ເຈົ້າ​ການ;

-   ຄະນະ​ພັກ​ທຸກ​ຂັ້ນ​ຕ້ອງ​ຖື​ເອົາ​ການ​ຕິດ​ຕາມ, ກວດກາ ​ແລະ ການ​ຕິ​ຊົມ​ຕົນ​ເອງ, ຕິ​ຊົມ​ກັນ​ຢ່າງ​ເປັນ​ປະ​ຈຳ ​ເປັນ​ມາດ​ຕະການ​ສຳຄັນ​ໃນ​ການ​ສະກັດ​ກັ້ນ​ສິ່ງ​ຫຍໍ້​ທໍ້​ພາຍ​ໃນ​ພັກ, ຄະນະ​ພັກ​ຂັ້ນ​ເທິງ​ຕ້ອງ​ເປັນ​ແບບຢ່າງ ​ແລະ ຕິດຕາມ,ກວດກາ​ສະມາ​ຊິກ​ພັກ, ພະນັກງານ​ທີ່ຢູ່​ໃນ​ຂອບ​ເຂດ​ການ​ນຳພາ​ຄຸ້ມ​ຄອງ​ຂອງ​ຕົນ​ສະ​ເໝີ. ພ້ອມ​ກັນ​ນັ້ນ,ກໍ່ຕ້ອງ​ມີ​ລະ​ບົບ​ເຮັດ​ໃຫ້​ຂັ້ນ​ລຸ່ມ​ສະ​ແດງ​ຄວາມ​ຄິດ​ເຫັນ​ສົ່ງ​ຂ່າວ​ຕໍ່ການ​ນຳພາ​ຂອງ​ຄະນະ​ພັກ​ຂັ້ນ​ເທິງ ​ໂດຍ​ຄະນະ​ພັກ​ຂັ້ນ​ເທິງ​ຕ້ອງ​ເປັນ​ເຈົ້າ​ການ​ສ້າງ​ໂອກາດ​ອຳນວຍ​ໃຫ້.

                                                                                                                                                                                       ຂ່າວໂດຍ: ພູຄໍາ ຫລວງສຸພົນ