ກອງປະຊຸມຜ່ານບົດລາຍງານວິຊາການ ກ່ຽວກັບການຈັດຕັ້ງປະຕິບັດລະບົບສະຖິຕິໃໝ່ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ
By sonsathit rasavong On 26 Jun, 2018 At 12:41 PM | Categorized As ຂ່າວພາຍໃນ | With 0 Comments

          ໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2018 ທີ່ຫ້ອງປະຊຸມສ່ອງແສງ ຊັ້ນສາມ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປີດກອງປະຊຸມຜ່ານບົດລາຍງານວິຊາການ ກ່ຽວກັບການຈັດຕັ້ງປະຕິບັດລະບົບສະຖິຕິໃໝ່ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ໃຫ້ກຽດເປັນປະທານໂດຍ ທ່ານ ສີລິສໍາພັນ ວໍຣະຈິດ ຫົວຫນ້າກົມແຜນການ ແລະ ການຮ່ວມມື.

IMG_0542

     ຈຸດປະສົງຂອງກອງປະຊຸມມື້ນີ້ແມ່ນປຶກສາຫາລືການຈັດຕັ້ງປະຕິບັດລະບົບສະຖິຕິໃໝ່ເຊິ່ງ ທ່ານ ນິໂຄລາສ ຣິດ (Mr. Nicholas Read), ຊ່ຽວຊານຂອງໂຄງການພັດທະນາລະບົບສະຖິຕິ ຂອງຂະແໜງອຸດສາ ຫະກຳ ແລະ ການຄ້າ ພາຍໃຕ້ການສະໜັບສະໜູນຂອງໂຄງການພັດທະນາການຄ້າ ໄລຍະ 2: TDF-2, ລາຍງານກ່ຽວກັບການຈັດ ຕັ້ງປະຕິບັດລະບົບສະຖິຕິໃໝ່ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ, ໃນນັ້ນລວມມີການຈັດຕັ້ງປະຕິບັດ ແລະ ການສຳຫຼວດຂອງໂຄງການທີ່ໄດ້ເລີ່ມປະຕິບັດມາແຕ່ທ້າຍເດືອນ ເມສາ ປີ 2008 ເຖິງ ປັດຈຸບັນ ພ້ອມທັງປຶກສາຫາລືວິທີປັບປຸງລະບົບສະຖິຕິຂອງກະຊວງ ອຄ ໃຫ້ດີຍິ່ງຂຶ້ນ.

64be42b5-eacd-459c-bc9f-62ac1f64f0ec

     ໂຄງການພັດທະນາການຄ້າ ໄລຍະ 2: TDF-2 ເປັນໂຄງການທີ່ໄດ້ຮັບການສະໜັບສະໜູນຈາກບັນດາອົງການຊ່ວຍເຫລືອສາກົນຫຼາຍໆປະເທດເຊັ່ນ ອົດສະຕາລີ, ສະຫະພາບຢູໂຮບ, ເຢຍລະມັນ, ໄອແລນ, ອາເມລິກາ ແລະ ທະນາຄານໂລກເຊິ່ງມີເນັ້ນໃສ່ ພັດທະນາການຄ້າ ແລະ ຫົວໜ່ວຍວິສາຫະກິດພາຍໃນປະເທດ. ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຮັບກຽດຮັບຜິດຊອບໃນການຈັດຕັ້ງປະຕິບັດໂຄງການນີ້. ເປົ້າໝາຍຕົ້ນຕໍຂອງ TDF-2 ກໍເພື່ອຜັນຂະຫຍາຍແນວຄວາມຄິດການເອົາການຄ້າ ແລະ ການເຊື່ອມໂຍງກັບສາກົນເປັນບູລິມະສິດ ເຊິ່ງໄດ້ຖືກບັນທຶກໄວ້ຢູ່ໃນບົດວິໄຈການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (Diagnostic Trade Integration Study Roadmap) ໃນປີ 2012, ແລະ ກໍເພື່ອສົ່ງເສີມການແຂ່ງຂັນ ແລະ ຄວາມຫຼາກຫຼາຍທາງການຄ້າ ນອກເໜືອຈາກຂົງເຂດອຸດສາຫະກຳຂຸດຄົ້ນບໍ່ແຮ່. ໂຄງການພັດທະນາການຄ້າ ໄລຍະ 2 ນີ້ໄດ້ດຳເນີນເປັນເວລາ 5 ປີ ເຄິ່ງ ເຊິ່ງໄດ້ເລີ່ມປະຕິບັດໃນເດືອນ ເມສາຂອງປີ 2013.

