ທ່ານ ຮອງລັດຖະມົນຕີກະຊວງ ສາທາລະນະສຸກ ແຫ່ງສະຫະພັນລັດເຊຍ ຢ້ຽມຢາມພົບປະ ກັບ ທ່ານ ຮອງຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ
By sonsathit rasavong On 4 Jul, 2018 At 10:32 AM | Categorized As ຂ່າວສຳຄັນ | With 0 Comments

        ຕອນເຊົ້າ ເວລາ 9: 00 ໂມງ ຂອງວັນທີ 3 ກໍລະກົດ 2018 ທີ່ຫ້ອງຮັບແຂກຊັ້ນ 4 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ພັນທອງ ພິດທຸມມາ  ຮອງລັດຖະມົນຕີ​ ກະ​ຊວງ​ ອຄ ໄດ້​ຕ້ອນຮັບ​​ການເຂົ້າພົບປະ​ ​  ຂອງ  Doctor PhD, Sergey Kraevoy, ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ ແຫ່ງສະຫະພັນລັດເຊຍ ພ້ອມດ້ວຍຄະນະ ໃນການເດີນທາງ ແລະ ພົບປະຄັ້ງນີ້ ເພື່ອມາແຈ້ງເຂົ້າຮ່ວມກອງປະຊຸມ ປຶກສາຫາລື ແລະ ເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບຄວາມ ປອດໄພໃນການຜະລິດ ແລະ ນໍາໃຊ້ທາດໄຍຫີນຂາວ ທີ່ໄດ້ຈັດຂຶ້ນໃນຕອນບ່າຍ ເວລາ 1 : 30 ນາທີ ຂອງວັນທີ 3 ກໍລະກົດ 2018 ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ. ໃນນີ້ມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມຈໍານວນ 12 ກວ່າທ່ານ.

04b8ca12-27dd-4051-8b69-e4181243dc87

         ການ​ເຂົ້າຢ້ຽມ​ພົບປະທັງສອງຝ່າຍຍັງໄດ້ຍົກບັນຫາປຶກສາຫາລື ກ່ຽວກັບຂີດໝາຍອັນສໍາຄັນຂອງສອງຝ່າຍໃນການເສີມຂະຫຍາຍສາຍພົວພັນຮ່ວມມືໃນໄລຍະຜ່ານມາ ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີ ຂອງ ສປປ ລາວ ກັບສະຫະພັນລັດເຊຍ, ນອກຈາກນີ້ທັງສອງຝ່າຍຍັງໄດ້ຍົກໃຫ້ເຫັນ ຂະແໜງອຸດສາຫະກໍາ, ກະສິກໍາ, ສາທາລະນະສຸກ ແລະ ຂະແໜງການອື່ນ ເພື່ອເຮັດໃຫ້ການຄຸ້ມຄອງເຄມີໃຫ້ມີຄວາມປອດໄພ, ຮັບປະກັນຫຼຸດຜ່ອນຜົນກະທົບຕໍ່ຊີວິດຊັບສິນ  ສິ່ງແວດລ້ອມ ເພື່ອແນໃສ່ເຮັດໃຫ້ການດໍາເນີນທຸລະກິດກ່ຽວກັບເຄມີ ມີຄວາມຍືນຍົງ ແລະ ໄປຕາມທິດພັດທະນາສີຂຽວ ຂອງ ສປປ ລາວ.

7178c1d9-5c9e-4e45-91aa-4e68e2342702

        ໃນຕອນທ້າຍ ທ່ານ ພັນທອງ ພິດທຸມມາ  ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ  ສະແດງຄວາມຍິນດີຕ້ອນຮັບ ແລະ ການໃຫ້ຄວາມຮ່ວມມືເປັນຢ່າງດີ ຂອງ, Doctor PhD, Sergey Kraevoy ຮອງລັດຖະມົນຕີກະຊວງສາທາລະນະສຸກ ແຫ່ງສະຫະພັນລັດເຊຍ; ພ້ອມກັນນີ້ ທ່ານຮອງລັດຖະມົນຕີ ກະຊວງສາທາລະນະສຸກ ແຫ່ງສະຫະພັນລັດເຊຍ ກໍ່ສະແດງຄວາມຂອບໃຈມາຍັງທ່ານຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າລາວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິດຕະພາບທີ່ດີຕໍ່ກັນ.

 ໂດຍ: ໄພຄໍາອີ ວິໄລຄໍາ