IMG_0548

     ກອງປະຊຸມດັ່ງກ່າວໃຊ້ເວລາເຄິ່ງມື້ແຕ່ກໍ່ເຫັນໄດ້ວາ່ຜູ້ເຂົ້າຮ່ວມກອງປະຊຸມທຸກທ່ານໄດ້ສຸມທຸກຄວາມພະຍາຍາມໃນການຄົ້ນຄວ້າປຶກສາຫາລືປະກອບຄວາມເຫັນ ຢ່າງຕັ້ງໜ້າ ແລະ ສ້າງສັນ ໃນການຍົກບັນຫາ ແລະ ການສະເໜີແນະວິທີທາງ ແລະ ຂໍ້ຄິດຕ່າງໆ ທີ່ເປັນປະໂຫຍດ.

       ນອກນີ້ ທ່ານ ຊ່ຽວຊານ ນິໂຄຼລາດ ໄດ້ສະເໜີເຖິງລະບົບການຈັດການຂໍ້ມູນໃໝ່ ແລະ ບັນດາປັດໄຈສຳຄັນໃນການຈັດຕັ້ງປະຕິບັດລະບົບດັ່ງກ່າວໃຫ້ໄດ້ຮັບຜົນສຳເລັດ, ໃນນັ້ນທາງດ້ານງົບປະມານກໍ່ເປັນໜຶ່ງທີ່ປະກອບສວ່ນໃນການກໍານົດຂີດໝາຍຄວາມສຳເລັດຂອງໂຄງການພັດທະນາລະບົບສະຖິຕິໃໝ່ນີ້, ພ້ອມນັ້ນທ່ານ ນິໂຄຼລາດ ໄດ້ຕາງໜ້າໃຫ້ແກ່ ກະຊວງ ອຄ ກ່າວຄໍາເຫັນຕໍ່ຜູ້ໃຫ້ທຶນວ່າ: ຂ້າພະເຈົ້າຫວັງຢ່າງຍິ່ງວ່າບັນດາອົງການຊ່ວຍເຫຼືອສາກົນຕ່າງໆ ເຊັ່ນ ອົງການຊ່ວຍເຫຼືອຈາກອາເມລິກາ, ອົດສະຕາລີ, ສະຫະພາບເອີີຮົບ ແລະ ທະນາຄານໂລກຈະຮັບພິຈາລະນາໃນການຊ່ວຍເຫຼືອພັດທະນາໂຄງການການຈັດຕັ້ງປະຕິບັດລະບົບຂໍ້ມູນສະຖິຕິໃໝ່ນີ້ດ້ວຍ. ຖ້າລະບົບໃໝ່ໄດ້ບັນລຸໝາກຜົນສຳເລັດ, ຂ້າພະເຈົ້າເຊື່ອວ່າ ຄຸນນະພາບຂໍ້ມູນສະຖິຕິຂອງກະຊວງ ອຄ ກໍຈະມີຄວາມໜ້າເຊື່ອຖືຫລາຍຂຶ້ນ, ທ່ວງທັນກັບເຫດການ, ເຂົ້າເຖິງງ່າຍ ແລະ ມີຄວາມເອກະພາບ, ເຊິ່ງມັນຈະເປັນບົດບາດ ທີ່ສຳຄັນໃນການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດຂອງປະເທດ. ທ້າຍນີ້, ຂ້າພະເຈົ້າຫວັງວ່າ ໂຄງການນີ້ຈະໄດ້ຮັບໝາກຜົນຄວາມສຳເລັດຢ່າງງົດງາມ ແລະ ຫວັງຢ່າງຍິ່ງທີ່ຈະໄດ້ສານຕໍ່ມິດຕະພາບ ແລະ ການຮ່ວມມືກັບພວກທ່ານໃນການພັດທະນາຂົງເຂດອຸດສາຫະກຳ ແລະ ການຄ້າໃນຕໍ່ໜ້າ.

ຂ່າວໂດຍ: ພູຄໍາ ຫລວງສຸພົນ